ເຄື່ອງມືນີ້ຊື່ວ່າ: “Terminator” ກຳລັງໄດ້ຮັບການໂຄສະນາໂດຍຜູ້ບໍ່ຫວັງດີຊື່ ‘Spyboy’ ໃນເວັບສົນທະນາຂອງແຮັກເກີຣັດເຊຍ ໂດຍເຄື່ອງມືນີ້ຖືກອ້າງວ່າ ສາມາດປິດການເຮັດວຽກງານຂອງຊອບແວປ້ອງກັນໄວຣັດ, Endpoint Detection and Response (EDR) ແລະ Extended Detection and Response (XDR) ໄດ້, ຢ່າງໃດກໍຕາມ ບໍລິສັດ ດ້ານຄວາມປອດໄພທາງໄຊເບີ CrowdStrike ໄດ້ປະຕິເສດຄຳກ່າວອ້າງເຫຼົ່ານີ້ ໂດຍລະບຸວ່າ Terminator ພຽງໃຊ້ວິທີການໂຈມຕີ ທີ່ຮຽກວ່າ Bring Your Own Vulnerable Driver (BYOVD) ມາໃຊ້ເທົ່ານັ້ນ.
ຕາມລາຍງານ Terminator ມີຄວາມສາມາດໃນການຫຼົບຫຼີກການກວດຈັບຈາກລະບົບປ້ອງການດ້ານຄວາມປອດໄພໄດ້ເຖິງ 24 ລາຍການ ຊຶ່ງລວມເຖິງແອນຕີ້ໄວຣັດ, EDR, XDR ແລະ Windows Defender.
ທີ່ມາ : cyware.com
595 Views
