Fortinet ແຈ້ງເຕືອນຊ່ອງໂຫວ່ Zero-Day ໃນ FortiMail ທີ່ກໍາລັງຖືກໃຊ້ໃນການໂຈມຕີ

Fortinet ໄດ້ອອກປະກາດແຈ້ງເຕືອນລູກຄ້າ ກ່ຽວກັບຊ່ອງໂຫວ່ລະດັບ Critical ໃນ FortiMail ຊຶ່ງມີໝາຍເລກ CVE-2026-104286 ໂດຍຊ່ອງໂຫວ່ນີ້ກຳລັງຖືກໂຈມຕີໃນລັກສະນະ Zero-Day ເພື່ອສັ່ງຣັນໂຄ້ດ ຫຼື ຄຳສັ່ງໂດຍບໍ່ໄດ້ຮັບອະນຸຍາດເທິງອຸປະກອນທີ່ມີຊ່ອງໂຫວ່.

CVE-2026-104286 (ຄະແນນ CVSS 9.8/10 ຄວາມຮຸນແຮງລະດັບ Critical) ເປັນຊ່ອງໂຫວ່ທີ່ເກີດຈາກການຈຳກັດເສັ້ນທາງຟາຍໄປໄດເຣກທໍຣີ (Directory) ທີ່ຖືກຈຳກັດສິດບໍ່ຖືກຕ້ອງ (‘Path Traversal’ – CWE-22) ແລະ ການຈັດການ NULL Byte ຫຼື NULL Character ບໍ່ຖືກຕ້ອງ (CWE-158) ທີ່ສົ່ງຜົນກະທົບຕໍ່ FortiMail management interface ເຮັດໃຫ້ Hacker ທີ່ບໍ່ຕ້ອງຜ່ານການຢືນຢັນຕົວຕົນ ສາມາດຂຽນຟາຍຕ່າງໆ ລົງໃນລະບົບປະຕິບັດການເບື້ອງຕົ້ນໄດ້ ຜ່ານການສົ່ງ requests ແບບ HTTP ຫຼື HTTPS ທີ່ຖືກສ້າງຂຶ້ນມາເປັນພິເສດ.

Gwendal Guégniaud ທີມຄວາມປອດໄພຜະລິດຕະພັນຂອງ Fortinet ເປັນຜູ້ຄົ້ນພົບຊ່ອງໂຫວ່ນີ້ພາຍໃນອົງກອນ ໂດຍຊ່ອງໂຫວ່ດັ່ງກ່າວສົ່ງຜົນກະທົບຕໍ່ FortiMail ເວີຊັ່ນ 8.0.0 ເຖິງ 8.0.1, ເວີຊັ່ນ 7.6.0 ເຖິງ 7.6.6, ເວີຊັ່ນ 7.4.0 ເຖິງ 7.4.8 ແລະ ເວີຊັ່ນ 7.2.0 ເຖິງ 7.2.9

Fortinet ລະບຸວ່າ ຊ່ອງໂຫວ່ນີ້ກຳລັງຖືກນຳມາໃຊ້ໃນການໂຈມຕີຢູ່ໃນຂະນະນີ້ ແລະ ຂໍແນະນຳໃຫ້ລູກຄ້າປະຕິບັດຕາມວິທີການແກ້ໄຂຊົ່ວຄາວ (workarounds) ທີ່ແນະນຳໄວ້ ຈົນກວ່າຈະສາມາດຕິດຕັ້ງແພັດຄວາມປອດໄພໄດ້.

ຜູ້ໃຊ້ງານ FortiMail ເວີຊັ່ນ 7.2 ສາມາດແກ້ໄຂຊ່ອງໂຫວ່ນີ້ໄດ້ໂດຍການອັບເກຣດໄປໃຊ້ເວີຊັ່ນໃນ 7.4.x ຫຼື ໃໝ່ກວ່າ.

ສຳລັບ FortiMail ເວີຊັ່ນ 7.4, 7.6 ແລະ 8.0 ທີ່ໄດ້ຮັບຜົນກະທົບນັ້ນ ຍັງບໍ່ມີແພັດຄວາມປອດໄພອອກມາໃນຂະນະນີ້ ໂດຍ Fortinet ໄດ້ລະບຸວ່າເວີຊັ່ນທີ່ຈະມີການແກ້ໄຂຊ່ອງໂຫວ່ນີ້ຄື 7.4.9, 7.6.7 ແລະ 8.0.2 ຊຶ່ງຈະປ່ອຍອອກມາໃນອະນາຄົດ.

ໃນລະຫວ່າງທີ່ລໍຖ້າເວີຊັ່ນທີ່ໄດ້ຮັບການແກ້ໄຂຊ່ອງໂຫວ່, Fortinet ລະບຸວ່າຜູ້ເບິ່ງແຍງລະບົບສາມາດຫຼຸດຄວາມສ່ຽງຈາກຊ່ອງໂຫວ່ນີ້ໄດ້ໂດຍການປິດການໃຊ້ງານຄຸນສົມບັດ (Feature) IBE ດ້ວຍຄຳສັ່ງຕໍ່ໄປນີ້:
config system encryption ibe
set status disable
end

ອີກທາງເລືອກໜຶ່ງໃນການແກ້ໄຂບັນຫາຊົ່ວຄາວຄື ຜູ້ເບິ່ງແຍງລະບົບສາມາດປິດກັ້ນການເຂົ້າເຖິງໜ້າຈັດການລະບົບ (management interface) ຂອງ FortiMail ຈາກອິນເຕີເນັດ ຫຼື ຈຳກັດສິດການເຂົ້າເຖິງໃຫ້ເຮັດໄດ້ສະເພາະຈາກເຄືອຂ່າຍສ່ວນຕົວທີ່ເຊື່ອຖືໄດ້ເທົ່ານັ້ນ.

ນອກຈາກນີ້, Fortinet ຍັງໄດ້ເຜີຍແຜ່ຂໍ້ມູນ Indicators of Compromise ຫຼື IOCs ທີ່ກ່ຽວຂ້ອງກັບການໂຈມຕີເທື່ອນີ້ ຊຶ່ງລວມເຖິງຟາຍຕ່າງໆ ທີ່ຖືກເພີ່ມ ຫຼື ແກ້ໄຂໃນລະບົບທີ່ຕົກເປັນເຫຍື່ອ.

ລວມເຖິງລະບຸ IP address ໄດ້ແກ່ 79[.]141[.]169[.]187 ແລະ 45[.]129[.]0[.]192 ວ່າມີຄວາມກ່ຽວຂ້ອງກັບການໂຈມຕີດັ່ງກ່າວ.

ເອກະສານແຈ້ງເຕືອນຄວາມປອດໄພຍັງລະບຸລາຍການ log entries ທີ່ຜູ້ເບິ່ງແຍງລະບົບສາມາດໃຊ້ເພື່ອກວດສອບວ່າອຸປະກອນໃດແດ່ທີ່ອາດຈະຕົກເປັນເຫຍື່ອຂອງການໂຈມຕີ.

ໜຶ່ງໃນລາຍການ log ດັ່ງກ່າວ ສະແດງໃຫ້ເຫັນການຕັ້ງຄ່າບັນຊີ archive ທີ່ຊື່ວ່າ archive234 ຜ່ານທາງ command line ໂດຍກຳນົດໃຫ້ 79[.]141[.]169[.]187 ເປັນເຊີເວີປາຍທາງ ແລະ ໃຊ້ /uploads ເປັນໄດເຣກທໍຣີປາຍທາງ ຊຶ່ງອາດຈະບົ່ງຊີ້ວ່າ Hacker ໄດ້ກຳນົດຄ່າອຸປະກອນ FortiMail ທີ່ຖືກໂຈມຕີໃຫ້ສົ່ງຂໍ້ມູນ archived data ໄປຫາເຊີເວີພາຍນອກ.

ລາຍການ log ອື່ນໆ ໄດ້ແກ່ ການເຮັດວຽກຂອງ cron job ທີ່ສັ່ງຣັນຄຳສັ່ງກ່ຽວຂ້ອງກັບ /migadmin, ເຫດການການອອກຈາກລະບົບຂອງຜູ້ເບິ່ງແຍງລະບົບ (administrator logout), ຂໍ້ຜິດພາດໃນການຖອດລະຫັດ IBE ອັນເນື່ອງມາຈາກຮູບແບບ Base64 ທີ່ບໍ່ຖືກຕ້ອງ ແລະ ຄວາມພະຍາຍາມເຂົ້າສູ່ລະບົບທີ່ບໍ່ສຳເລັດ.

ຕົວຢ່າງເຫດການໃນ Logs ທີ່ Fortinet ສະແດງມີດັ່ງນີ້:

Fortinet ຍັງບໍ່ໄດ້ເປີດເຜີຍຂໍ້ມູນວ່າມີການໂຈມຕີຊ່ອງໂຫວ່ນີ້ທຳອິດເມື່ອໃດ, ມີລະບົບຈຳນວນເທົ່າໃດທີ່ໄດ້ຮັບຜົນກະທົບ ຫຼື ໃຜເປັນຜູ້ຢູ່ເບື້ອງຫຼັງການໂຈມຕີ.

ເມື່ອ BleepingComputer ສອບຖາມຂໍ້ມູນເພີ່ມຕື່ມກ່ຽວກັບກິດກຳການໂຈມຕີ, Fortinet ໄດ້ແນະນຳໃຫ້ລູກຄ້າເບິ່ງລາຍລະອຽດຈາກເອກະສານແຈ້ງເຕືອນຄວາມປອດໄພ ແລະ ລະບຸວ່າທາງບໍລິສັດກຳລັງປະສານງານກັບໜ່ວຍງານພາກລັດ ລວມເຖິງ CISA.

Fortinet ໃຫ້ຂໍ້ມູນກັບ BleepingComputer ວ່າ “Fortinet ໄດ້ເຜີຍແຜ່ເອກະສານແຈ້ງເຕືອນເພື່ອແນະນຳແນວທາງກ່ຽວກັບຊ່ອງໂຫວ່ CVE-2026-104286 (FG-IR-26-175) ຊຶ່ງລວມເຖິງວິທີການແກ້ໄຂບັນຫາຊົ່ວຄາວເພື່ອຊ່ວຍໃຫ້ລູກຄ້າຫຼຸດຄວາມສ່ຽງ”;

“ເພື່ອໃຫ້ສອດຄ້ອງກັບຄວາມມຸ່ງໝັ້ນຂອງ Fortinet ໃນການເປີດເຜີຍຂໍ້ມູນດ້ານຄວາມປອດໄພ (PSIRT) ຢ່າງມີຄວາມຮັບຜິດຊອບ ແລະ ຄວາມຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ເຮົາກຳລັງສື່ສານກັບໜ່ວຍງານພາກລັດທີ່ກ່ຽວຂ້ອງ ລວມເຖິງ CISA ກ່ຽວກັບເນື້ອໃນເອກະສານແຈ້ງເຕືອນສະບັບນີ້” ຂະນະນີ້ CISA ໄດ້ເພີ່ມຊ່ອງໂຫວ່ CVE-2026-104286 ເຂົ້າໄປໃນລາຍການຊ່ອງໂຫວ່ທີ່ເຄີຍຖືກນຳໄປໃຊ້ໂຈມຕີຈິງ (Known Exploited Vulnerability catalog) ແລະ ກຳນົດໃຫ້ໜ່ວຍງານຂອງລັດຖະບານກາງຕ້ອງດຳເນີນການກວດສອບເບື້ອງຕົ້ນທາງນິຕິວິທະຍາສາດ (forensic triage) ລວມເຖິງດຳເນີນການແກ້ໄຂເພື່ອຫຼຸດຄວາມສ່ຽງຈາກຊ່ອງໂຫວ່ດັ່ງກ່າວໃຫ້ແລ້ວສຳເລັດພາຍໃນວັນທີ 4 ຕຸລາ 2026.

ເອກະສານອ້າງອີງ:

  1. https://www.bleepingcomputer.com/news/security/fortinet-warns-of-critical-fortimail-flaw-exploited-in-zero-day-attacks/
  2. https://www.i-secure.co.th/2026/10/fortinet-%e0%b9%81%e0%b8%88%e0%b9%89%e0%b8%87%e0%b9%80%e0%b8%95%e0%b8%b7%e0%b8%ad%e0%b8%99%e0%b8%8a%e0%b9%88%e0%b8%ad%e0%b8%87%e0%b9%82%e0%b8%ab%e0%b8%a7%e0%b9%88-zero-day-%e0%b9%83%e0%b8%99-fortimail/

337 Views