ກອງປະຊຸມດ້ານຄວາມປອດໄພໄຊເບີ ອາຊຽນ-ຍີ່ປຸ່ນ ຄັ້ງທີ່ 1 (1st ASEAN-Japan Cyber Security Working Group)

ອາຊຽນ-ຍີ່ປຸ່ນ ຫາລືຍົກລະດັບຄວາມປອດໄພທາງໄຊເບີ

ບັນດາປະເທດ ອາຊຽນ ຮ່ວມກັບປະເທດ ຍີ່ປຸ່ນທັງພາກລັດ, ເອກະຊົນ ຮ່ວມກັນຫາລື ຍົກລະດັບ ຄວາມປອດໄພ ຫຼຸດຜ່ອນອາຊະຍາກຳທາງໄຊເບີ ແລະ ປ້ອງກັນການໂຈມຕີທາງໄຊເບີຕ່າງໆ.

ການປຶກສາຫາລືດັ່ງກ່າວ ແມ່ນຢູ່ໃນກອງປະຊຸມດ້ານຄວາມປອດໄພໄຊເບີອາຊຽນ-ຍີ່ປຸ່ນ ຄັ້ງທີ່ 1 (1″ ASEAN-Japan Cyber Security Working Group) ຮ່ວມກັບ ອົງການ NISC, ປະເທດ ຍີ່ປຸ່ນ ໃນລະຫວ່າງວັນທີ 18-19 ກຸມພາ 2025 ທີ່ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳຫຼ້າ ສຸນນະລັດ ຫົວໜ້າກົມຄວາມປອດໄພໄຊເບີ, ພ້ອມມີທ່ານ ຢຸນອີຈີ ຊາຊາກິ ທີປຶກສາ ອົງການ NISC, ປະເທດ ຍີ່ປຸ່ນ, ຕາງໜ້າຈາກບັນດາປະເທດ ສະມາຊິກອາຊຽນ ແລະ ຍີ່ປຸ່ນ ທັງພາກລັດ, ເອກະຊົນ, ອົງການຈັດຕັ້ງສາກົນ ແລະ ຂະແໜງອຸດສາຫະກຳ ຂອງ ປະເທດ ຍີ່ປຸ່ນ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ໄດ້ປຶກສາຫາລືເຖິງບັນດາໄພຄຸກຄາມທາງໄຊເບີທີ່ນັບມື້ນັບມີທ່າແຮງການຂະຫຍາຍຕົວ ແລະ ຄວາມ ຊັບຊ້ອນເພີ່ມຂຶ້ນເລື້ອຍໆ ລວມໄປເຖິງບັນດາໄພຄຸກຄາມທີ່ເກີດຂື້ນໃໝ່ທີ່ມາພ້ອມກັບວິວັດທະນາການພັດທະນາຂອງເຕັກໂນໂລຊີ, ພ້ອມນີ້ຍັງໄດ້ມີການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບ ບັນດາຂໍ້ລິເລີ່ມ ແລະ ແຜນການຮ່ວມມືຕ່າງໆທີ່ຈະເຮັດຮ່ວມກັນ ເພື່ອປັບປຸງ ແລະ ຍົກສູງໃຫ້ແກ່ການປົກປ້ອງຂໍ້ມູນຂ່າວສານພື້ນຖານໂຄງລ່າງທີ່ສໍາຄັນຂອງຊາດ.

ໂດຍການເຄື່ອນໄຫວດັ່ງກ່າວ ແນໃສ່ການສົ່ງເສີມ ການພັດທະນານະໂຍບາຍດ້ານຄວາມປອດໄພທາງໄຊເບີ ແລະ ຮ່ວມມືກັນໃນການແກ້ໄຂບັນດາສິ່ງທ້າທາຍຕ່າງໆ ເປັນຕົ້ນ ແມ່ນ ບັນຫາດ້ານອາຊະຍາກຳທາງໄຊເບີ ແລະ ການປ້ອງກັນການໂຈມຕີທາງໄຊເບີ ລວມເຖິງໄດ້ໂອ້ລົມ ແລະ ທົບທວນຄືນ ບັນດາຂະບວນການເຮັດວຽກ ທີ່ຕິດພັນເຖິງກົນໄກການປະຕິບັດງານໃນໜຶ່ງປີທີ່ຜ່ານມາ, ຊຶ່ງ ຍີ່ປຸ່ນ, ໄທ, ສິງກະໂປ ແລະ ກອງເລຂາ ອາຊຽນ ກໍ່ໄດ້ອັບເດດຄວາມຄືບໜ້າຂອງບາງກິດຈະກຳທີ່ຕິດພັນ ແລະ ບັນດາໂຄງການທີ່ກຳລັງດໍາເນີນຢູ່ພ້ອມທັງ ສະເໜີການຮ່ວມມືໃນຕໍ່ໜ້າຜ່ານໂຄງການຝຶກອົບຮົມ, ກອງປະຊຸມ ແລະ ເຮັດຟອມການແບ່ງປັນຂໍ້ມູນຂ່າວສານໄພຄຸກຄາມ ຕ່າງໆ ໂດຍສະເພາະໂຄງການ AJCCBC ແລະ ASCCE ເພື່ອຫາແນວທາງມາດຕະການໃນການແກ້ໄຂບັນຫາສິ່ງທ້າທາຍ ຮ່ວມກັນ,ການເປັນເຈົ້າພາບຮ່ວມຈັດກອງປະຊຸມໃນຄັ້ງນີ້ສະແດງໃຫ້ເຫັນເຖິງບາດກ້າວທີ່ສໍາຄັນໃນຄວາມພະຍາຍາມຢ່າງຕໍ່ເນື່ອງ ຂອງ ສປປ ລາວ, ຍີ່ປຸ່ນ ແລະ ປະເທດສະມາຊິກອາຊຽນ ໃນການຊຸກຍູ້ ແລະ ເພີ່ມທະວີການຮ່ວມມືດ້ານວຽກງານຄວາມ ປອດໄພທາງໄຊເບີ ແລະ ແບ່ງປັນແນວທາງການປະຕິບັດທີ່ດີທີ່ສຸດທີ່ຈະຊ່ວຍປົກປ້ອງ ແລະ ສ້າງພື້ນທີ່ທາງອອນລາຍຂອງ ທຸກຄົນໃຫ້ມີຄວາມປອດໄພ.

ນອກຈາກນີ້, ວາລະກອງປະຊຸມດັ່ງກ່າວຍັງໄດ້ສົ່ງເສີມໃຫ້ບັນດາຂະແໜງການອຸດສາຫະກຳ ທັງພາກລັດ ແລະ ເອກະຊົນ ຂອງ ຍີ່ປຸ່ນ ໄດ້ມີສ່ວນຮ່ວມ ແລະ ສ້າງເວທິການແບ່ງປັນຂໍ້ມູນໄພຄຸກຄາມທາງໄຊເບີເຊິ່ງກັນ ແລະ ກັນ ຜ່ານການຈັດກອງປະຊຸມນອກຮອບ.

ນອກຈາກນີ້, ທີ່ປະຊຸມຍັງໄດ້ຮັບຊາບເຖິງການວາງແຜນແນວທາງການຮ່ວມມືກັນຂອງອາຊຽນ ແລະ ຍີ່ປຸ່ນ ດ້ານຄວາມ ປອດໄພທາງໄຊເບີ. ຊຶ່ງເປັນພື້ນຖານໃຫ້ແກ່ການລິເລີ່ມບັນດາກິດຈະກຳຕ່າງໆ, ຄະນະເຮັດວຽກດ້ານຄວາມປອດໄພທາງ ໄຊເບີ ອາຊຽນ – ຍີ່ປຸ່ນ ຍັງໄດ້ປະກອບຄຳຄິດເຫັນ ກ່ຽວກັບ ການໃຫ້ການສະໜັບສະໜູນ ແລະ ຊຸກຍູ້ໃນຂະບວນການ ດໍາເນີນການແກ້ໄຂ ແລະ ຕອບໂຕ້ກັບເຫດການສຸກເສີນທາງໄຊເບີ ເພື່ອຮັບມືກັບບັນດາສິ່ງທ້າທາຍຕ່າງໆທາງໄຊເບີ ໂດຍ ສະເພາະການເພີ່ມທະວີກົນໄກແລກປ່ຽນຂໍ້ມູນຂ່າວສານ, ການສ້າງຄວາມເຂັ້ມແຂງໃຫ້ບັນດາໂຄງການຝຶກອົບຮົມ ເພື່ອສ້າງໃຫ້ຜູ້ຊ່ຽວຊານດ້ານຄວາມປອດໄພໄຊເບີມີຄວາມຊຳນານດ້ານວິຊາການຂັ້ນສູງ ຄຽງຄູ່ກັບການປັບປຸງການຮ່ວມມືໃນ ພາກພື້ນຕໍ່ກັບການຮັບມື ແລະ ແກ້ໄຂເຫດການສຸກເສີນທາງໄຊເບີ ໂດຍຜ່ານການຝຶກຊ້ອມຢ່າງເປັນປະຈໍາ.

633 Views