ທາງ Apple ໄດ້ອອກອັບເດດ macOS Ventura 13.4, macOS Monterey 12.6.6 ແລະ macOS Big Sur 11.7.7 ເພື່ອປິດຊ່ອງໂຫວ່ໃໝ່ໃນ macOS ໃນວັນທີ 18 ພຶດສະພາ 2023 ທີ່ຜ່ານມາ ຊ່ອງໂຫວ່ CVE-2023-32369 Severity High ຊຶ່ງເຮັດໃຫ້ຜູ້ໂຈມຕີ ສາມາດ bypass ລະບົບ System Integrity Protection (SIP) root ໄດ້ ຊ່ອງໂຫວ່ນີ້ຈະຊ່ວຍໃຫ້ຜູ້ໂຈມຕີ ສາມາດຕິດຕັ້ງມັນແວ ທີ່ບໍ່ສາມາດກວດຈັບໄດ້ ແລະ ສາມາດລັກຂໍ້ມູນດ້ວຍວິທີຫຼົບຫຼີກການກວດຈັບຈາກ Transparency, Consent, and Control (TCC) ພາຍໃນ macOS.
ໂດຍທົ່ວໄປແລ້ວ ຜູ້ໃຊ້ງານບໍ່ສາມາດປິດການໃຊ້ງານ SIP ໄດ້ ເນື່ອງຈາກຈະຕ້ອງເຂົ້າເຖິງອຸປະກອນ ແລະ ທຳການ Restart ອຸປະກອນກ່ອນ ແຕ່ຫາກໂຈມຕີຜ່ານຊ່ອງໂຫວ່ນີ້ດ້ວຍ user ທີ່ມີສິດລະດັບ root ສາມາດໂຈມຕີ ເພື່ອຝັງມັນແວໄດ້ໂດຍທີ່ບໍ່ຈຳເປັນຕ້ອງ Restart ແຕ່ຢ່າງໃດ.
Apple ຈຶ່ງແນະນຳໃຫ້ອັບເດດ macOS Ventura 13.4, macOS Monterey 12.6.6 ແລະ macOS Big Sur 11.7.7 ເພື່ອປິດຊ່ອງໂຫວ່ດັ່ງກ່າວໃນທັນທີ ຊຶ່ງສາມາດກວດສອບໄດ້ທີ່ support.apple.com.
ທີ່ມາ : bleepingcomputer
