ກອງປະຊຸມວິຊາການ ປຶກສາຫາລື ຖອດຖອນບົດຮຽນ ບັນຫາອາຊະຍາກໍາທີ່ເກີດຂຶ້ນທາງອິນເຕີເນັດຢູ່ ສປປ ລາວ

ໃນຕອນເຊົ້າຂອງວັນທີ  30 ມິຖຸນາ 2022 ນີ້, ກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມວິຊາການ ຮ່ວມກັບ ກົມຕໍາຫຼວດເສດຖະກິດ, ອົງການສືບສວນ-ສອບ ສວນ, ກົມຕໍາຫຼວດສາກົນ ແລະ ສູນຄຸ້ມຄອງອິນເຕີເນັດ ກະຊວງ ປ້ອງກັນຄວາມສະຫງົບ ພາຍໃຕ້ຫົວຂໍ້: ປຶກສາຫາລືຖອດຖອນບົດຮຽນ ບັນຫາອາຊະຍາກໍາທີ່ເກີດຂຶ້ນທາງອິນເຕີເນັດຢູ່ສປປ ລາວທີ່ສູນອິນເຕີເນັດ ແຫ່ງຊາດ, ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ສຸນນະລັດ, ຫົວໜ້າ ກົມຄວາມປອດໄພໄຊເບີ, ມີຜູ້ເຂົ້າຮ່ວມ 14 ທ່ານ ມີຜູ້ຕາງໜ້າຈາກ ກະຊວງ ປ້ອງກັນຄວາມສະຫງົບ ຈໍານວນ 08 ທ່ານ ແລະ ຈາກກົມຄວາມປອດໄພໄຊເບີ 06 ທ່ານ.

         ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ລາຍງານ ສະພາບບັນຫາອາຊະຍາກໍາທີ່ເກີດຂຶ້ນຢູ່ ສປປ ລາວ ພ້ອມທັງ ສະເໜີແລກປ່ຽນຄວາມຄິດເຫັນເຖິງຄວາມສໍາຄັນໃນການແກ້ໄຂບັນຫາ  ແລະ ແຜນການຮັບມື ປ້ອງກັນ ຮ່ວມ ກັນໃນຕໍ່ໜ້າ ໃຫ້ເກີດມີປະສິດຕິພາບປະສິດຕິຜົນສູງ ແລະ ທັງສາມາດຕີຕ້ານປະກົດການຫຍໍ້ຖໍ້ທາງສື່ສັງຄົມອອນລາຍໃຫ້ລຸດໜອ້ຍຖອ້ຍລົງເທື່ອລະກ້າວ.

1,527 Views