ພົບຊ່ອງໂຫວ່ລະດັບ Critical ໃນ Apache Tomcat ທີ່ອາດເຮັດໃຫ້ຜູ້ໂຈມຕີຈາກພາຍນອກ ສາມາດ Join Trusted Server Clusters ໄດ້ ໂດຍບໍ່ຕ້ອງຢືນຢັນຕົວຕົນ

Apache Software Foundation ໄດ້ເປີດເຜີຍລາຍລະອຽດຊ່ອງໂຫວ່ລະດັບ Critical ໃນ Apache Tomcat ຊຶ່ງເຮັດໃຫ້ຜູ້ໂຈມຕີຈາກພາຍນອກສາມາດ Join Trusted Server Clusters ໄດ້ ໂດຍບໍ່ຕ້ອງຜ່ານການຢືນຢັນຕົວຕົນ ຊ່ອງໂຫວ່ດັ່ງກ່າວມີໝາຍເລກ CVE-2026-133325 ແລະ ມີຜົນກະທົບຕໍ່ Cluster ທີ່ໃຊ້ງານໂປຣໂຕຄໍ (Protocol) TLS 1.3 ຮ່ວມກັບຄີທີ່ແຊຣ໌ລ່ວງໜ້າ (PSK).
ທາງດ້ານ Apache ໄດ້ເຜີຍແຜ່ປະກາດແຈ້ງເຕືອນຄວາມປອດໄພນີ້ໃນ ວັນທີ 19 ພະຈິກ 2026 ພ້ອມໃຫ້ເຄຣດິດແກ່ນັກວິໄຈ Mike Read ທີ່ເປັນຜູ້ຄົ້ນພົບຊ່ອງໂຫວ່ດັ່ງກ່າວ.
ໃນປະກາດແຈ້ງເຕືອນຄວາມປອດໄພຂອງ Apache Tomcat 11 ລະບຸວ່າເວີຊັ່ນ 11.0.28 ແລະ 11.0.29 ໄດ້ຮັບຜົນກະທົບ. ນອກຈາກນີ້, Apache ຍັງລະບຸເຖິງເວີຊັ່ນ Tomcat 10.1.62 ແລະ 9.0.124 ວ່າໄດ້ຮັບຜົນກະທົບເຊັ່ນກັນ ຢ່າງໃດກໍ່ຕາມ ການໃຊ້ງານຊອບແວເວີຊັ່ນເຫຼົ່ານີ້ພຽງຢ່າງດຽວບໍ່ໄດ້ໝາຍຄວາມວ່າເຊີເວີຈະຕົກຢູ່ໃນຄວາມສ່ຽງສະເໝີໄປ.
ເນື່ອງຈາກຊ່ອງໂຫວ່ນີ້ຈະເກີດຂຶ້ນໄດ້ກໍຕໍ່ເມື່ອມີການຕັ້ງຄ່າການເຂົ້າລະຫັດຂອງ Cluster ໃນຮູບແບບທີ່ໄດ້ຮັບຜົນກະທົບເທົ່ານັ້ນ ແລະ ຜູ້ໂຈມຕີຈຳເປັນຕ້ອງເຂົ້າເຖິງເຄືອຂ່າຍຂອງບໍລິການທີ່ເຮັດໜ້າທີ່ຈັດການການສື່ສານພາຍໃນ cluster members ໄດ້ນໍາ ຊຶ່ງເວັບໄຊ Tomcat ທີ່ເປີດໃຫ້ບໍລິການສາທາລະນະທົ່ວໄປ ບໍ່ໄດ້ໝາຍຄວາມວ່າຈະເປີດເຜີຍບໍລິການດັ່ງກ່າວໃຫ້ສ່ຽງຕໍ່ການໂຈມຕີສະເໝີໄປ.

ຊ່ອງໂຫວ່ການຢືນຢັນຕົວຕົນໃນລະບົບ Cluster ຂອງ Tomcat
Apache Tribes ເປັນອົງປະກອບທີ່ເຮັດໜ້າທີ່ຈັດການການສື່ສານລະຫວ່າງເຊີເວີພາຍໃນ Cluster ຂອງ Tomcat ຊຶ່ງເຊີເວີເຫຼົ່ານີ້ສາມາດແບ່ງປັນຂໍ້ມູນ Session ລະຫວ່າງກັນໄດ້ ເພື່ອໃຫ້ຜູ້ໃຊ້ງານຍັງມີສະຖານະການລົງຊື່ເຂົ້າໃຊ້ໄວ້ໄດ້ເຖິງແມ່ນວ່າໃນຕອນທີ່ເຊີເວີອີກເຄື່ອງເຂົ້າມາຮັບໄລຍະຕໍ່ ສ່ວນຄີທີ່ແຊຣ໌ລ່ວງໜ້າຄືລະຫັດລັບທີ່ຖືກກຳນົດຄ່າໄວ້ໃນ trusted members ກ່ອນການເຊື່ອມຕໍ່ຈິງ.
ໃນການຕັ້ງຄ່າໃຊ້ງານ TLS 1.3 ທີ່ໄດ້ຮັບຜົນກະທົບນັ້ນ, Tomcat ບໍ່ໄດ້ກວດສອບຢືນຢັນຕົວຕົນຂອງເຊີເວີທີ່ຢູ່ປາຍທາງອີກຝັ່ງຂອງການເຊື່ອມຕໍ່ ເຮັດໃຫ້ການເຊື່ອມຕໍ່ອາດຈະຖືກເຂົ້າລະຫັດໄວ້ໂດຍທີ່ເຊີເວີປາຍທາງບໍ່ມີການພິສູດວ່າເຊີເວີດັ່ງກ່າວໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມ Cluster ຫຼື ບໍ່.
ກ່ອນໜ້ານີ້ Cybersecurity News ເຄີຍລາຍງານກ່ຽວກັບຊ່ອງໂຫວ່ໃນ EncryptInterceptor ຂອງ Tomcat ຊຶ່ງເປັນອົງປະກອບຮຸ່ນເກົ່າທີ່ໃຊ້ສຳລັບປົກປ້ອງ Traffic ພາຍໃນ Cluster ແຕ່ສຳລັບປະກາດແຈ້ງເຕືອນສະບັບໃໝ່ນີ້ເປັນຊ່ອງໂຫວ່ຄົນລະສ່ວນກັນ ໂດຍເກີດຈາກ Tomcat ຍອມຮັບ cluster member ທັງທີ່ຍັງບໍ່ໄດ້ຜ່ານການຢືນຢັນຕົວຕົນ. ຢ່າງໃດກໍຕາມ, ປະກາດແຈ້ງເຕືອນຂອງ Apache ຍັງບໍ່ໄດ້ລາຍງານວ່າພົບການນຳໄປໃຊ້ໂຈມຕີຈິງ ແລະ ຍັງບໍ່ມີລາຍງານຢືນຢັນວ່າການເຂົ້າຮ່ວມ Cluster ໄດ້ນັ້ນ ຈະເປີດທາງໃຫ້ຜູ້ໂຈມຕີສາມາດສັ່ງຣັນໂຄດອັນຕະລາຍຈາກລະຍະໄກ (RCE) ໄດ້.
ເບື້ອງຕົ້ນ Apache ແນະນຳໃຫ້ປ່ຽນການຕັ້ງຄ່າການສື່ສານພາຍໃນ Cluster ກັບໄປໃຊ້ TLS 1.2 ໂດຍຍັງເປີດໃຊ້ງານຄີທີ່ແຊຣ໌ລ່ວງໜ້າເອົາໄວ້ແບບເກົ່າ ຊຶ່ງການປ່ຽນແປງດັ່ງກ່າວມີຜົນສະເພາະກັບ Traffic ລະຫວ່າງເຊີເວີ Tomcat ນຳກັນເທົ່ານັ້ນ ບໍ່ໄດ້ສົ່ງຜົນກະທົບຕໍ່ການເຊື່ອມຕໍ່ HTTPS ທີ່ຜູ້ໃຊ້ງານເວັບໄຊທົ່ວໄປໃຊ້ງານ ສ່ວນເວີຊັ່ນທີ່ໄດ້ຮັບການແກ້ໄຂແລ້ວຄືເວີຊັ່ນ 11.0.30, 10.1.63 ແລະ 9.0.125 ຕາມລຳດັບລຸ້ນຂອງຊອບແວ ຊຶ່ງທາງ Apache ໄດ້ລະບຸສະຖານະໄວ້ວ່າກຳລັງລໍຖ້າການເຜີຍແຜ່ ໃນປະກາດແຈ້ງເຕືອນຄວາມປອດໄພຂອງ Tomcat 11, Tomcat 10 ແລະ Tomcat 9.
ຜູ້ເບິ່ງແຍງລະບົບຄວນກວດສອບເວີຊັ່ນທີ່ກຳລັງໃຊ້ງານຢູ່ ແລະ ການຕັ້ງຄ່າ Cluster ເທິງເຊີເວີທຸກເຄື່ອງ ຈຳກັດການເຂົ້າເຖິງພອດ (Port) ຂອງ Cluster ໃຫ້ສະເພາະເຊີເວີທີ່ໄດ້ຮັບອະນຸຍາດເທົ່ານັ້ນ ແລະ ກວດສອບ Logs ເພື່ອເບິ່ງວ່າມີການປ່ຽນແປງ membership ທີ່ຜິດປົກກະຕິ. ນອກຈາກນີ້, ຫຼັງຈາກດຳເນີນການແກ້ໄຂຊົ່ວຄາວ ຫຼື ອັບເດດແພັດ (Patch) ແລ້ວ ຄວນກວດສອບຢືນຢັນວ່າ members ທີ່ຖືກຕ້ອງທຸກເຄື່ອງສາມາດເຊື່ອມຕໍ່ກັບເຂົ້າມາໃໝ່ໄດ້ຕາມປົກກະຕິ ແລະ ລະບົບການເຮັດສຳເນົາຂໍ້ມູນເຊສຊັນ (Session) ຍັງເຮັດວຽກໄດ້ຕາມທີ່ຕັ້ງຄ່າໄວ້ ເນື່ອງຈາກໜ້າເວັບໄຊຍັງສາມາດໃຫ້ບໍລິການໄດ້ຕາມປົກກະຕິເຖິງວ່າເຊີເວີຕ່າງໆ ຈະບໍ່ໄດ້ແບ່ງປັນຂໍ້ມູນເຊສຊັນກັນແລ້ວກໍ່ຕາມ.
ຄຳເຕືອນກ່ອນໜ້ານີ້ຈາກໜ່ວຍງານ CISA ກ່ຽວກັບຊ່ອງໂຫວ່ການເຂົ້າລະຫັດຂອງ Tomcat ທີ່ຖືກນຳໄປໃຊ້ໂຈມຕີຈິງນັ້ນເປັນຄົນລະໂຕກັນ ໂດຍເປັນໝາຍເລກ CVE-2026-34486 ຊຶ່ງຄຳເຕືອນດັ່ງກ່າວບໍ່ໄດ້ເປັນສິ່ງຢືນຢັນວ່າຊ່ອງໂຫວ່ CVE-2026-133325 ຖືກນຳໄປໃຊ້ໂຈມຕີຈິງແລ້ວ ດັ່ງນັ້ນຜູ້ເບິ່ງແຍງລະບົບຈຶ່ງຄວນຕິດຕາມແຍກກັນ.

ເອກະສານອ້າງອີງ:

  1. https://cybersecuritynews.com/critical-apache-tomcat-flaw/
  2. https://www.i-secure.co.th/2026/11/%e0%b8%9e%e0%b8%9a%e0%b8%8a%e0%b9%88%e0%b8%ad%e0%b8%87%e0%b9%82%e0%b8%ab%e0%b8%a7%e0%b9%88%e0%b8%a3%e0%b8%b0%e0%b8%94%e0%b8%b1%e0%b8%9a-critical-%e0%b9%83%e0%b8%99-apache-tomcat-%e0%b8%97%e0%b8%b5/

101 Views