ຈັດຝຶກອົບຮົມ ການວິເຄາະການໂຈມຕີ ແລະ ວິທີກູ້ຄືນພາຍຫລັງຖືກໂຈມຕີທາງໄຊເບີ

ຍົກສູງ ແລະ ພັດທະນາວຽກງານຄວາມປອດໄພໄຊເບີ ຂອງ ສປປ ລາວ

ພິທີຝຶກອົບຮົມ ຮ່ວມກັບ ສະຖານທູດ ອາເມລິກາ ປະຈໍາ ສປປ ລາວ ແລະ ອົງການ MITRE ໃນຫົວຂໍ້: ການວິເຄາະການໂຈມຕີ ແລະ ວິທີກູ້ຄືນພາຍຫຼັງຖືກໂຈມຕີທາງໄຊເບີ ຈັດຂຶ້ນໃນວັນທີ 10-12 ກັນຍາ 2025 ທີ່ ໂຮງແຮມ ຄຣາວພຣາຊາ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມໂດຍທ່ານ ພວງປະເສີດ ແກ້ວສຸວັນ ຫົວໜ້າຫ້ອງການກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານນາງ Michelle Outlaw ອຸປະທູດ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ມີຜູ້ຕາງໜ້າຈາກກົມ ຫ້ອງການ ພ້ອມດ້ວຍນັກວິທະຍາກອນ ແລະ ນັກສໍາມະນາກອນເຂົ້າຮ່ວມ.

ສປປ ລາວ ກຳລັງກ້າວໜ້າໃນການປ່ຽນຜ່ານສູ່ຍຸກສະໄໝດິຈິຕອນ ພາຍໃຕ້ຍຸດທະສາດລະດັບຊາດຂອງພວກເຮົາ ຄວາມຈຳເປັນໃນການສ້າງຄວາມຢືດຢູ່ນ ແລະ ເຂັ້ມແຂງທາງດ້ານການຮັກສາຄວາມປອດໄພທາງໄຊເບີ ຈຶ່ງເປັນສີ່ງສຳຄັນ ແລະ ເປັນວຽກບູລິມະສິດ ການເສີມສ້າງຄວາມອາດສາມາດໃຫ້ບຸກຄະລາກອນ ແລະ ການຮ່ວມມືສາກົນ ເປັນບາດກ້າວອັນສຳຄັນໃນການປ້ອງກັນ ແລະ ສະກັດກັ້ນບັນດາໄພຄຸກຄາມຕ່າງໆທີ່ອາດຈະເກີດຂຶ້ນ ແລະ ສົ່ງຜົນກະທົບທີ່ຮ້າຍແຮງຕໍ່ອົງກອນ.

ໃນພິທີທ່ານ ພວງປະເສີດ ແກ້ວສຸວັນ ກ່າວວ່າ: ຊຸດຝຶກອົບຮົມໃນຄັ້ງນີ້ ເພື່ອຮ່ວມມືກັນໃນການຍົກສູງ ແລະ ພັດທະນາວຽກງານຄວາມປອດໄພໄຊເບີ ຂອງ ສປປ ລາວ ໃຫ້ມີປະສິດທິພາບ ແລະ ມີບາດກ້າວທີ່ດີຂຶ້ນເລື້ອຍໆ ການຝຶກອົບຮົມໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງພວກເຮົາທີ່ຈະແກ້ໄຂບັນຫາໄພຄຸຄາມດ້ານຄວາມປອດໄພທາງໄຊເບີຮ່ວມກັນ ເນື່ອງຈາກປັດຈຸບັນ ransomware ໄດ້ກາຍມາເປັນສິ່ງທ້າທາຍທົ່ວໂລກ ເຊິ່ງກໍ່ໃຫ້ເກີດການສູນເສຍທາງດ້ານການເງິນທີ່ຮ້າຍແຮງ ແລະ ກີດຂວາງການບໍລິການທີ່ສໍາຄັນຕ່າງໆຂອງຊາດ ການໂຈມຕີດັ່ງກ່າວບໍ່ພຽງແຕ່ແນໃສ່ບັນດາສະຖາບັນຂອງລັດຖະບານເທົ່ານັ້ນ ແຕ່ຍັງມີບັນດາວິສາຫະກິດ ລະບົບຮັກສາສຸຂະພາບ ແລະ ລະບົບການສຶກສາອີກດ້ວຍ ສໍາລັບປະເທດທີ່ກໍາລັງພັດທະນາ ເຊັ່ນ ສປປ ລາວ ເອງ ຜົນກະທົບດັ່ງກ່າວແມ່ນສາມາດສ້າງຄວາມເສຍຫາຍ ຕໍ່ການຈະເລີນເຕີບໂຕຂອງເສດຖະກິດຄວາມໝັ້ນຄົງຂອງຊາດ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນໃນການບໍລິການດິຈິຕອນໄດ້.

ງານເຝິກອົບຮົມໃນຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍ ອີກທັງຜູ້ຊ່ຽວຊານ ຈາກ ອົງການ MITER ຈະນໍາເອົາບົດຮຽນ ແລະ ປະສົບການທີ່ຖືກນໍາໃຊ້ໃນທົ່ວໂລກ ເພື່ອວິເຄາະພຶດຕິກໍາຂອງສັດຕູ ແລະ ເພີ່ມຄວາມເຂັ້ມແຂງຂອງການດໍາເນີນງານດ້ານຄວາມປອດໄພ ມາເເລກປ່ຽນກັບບັນດາທ່ານໃນຄັ້ງນີ້ ການຮ່ວມມືຂອງສະຖານທູດສະຫະລັດອາເມລິກາ ປະຈຳ ລາວ ໄດ້ສະແດງໃຫ້ເຫັນຄຸນຄ່າຂອງການຮ່ວມມືໃນການພັດທະນາຂົງເຂດວຽກບູລິມະສິດ ໂດຍການເຮັດວຽກຮ່ວມກັນ ພວກເຮົາສາມາດແບ່ງປັນແນວທາງການປະຕິບັດທີ່ພິສຸດ ເພື່ອຮັບປະກັນວ່າສັງຄົມຂອງພວກເຮົາໄດ້ຮັບການປົກປ້ອງຈາກໄພຄຸກຄາມ ransomware ການເຝິກອົບຮົມ ໃນຄັ້ງນີ້ ບໍ່ພຽງແຕ່ເປັນການສ້າງຄວາມຮ່ວມມື ລະຫວ່າງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກໍ່ຄື ກົມຄວາມປອດໄພໄຊເບີ ບັນດາກະຊວງອ້ອມຂ້າງ ຂະແໜງການທີ່ເຮັດວຽກຕິດພັນ ແລະ ສະຖານທູດ ອາເມລິກາ ເທົ່ານັ້ນ ແຕ່ຍັງເປັນການສົ່ງເສີມການສ້າງທັກສະຄວາມຮູ້ຄວາມສາມາດດ້ານວິຊາການໃຫ້ບຸກຄະລາກອນ.

ຜົນໄດ້ຮັບຈາກການເຝິກອົບຮົມໃນຄັ້ງນີ້ ຈະປະກອບສ່ວນໂດຍກົງເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງບັນດາທ່ານ ເພື່ອໃຫ້ເກີດປະສິດທິຜົນ ແລະ ສາມາດນຳໄປຜັນຂະຫຍາຍໃຫ້ເກີດປະໂຫຍດສູງສຸດຕໍ່ອົງກອນຂອງບັນດາທ່ານ.

ຂ່າວ: ວຽງຈັນໃໝ່

547 Views