ກົມຄວາມປອດໄພໄຊເບີ ໄດ້ຕ້ອນຮັບ ບໍລິສັດ Solutions for Asia ປະເທດ ສິງກະໂປ

ໃນວັນທີ 28 ມິຖຸນາ 2022 ທ່ານ ຄໍາຫຼ້າ ສຸນນະລັດ, ຄະນະພັກກະຊວງ ຕສ, ຫົວໜ້າກົມຄວາມປອດໄພໄຊເບີ ພ້ອມດ້ວຍຄະນະພະແນກພາຍໃນກົມຄວາມປອດໄຊເບີ ໄດ້ຕ້ອນຮັບ ທ່ານ ອີນສະລີ ຈົງ (Mr Ainsley Jong  ອໍານວຍການບໍລິຫານ ແລະ ຜູ້ກໍ່ຕັ້ງ ບໍລິສັດ Solutions for Asia ປະເທດ ສິງກະໂປ ພ້ອມດ້ວຍຄະນະ ເພື່ອເຂົ້າຮ່ວມປຶກສາຫາລືວຽກງານການຮ່ວມມືໃນຕໍ່ໜ້າ, ຈໍານວນ 22 ທ່ານ.

ໃນການຕ້ອນຮັບ ແລະ ປຶກສາຫາລືວຽກງານພາຍຫຼັງສຳເລັດງານສຳມະນາໃນຫົວຂໍ້: ຄວາມສໍາຄັນຂອງໂຄງລ່າງພື້ນຖານຂໍ້ມູນຂ່າວສານໃນການພັດທະນາລະບົບດິຈິຕ໋ອນ ແລະ ຄວາມທ້າທາຍ (The importance of Critical Information Infrastructure (CII) in Digitalisation Development and its challenges), ທີ່ ໂຮງແຮມ ຄຣາວພາຊາ, ນະຄອນຫຼວງວຽງຈັນ, ໃນວັນທີ 27 ມິຖຸນາ 2022 ທີ່ຜ່ານມານີ້ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ເຖິງແມ່ນວ່າເວລາຈະສັ້ນກໍ່ຕາມ ແຕ່ບັນດາຂໍ້ມູນ, ປະສົບການ ແລະ ຄວາມຮູ້ທີ່ໄດ້ແລກປ່ຽນກັບ ຊຽວຊານຈາກ ສິງກະໂປ ຈະຊ່ວຍໃຫ້ຜູ້ເຂົ້າຮ່ວມສາມາດເຂົ້າໃຈບັນຫາ ແລະ ວິທີການຕ່າງໆ, ໂດຍສະເພາະ ການສົ່ງເສີມໃຫ້ເຂົ້າໃຈກ່ຽວກັບການປົກປ້ອງຂໍ້ມູນສ່ວນບຸກຄົນ ໃຫ້ມີຄວາມປອດໄພ ດ້ວຍການນຳໃຊ້ເຄື່ອງມືທາງດ້ານເຕັກນິກ ແລະ ນິຕິກຳຕ່າງໆ ເພື່ອຕອບໂຕ້ພຶດຕິກຳ ຂອງກຸ່ມຄົນບໍ່ຫວັງດີ ລວມເຖິງການສ້າງກົນໄກ ກໍຄື ການຊອກຫາວິທີແກ້ໄຂ ເພື່ອຄວາມໜັ້ນຄົງໃນການປົກປ້ອງຂໍ້ມູນສ່ວນຕົວຈາກການໂຈລະກຳ.

ດັ່ງນັ້ນ, ໃນການປົກປ້ອງຂໍ້ມູນສ່ວນຕົວ, ຈະຕ້ອງໄດ້ມີການຮ່ວມມື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໂດຍສະເພາະ ການສ້າງຂີດຄວາມສາມາດໃນການປ້ອງກັນ, ສ້າງລະບຽບກົດໝາຍ, ປົກປ້ອງຂໍ້ມູນສ່ວນບຸກຄົນ, ສ້າງມາດຕະການປ້ອງກັນ ແລະ ຮັບມືກັບໄພຄຸກຄາມທາງໄຊເບີ ທີ່ອາດຈະເກີດຂຶ້ນໃນປັດຈຸບັນ ພ້ອມທັງຮອງຮັບແຜນຂອງກະຊວງໃນການຫັນເປັນດິຈິຕ໋ອນ ໃນຕໍ່ໜ້າ. 

2,032 Views