ໃນຕອນບ່າຍ ຂອງວັນທີ 12 ຕຸລາ 2022 ທີ່ຫ້ອງປະຊຸມໃຫຍ່ ສູນອິນເຕີເນັດແຫ່ງຊາດ, ໜ່ວຍຊາວໜຸ່ມ ກົມຄວາມປອດໄພໄຊເບີ(ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ໃນເມື່ອກ່ອນ) ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 04 ບຸກ ປະຈຳປີ 2020 ແລະ ທຸງໄຊນຳໜ້າ 04 ບຸກ ໂດຍການເຂົ້າຮ່ວມຂອງສະຫາຍ ນ. ພິຊິດໄພ ກອກມີລາ, ຮອງເລຂາໜ່ວຍພັກ ກົມຄວາມປອດໄພໄຊເບີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ສະຫາຍ ພວງປະເສີດ ແກ້ວສຸວັນ, ຄະນະພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ກໍາມະການຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາສະມາຊິກຊາວໜຸ່ມພາຍໃນ ກົມຄວາມປອດໄພໄຊເບີ ເຂົ້າຮ່ວມ 20 ສະຫາຍ.

ໂດຍຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກໃນປີ 2020 ຂອງໜ່ວຍຊາວໜຸ່ມ ກົມຄວາມປອດໄພໄຊເບີ ແມ່ນສາມາດປະຕິບັດໄດ້ດີຫຼາຍໃນດ້ານຕ່າງໆ ຄື: ດ້ານແນວຄິດ, ດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ, ດ້ານວຽກງານການຈັດຕັ້ງ ແລະ ດ້ານວິຊາຊີບ-ວຽກເຮັດງານທຳ. ພ້ອມກັນນັ້ນ, ໃນການຮັບໃບຢັ້ງຢືນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 04 ບຸກ ໃນຄັ້ງນີ້ ເປັນປີທີ 03 ຕິດຕໍ່ກັນ (2018-2020) ເຊີ່ງເຮັດໃຫ້ ໜ່ວຍຊາວໜຸ່ມ ກົມຄວາມປອດໄພໄຊເບີ ໄດ້ຮັບທຸງໄຊນໍາໜ້າ 4 ບຸກ ຊຶ່ງເປັນຜົນງານທີ່ໜ້າພາກພູມໃຈ ທີ່ໜ່ວຍຊາວໜຸ່ມ ກົມຄວາມປອດໄພໄຊເບີຍາດມາໄດ້.

ດ້ວຍການຊີ້ນຳທີ່ໜັກແໜ້ນຂອງຄະນະພັກກົມຄວາມປອດໄພໄຊເບີ, ດ້ວຍການນຳພາຢ່າງໃກ້ຊິດຕິດແທດຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ສະມາຊິກທຸກສະຫາຍພາຍໃນໜ່ວຍ ທີ່ມີຄວາມສາມັກຄີ, ຄວາມເຂັ້ມແຂງທາງດ້ານການເມືອງ, ແນວຄິດ,ການຈັດຕັ້ງ ແລະ ມີແບບແຜນວິທີການເຄື່ອນໄຫວທີ່ຖືກຕ້ອງ, ເປັນເຈົ້າຕົນເອງໃນການຝຶກຝົນຫຼໍ່ຫຼອມ, ເສີມຂະຫຍາຍສະຕິປັນຍາ-ຫົວຄິດປະດິດສ້າງ ຈຶ່ງເຮັດໃຫ້ສາມາດຍາດມາໄດ້ຜົນງານທີ່ພາກພູມໃຈດັ່ງກ່າວ. ຄຽງຄູ່ກັບດ້ານດີ ກໍ່ຍັງມີບາງດ້ານທີ່ຍັງຄົງຄ້າງ ເຊີ່ງນັ້ນກໍ່ເປັນຄວາມທ້າທາຍໃນຄັ້ງຕໍ່ໄປທີ່ ໜ່ວຍຊາວໜູ່ມກົມຄວາມປອດໄພໄຊເບີ ຕ້ອງສືບຕໍ່ສູ້ຊົນປະຕິບັດໃຫ້ດີຂຶ້ນເລື້ອຍໆໃນປີຕໍ່ໄປ.
