ສຳມະນາຍົກລະດັບດ້ານຄວາມປອດໄພໂທລະສັບມືຖື ແລະ USB

 ເພື່ອເປັນການສ້າງຂະບວນການທາງດ້ານວິຊາການ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານ ທີ່ຈະໄຂຂຶ້ນໃນມໍ່ໆນີ້.  ກົມຄວາມປອດໄພໄຊເບີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ບໍລິສັດ Solutions for Asia ປະເທດສິງກະໂປ ໄດ້ເປີດຝຶກອົບຮົມສຳມະນາດ້ານຄວາມປອດໄພໂທລະສັບມືຖື ແລະ USB (Zimperium Mobile Threat Defense Application) ຂຶ້ນໃນວັນທີ 25 ມີນາ 2022 ນີ້, ທີ່ຫ້ອງປະຊຸມໃຫຍ່ ສູນອິນເຕີເນັດແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ສຸນນະລັດ, ຫົວໜ້າກົມຄວາມປອດໄພໄຊເບີ, ກຕສ, ທ່ານ ລີ ອິງ ຊຸນ (Lee Eng Choon), ຫົວໜ້າຝ່ານການຕະຫຼາດ ບໍລິສັດ Solutions for Asia ປະເທດ ສິງກະໂປ, ທ່ານ ສີໄພ ຈັນທະວົງ, ຜູ້ອໍານວຍການຝ່າຍຂາຍ ບໍລິສັດ ດາຕາຄອມ, ມີບັນດານັກສໍາມະນາກອນຈາກບັນດາກົມ/ທຽບເທົ່າອ້ອມຂ້າງ ກຕສ, ບັນດາທະນາຄານ ແລະ ບໍລິສັດທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງການຈັດສໍາມະນາຄັ້ງນີ້ ແມ່ນເພື່ອເປັນການແລກປ່ຽນຄວາມຮູ້ ແລະ ເສີມສ້າງຄວາມຮູ້ຄວາມເຂົ້າໃຈ ໃຫ້ກັບພະນັກງານວິຊາການພາຍໃນ ກຕສ ແລະ ຜູ້ເຂົ້າຮ່ວມໃນການນໍາໃຊ້ແອັບພລິເຄເຊິນປ້ອງກັນຂໍ້ມູນໃນໂທລະສັບມືຖື. ພ້ອມນັ້ນ, ນັກວິທະຍາກອນ ຍັງໄດ້ແນະນໍາກ່ຽວກັບແອັບພລິເຄເຊີນ, ສາທິດການຕິດຕັ້ງ, ການໃຊ້ງານ ແລະ ຄຸນສົມບັດຕ່າງໆ. ຊຶ່ງໃນປັດຈຸບັນມີຜູ້ຊົມໃຊ້ໂທລະສັບມືຖືສະມາດໂຟນ ແມ່ນນັບມື້ນັບເພີ່ມຂຶ້ນ ແລະ ເຫັນໄດ້ເຖິງຄວາມສະດວກໃນການນຳໃຊ້ບັນດາແອັບພລິເຄເຊິນ ທີ່ຕິດຕັ້ງໃນມືຖືສະມາດໂຟນ ບໍ່ວ່າຈະເປັນການເຮັດທຸລະກຳທາງການເງິນ, ການສັ່ງຊື້ເຄື່ອງຜ່ານທາງລະບົບອອນລາຍ ແລະ ຂໍ້ມູນຕ່າງໆທີ່ເກັບໄວ້ຢູ່ໃນໂທລະສັບມືຖືສະມາດໂຟນ. ສະນັ້ນ, ການນຳໃຊ້ Zimperium Mobile Threat Defense Application ຈະສາມາດຊ່ວຍປ້ອງກັນການໂຈລະກໍາຂໍ້ມູນຕ່າງໆ ທີ່ເກັບໄວ້ໃນໂທລະສັບມືຖື ແລະ ເປັນປະໂຫຍດຕໍ່ອົງການຈັດຕັ້ງທັງພາກລັດ-ພາກເອກະຊົນຢ່າງຫຼວງຫຼາຍ, ຊຶ່ງແອັບພລິເຄເຊິນດັ່ງກ່າວ ຈະເຮັດໜ້າທີ່ປ້ອງກັນຂໍ້ມູນ, ຊ່ອງໂຫວ່, ພ້ອມທັງແຈ້ງເຕືອນເຫດການທີ່ເປັນຄວາມສ່ຽງ ພ້ອມທັງຍັງຊ່ວຍປ້ອງກັນ ແລະ ແນະນໍາວິທີ ຫຼື ຂັ້ນຕອນແກ້ໄຂ ຕໍ່ກັບເຫດການບໍ່ດີທີ່ເກີດຂຶ້ນ.

ໃນການຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ແລກປ່ຽນຄວາມຮູ້ກັບ ຊ່ຽວຊານຈາກປະເທດສິງກະໂປ ໂດຍຜ່ານການສາທິດ ແລະ ການໃຫ້ທົດລອງນຳໃຊ້ແອັບພລິເຄເຊິນຕົວຈິງ ຊຶ່ງຊຸດຝຶກອົບຮົມດັ່ງກ່າວແມ່ນໄດ້ດໍາເນີນໄປເປັນເວລາ 01 ວັນ.

1,131 Views