ກອງປະຊຸມທາບທາມປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ (ສະບັບປັບປຸງ) ຂັ້ນທ້ອງຖິ່ນ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2026, ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ.
ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານໂດຍ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ຄະນະນຳ ພະແນກ ເຕັກໂນໂລຊີ ແລະ ການສື່ສານ, ຜູ້ຕາງໜ້າສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ບັນດາພະແນກການອ້ອມຂ້າງແຂວງ ຈາກ 07 ແຂວງພາກກາງ ແລະ ພາກໃຕ້ ຄື: ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ພ້ອມດ້ວຍຄະນະຮັບຜິດຊອບປັບປຸງກົດໝາຍດັ່ງກ່າວຢ່າງພ້ອມພຽງ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ແກ້ວວິສຸກ ໂສລະພົມ ໄດ້ເນັ້ນໜັກວ່າ: ຈຸດປະສົງຕົ້ນຕໍຂອງການປັບປຸງ ກົດໝາຍ ວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ (ຫຼື ອາຊະຍາກຳໄຊເບີ) ສະບັບນີ້ ແມ່ນປະກອບມີ 03 ປະການສຳຄັນ ຄື:
- ສ້າງ ແລະ ປັບປຸງຂອບເຂດນິຕິກຳ: ເພື່ອໃຫ້ມີຄວາມຮັດກຸມ ແລະ ທັນກັບສະພາບການປ່ຽນແປງ;
- ປົກປ້ອງຄວາມໝັ້ນຄົງທາງໄຊເບີ: ເພື່ອຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ;
- ຍົກລະດັບການຮ່ວມມືສາກົນ: ເພື່ອເພີ່ມທະວີການຮ່ວມມື ແລະ ເຊື່ອມໂຍງ ກັບ ພາກພື້ນ ແລະ ສາກົນ ຢ່າງມີປະສິດທິຜົນ.
ທ່ານຮອງລັດຖະມົນຕີ ຍັງໄດ້ກ່າວຕື່ມວ່າ: ກົດໝາຍສະບັບນີ້ ບໍ່ພຽງແຕ່ເປັນເຄື່ອງມືໃນການຄຸ້ມຄອງບໍລິຫານຂອງລັດເທົ່ານັ້ນ, ແຕ່ຍັງເປັນຄື “ໝາກຫົວໃຈ” ແລະ ເປັນບ່ອນອີງອັນໜັກແໜ້ນໃນການປົກປ້ອງປະຊາຊົນ ແລະ ສັງຄົມລາວ ໃຫ້ມີຄວາມປອດໄພໃນໂລກດິຈິຕອນ. ພ້ອມກັນນັ້ນ, ກົດໝາຍສະບັບນີ້ ຍັງເປັນກົນໄກຍຸດທະສາດສຳຄັນໃນການສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ແນໃສ່ຂັບເຄື່ອນການພັດທະນາເສດຖະກິດດິຈິຕອນ ຢູ່ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງໝັ້ນຄົງ ແລະ ຍືນຍົງ.
ຈາກນັ້ນ, ທ່ານ ສຸເນດໂຕ ຊາພັກດີ, ຮອງຫົວໜ້າກົມຄວາມປອດໄພໄຊເບີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ຕສ) ທັງເປັນຫົວໜ້າຄະນະຄົ້ນຄວ້າເນື້ອໃນ ໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບສະພາບການຄົ້ນຄວ້າ ແລະ ການຮ່າງກົດໝາຍ ວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ ພ້ອມທັງນຳສະເໜີຮ່າງກົດໝາຍສະບັບປັບປຸງດັ່ງກ່າວ.
ຜ່ານການນຳໃຊ້ກົດໝາຍ ວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ ສະບັບ ປີ 2015 ໃນໄລຍະຜ່ານມາ ເຫັນວ່າເນື້ອໃນບາງສ່ວນແມ່ນບໍ່ທັນສອດຄ່ອງກັບສະພາບໄພຂົ່ມຂູ່, ໄພຄຸກຄາມ ຫຼື ຮູບແບບການໂຈມຕີທາງໄຊເບີ ແລະ ມາດຕະການສາກົນທີ່ໄດ້ປ່ຽນແປງໄປໃນປັດຈຸບັນ. ດັ່ງນັ້ນ, ລັດຖະບານຈຶ່ງໄດ້ມອບໝາຍໃຫ້ ກະຊວງ ຕສ ແລະ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 2693/ກຕສ, ລົງວັນທີ 19 ສິງຫາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົດໝາຍດັ່ງກ່າວ ຊຶ່ງປະກອບມີຜູ້ຕາງໜ້າຈາກ ກະຊວງ ປ້ອງກັນປະເທດ (ປກຊ), ກະຊວງ ປ້ອງກັນຄວາມສະຫງົບ (ປກສ), ກະຊວງຍຸຕິທຳ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ ແລະ ກະຊວງ ຕສ.
ໃນໄລຍະຜ່ານມາ, ຄະນະຮັບຜິດຊອບໄດ້ເຄື່ອນໄຫວຄົ້ນຄວ້າຢ່າງຕັ້ງໜ້າ ໂດຍມີຜົນງານພົ້ນເດັ່ນ ດັ່ງນີ້:
- ການປະຊຸມຮ່ວມກັນ: ໄດ້ຈັດປະຊຸມສ່ອງໜ້າກັນ ທັງໝົດ 09 ຄັ້ງ ເພື່ອຄົ້ນຄວ້າ ເພີ່ມ ຫຼື ຕັດ ບາງພາກ, ໝວດ, ມາດຕາ ແລະ ເນື້ອໃນ ໂດຍອີງໃສ່ບົດຮຽນ ແລະ ກົດໝາຍຂອງ ສສ ຫວຽດນາມ, ສປ ຈີນ, ໄທ, ສົນທິສັນຍາບູດາເປສ (Budapest Convention), ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ ແລະ ອີງໃສ່ສະພາບຕົວຈິງຂອງການຂະຫຍາຍຕົວດ້ານເຕັກໂນໂລຊີ ຢູ່ ສປປ ລາວ.
- ການທາບທາມຄວາມຄິດເຫັນ: ໄດ້ຈັດກອງປະຊຸມທາບທາມຄຳຄິດຄຳເຫັນພາຍໃນບັນດາກົມທຽບເທົ່າຂອງ ກະຊວງ ຕສ 01 ຄັ້ງ ແລະ ຈັດກອງປະຊຸມເປີດກວ້າງທາບທາມຂັ້ນສູນກາງ 01 ຄັ້ງ.
ຜ່ານຂະບວນການຄົ້ນຄວ້າດັ່ງກ່າວ, ຈຶ່ງໄດ້ໂຄງຮ່າງກົດໝາຍສະບັບປັບປຸງໃໝ່ ທີ່ມີຄວາມສົມບູນຂຶ້ນ ຊຶ່ງປະກອບມີ 9 ພາກ, 5 ໝວດ ແລະ 68 ມາດຕາ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ພາວະວິໄສ ຕໍ່ຮ່າງກົດໝາຍ ວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ ບົນພື້ນຖານຄວາມເປັນເອກະພາບ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍສະບັບນີ້ ມີຄວາມຄົບຖ້ວນ, ສົມບູນ, ຮັດກຸມ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ.

ພ້ອມກັນນັ້ນ, ໃນໂອກາດລົງເຄື່ອນໄຫວວຽກງານ ທີ່ແຂວງສະຫວັນນະເຂດໃນຄັ້ງນີ້, ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ຕສ) ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ຄຳຜຸຍ ສີບຸນເຮືອງ, ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ທີ່ຫ້ອງຮັບຮອງແຂກວ່າການແຂວງ ອີກດ້ວຍ.
ໃນໂອກາດດັ່ງກ່າວ, ທັງສອງທ່ານໄດ້ຮ່ວມກັນປຶກສາຫາລື ແລະ ສົນທະນາໃນຫຼາຍຫົວຂໍ້ສຳຄັນ ໂດຍສະເພາະແມ່ນ:
- ການຫັນເປັນລັດດິຈິຕອນ: ການຊຸກຍູ້ວຽກງານເຕັກໂນໂລຊີເຂົ້າໃນການບໍລິຫານລັດ;
- ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ: ໂດຍສະເພາະແມ່ນບັນຫາ “ແກ້ງສະແກມເມີ” (Scammer) ທີ່ຫຼອກລວງທາງອອນລາຍ ເຊິ່ງປັດຈຸບັນພວມລະບາດຢ່າງຫຼວງຫຼາຍໃນທົ່ວປະເທດ ກໍຄືພາຍໃນແຂວງສະຫວັນນະເຂດ ໂດຍມີຫຼາຍຮູບແບບ ແລະ ສ້າງຄວາມເສຍຫາຍຕໍ່ຊັບສິນຂອງປະຊາຊົນຢ່າງມະຫາສານ.
ຕໍ່ກັບບັນຫາດັ່ງກ່າວ, ກະຊວງ ຕສ ແລະ ແຂວງສະຫວັນນະເຂດ ຈະໄດ້ເພີ່ມທະວີຄວາມຮ່ວມມື ແລະ ປະສານງານກັນຢ່າງໃກ້ຊິດ ເພື່ອຮ່ວມກັນແກ້ໄຂບັນຫາດັ່ງກ່າວນີ້ຢ່າງຈິງຈັງ.
