CISA ເຕືອນ 4 ຊ່ອງໂຫວ່ທີ່ກຳລັງຖືກນຳໄປໃຊ້ໂຈມຕີຈິງ

ໃນວັນທີ 20 ພະຈິກ 2026, ອົງການ CISA ຂອງສະຫະລັດ ໄດ້ເພີ່ມຊ່ອງໂຫວ່ 4 ລາຍການ ເຂົ້າໃນບັນຊີ Known Exploited Vulnerabilities (KEV) ເນື່ອງຈາກພົບຫຼັກຖານວ່າ ຊ່ອງໂຫວ່ເຫຼົ່ານີ້ຖືກຜູ້ບໍ່ປະສົງດີນຳໄປໃຊ້ໂຈມຕີລະບົບຈິງແລ້ວ.

1. ລາຍລະອຽດ 4 ຊ່ອງໂຫວ່

ຜະລິດຕະພັນCVEຄວາມຮຸນແຮງຜົນກະທົບ
VMware vCenterCVE-2026-1238909.8 Criticalຂ້າມລະບົບຢືນຢັນຕົວຕົນ ແລະເຂົ້າຄວບຄຸມລະບົບ
Cisco ExpresswayCVE-2026-764669.8 Criticalສາມາດສັ່ງລັນຄຳສັ່ງດ້ວຍສິດສູງສຸດ Root
Apache RollerCVE-2026-1294489.8 Criticalສາມາດສັ່ງປະມວນຜົນ ແລະລັນ Code ຈາກທາງໄກໂດຍບໍ່ຕ້ອງ Login
SAP NetWeaverCVE-2025-428846.5 Mediumອາດອ່ານ ຫຼືແກ້ໄຂຂໍ້ມູນໃນ Server ໄດ້

2. ປະເດັນສຳຄັນຂອງການໂຈມຕີ

  • VMware vCenter: ຜູ້ໂຈມຕີສາມາດຂ້າມ Authentication ເພື່ອເຂົ້າລະບົບໂດຍບໍ່ໄດ້ຮັບອະນຸຍາດ. ມີລາຍງານວ່າການໂຈມຕີເລີ່ມມາຕັ້ງແຕ່ຕົ້ນເດືອນກັນຍາ 2026.
  • Cisco Expressway: ການນຳໃຊ້ຂໍ້ມູນຢືນຢັນຕົວຕົນທີ່ຖືກກຳນົດໄວ້ຕາຍຕົວ (Hardcoded Credentials) ເຮັດໃຫ້ຜູ້ໂຈມຕີສາມາດລັນຄຳສັ່ງໃນລະດັບ Root.
  • Apache Roller: ມີຊ່ອງໂຫວ່ Remote Code Execution (RCE) ເຮັດໃຫ້ສາມາດລັນຄຳສັ່ງອັນຕະລາຍຈາກທາງໄກ.
  • SAP NetWeaver: ຜູ້ໂຈມຕີທີ່ບໍ່ມີບັນຊີຜູ້ໃຊ້ ອາດສາມາດອ່ານ ຫຼືແກ້ໄຂຂໍ້ມູນຂອງ Server ໄດ້.

3. ຄຳແນະນຳຈາກ CISA

CISA ແນະນຳໃຫ້ອົງກອນຕ່າງໆດຳເນີນການດັ່ງນີ້:

  1. ກວດສອບເວີຊັນຂອງ VMware, Cisco, Apache ແລະ SAP ທີ່ກຳລັງໃຊ້ງານ.
  2. ຕິດຕັ້ງ Security Patch ຫຼື Update ຕາມຄຳແນະນຳຂອງຜູ້ພັດທະນາ.
  3. ຈັດລຳດັບຄວາມສຳຄັນໃຫ້ລະບົບທີ່ເປີດໃຫ້ເຂົ້າເຖິງຈາກ Internet ກ່ອນ.
  4. ກວດສອບ Log ເພື່ອຊອກຫາຮ່ອງຮອຍການເຈາະລະບົບກ່ອນໜ້ານີ້.
  5. ກວດສອບການ Login ທີ່ຜິດປົກກະຕິ, ບັນຊີຜູ້ໃຊ້ໃໝ່ ແລະການປ່ຽນແປງຄ່າລະບົບທີ່ບໍ່ຄາດຄິດ.

ໝາຍເຫດ: ການຕິດຕັ້ງ Patch ສາມາດປິດຊ່ອງໂຫວ່ໄດ້ ແຕ່ບໍ່ໄດ້ໝາຍຄວາມວ່າລະບົບບໍ່ເຄີຍຖືກເຈາະກ່ອນໜ້ານັ້ນ.

4. ຂໍ້ສັງເກດສຳລັບວຽກງານຄວາມປອດໄພໄຊເບີ

ຂ່າວນີ້ມີຄວາມສຳຄັນຕໍ່ອົງກອນພາກລັດ ແລະໂຄງລ່າງພື້ນຖານສຳຄັນ (CII) ເນື່ອງຈາກ VMware vCenter ມີບົດບາດໃນການບໍລິຫານ Virtual Machine ຫຼາຍເຄື່ອງ. ຫາກຖືກເຈາະລະບົບ ອາດສົ່ງຜົນກະທົບຕໍ່ Server ຫຼາຍລະບົບພ້ອມກັນ.

ແຫຼ່ງຂ່າວ: Broadcom Security Advisory | CISA KEV Catalog

16 Views