ມັນແວ StripedFly ແຜ່ກະຈາຍໄປທີ່ອຸປະກອນ Windows ແລະ Linux ແລ້ວຫຼາຍກວ່າ 1 ລ້ານເຄື່ອງ

ມັນ​ແວ​ທີ່​ສາມາດ​ເຮັດວຽກ​ຂ້າມ​ແພລດ​ຟອມ​ທີ່​ຊື່​ວ່າ StripedFly ໄດ້​ຫຼົບ​ລ່ຽງ​ການ​ກວດ​ຈັບ​ ຂອງ​ນັກ​ວິໄ​ຈ​ດ້ານ​ຄວາມ​ປອດໄ​ພ​ທາງ​ໄຊ​ເບີ ​ມາ​ເປັນ​ເວລາ​ ຫ້າ ​ປີ ໂດຍ​ໂຈມ​ຕີ​ລະບົບ Windows ແລະ Linux ຫລາຍກວ່າ​ໜຶ່ງ​ລ້ານ​ເຄື່ອງ​ໃນ​ຊ່ວງ​ເວລາ​ນັ້ນ.

Kaspersky ຄົ້ນ​ພົບ​ລັກສະນະ​ຂອງ​ໂຄງ​ສ້າງ​ຂອງ​ມັນ​ແວ​ໃນ​ປີ​ທີ່​ຜ່ານມາ ໂດຍ​ພົບ​ຫຼັກ​ຖານ​ວ່າ ​ມັນ​ແວ​ທຳການ​ໂຈມ​ຕີ​ມາ​ຕັ້ງ​ແຕ່​ປີ 2017 ໂດຍ​ມັນ​ແວ​ຖືກ​ຈັດ​ປະ​ເພດ​ຜິດ​ພາດ​ວ່າ ​ເປັນພຽງ​ໂປຣ​ແກຣມ​ຂູດ​ຫລຽນສະ​ກຸນ​ເງີນ​ດິ​ຈິຕອນ Monero.

ນັກ​ວິ​ເຄາະ​ລະ​ບຸ​ວ່າ StripedFly ວ່າ​ເປັນ​ມັນ​ແວ ​ທີ່​ໜ້າ​ປະ​ທັບ​ໃຈ ໂດຍ​ມີກ​ົນ​ໄກ​ການ​ເຊື່ອງ​ການ​ຮັບ​ສົ່ງ​ຂໍ້​ມູນ​ຜ່ານ TOR ທີ່​ເບິ່ງ​ຊັບ​ຊ້ອນ, ການ​ອັບ​ເດດ​ອັດ​ຕະໂນ​ມັດ​​ຈາກ​ແພລດ​ຟອມ​ ທີ່​ເຊື່ອ​ຖື​ໄດ້, ຄວາມ​ສາມາດ​ໃນ​ການ​ແຜ່ກະ​ຈາຍ​ແບບ worm, ແລະ ​ການ​ໃຊ້​ຊ່ອງ​ໂຫວ່ EternalBlue SMBv1 ແບບ​ກຳນົດ​ເອງ​ ທີ່​ສ້າງ​ຂຶ້ນ​ກ່ອນ​ການ​ເປີດ​ເຜີຍ​ຊ່ອງ​ໂຫວ່​ຕໍ່​ສາທາລະນະ.

ເຖິງ​ແມ່ນ​ວ່າ​ ຈະ​ຍັງ​ບໍ່​ຊັດເຈນ​ວ່າ framework ຂອງ​ມັນ​ແວ​ນີ້ ​ຖືກ​ໃຊ້​ເພື່ອ​ສ້າງ​ລາຍ​ໄດ້ ຫລື​ ເພື່ອ​ການ​ໂຈລະກຳ​ທາງ​ໄຊ​ເບີ ແຕ່ Kaspersky ລະ​ບຸ​ວ່າ ​ຄວາມ​ຊັບ​ຊ້ອນ​ຂອງ​ມັນ​ຊີ້​ບອກວ່າ​ ນີ້​ຄື​ມັນ​ແວ​ໃນ​ຮູບ​ແບບ​ຂອງ APT (advanced persistent threat).

ໂຄງ​ສ້າງ​ຂອງ​ມັນ​ແວ StripedFly ຖືກ​ພົບ​ຄັ້ງທຳອິດ ​ຫຼັງ​ຈາກ​ທີ່ Kaspersky ພົບ​ການ​ຝັງ shellcode ຂອງ​ແພລດ​ຟອມໃນ process WININIT.EXE ຊຶ່ງ​ເປັນ process ຂອງ Windows OS ທີ່​ຖືກ​ຕ້ອງ ແລະ ​ໃຊ້​ສຳລັບ​ຈັດການ​ການ​ເລີ່ມ​ຕົ້ນ​ໃຊ້​ງານ​ຂອງ​ລະບົບ​ຍ່ອຍ​ຕ່າງໆ.

ຫຼັງ​ຈາກ​ກວດ​ສອບ injected code ພ​ົບວ່າ​ໂຄ້​ດ​ນີ້​ຈະ​ດາວ​ໂຫຼດ ແລະ ​ຮຽກ​ໃຊ້​ໄຟ​ລ​໌​ເພິ່ມເຕິມ ເຊັ່ນ: ສະ​ຄ​ຣິ​ບ PowerShell ຈາກ​ບໍລິການ​ໂຮດ​ຕິ້ງ ​ທີ່​ຖືກ​ຕ້ອງ ເຊັ່ນ: Bitbucket, GitHub ແລະ GitLab ລວມ​ເຖິງ​ສະ​ຄ​ຣິບ PowerShell.

ການ​ສືບ​ສວນ​ເພິ່ມເຕິມ​ສະແດງ​ໃຫ້​ເຫັນ​ວ່າ ​ອຸປະກອນ​ທີ່​ຕິດ​ມັນ​ແວ​ມີ​ແນວ​ໂນ້ມ​ວ່າ​ຈະ​ຖືກ​ໂຈມ​ຕີຄັ້ງທຳອິດ​ດ້ວຍ​ຊ່ອງ​ໂຫວ່ SMBv1 ດ້ວຍ​ການ​ໃຊ້​ເຄື່ອງ​ມື EternalBlue ທີ່​ເລັ່ງເປົ້າ​ໄປ​ທີ່​ຄອມພິວເຕີ​ທີ່​ເຊື່ອມ​ຕໍ່​ກັບ​ອິນ​ເຕີ​ເນັດ.

ເ​ຊິ​ເວີ​ຄວບ​ຄຸມ ແລະ ​ສັ່ງ​ການ (C2) ຂອງ​ມັນ​ແວ​ຕັ້ງ​ຢູ່​ເທິງ​ເຄີອ​ຂ່າຍ TOR ແລະ ​ການ​ສື່​ສານ​ກັບ​ເ​ຊິ​ເວີ​ນີ້​ຈະ​ປະກອບ​ດ້ວຍ ID ທີ່​ສ້າງ​ມາ​ສະເພາະ​ຕົວ​ສຳລັບ​ເຫຍື່ອ​ແຕ່​ລະ​ລາຍ.

ທີ່​ມາ : www.bleepingcomputer.com/news/security/stripedfly-malware-framework-infects-1-million-windows-linux-hosts

903 Views