ກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ໄຊເບີຣັສ ໄດ້ຈັດຈັດການແຂ່ງຂັນ “ການໂຈມຕີລະບົບຄອມພິວເຕີຂອງໄວໜຸ່ມລາວ” (Lao Young Hacker Competition) ຂຶ້ນໃນຕອນເຊົ້າຂອງວັນທີ 30 ກັນຍາ 2022, ທີ່ຫ້ອງປະຊຸມຂອງສະຖາບັນເຕັກໂນໂລຊີ ແລະ ການສື່ສານ, ໂດຍການເປັນປະທານກ່າວເປີດຂອງ ທ່ານ ສຸດສາຄອນ ພົມມະຈັນ, ຮອງຫົວໜ້າກົມຄວາມປອດໄພໄຊເບີ, ຊຶ່ງມີບັນດານັກສຶກສາ ຈາກມະຫາວິທະຍາໄລ, ສະຖາບັນ ແລະ ພາກສ່ວນອື່ນໆ ເຂົ້າຮ່ວມຈຳນວນ 40 ທ່ານ.
ໂອກາດດັ່ງກ່າວ, ທ່ານ ສຸດສາຄອນ ພົມມະຈັນ ໄດ້ກ່າວວ່າ: ການແຂ່ງຂັນ “ການໂຈມຕີລະບົບຄອມພິວເຕີຂອງໄວໜຸ່ມລາວ” (Lao Young Hacker Competition), ເປັນການຄັດເລືອກຕົວແທນຈາກ ສປປ ລາວ ເພື່ອເຂົ້າຮ່ວມ “ການແຂ່ງຂັນຕອບໂຕ້ ແລະ ຮັບມືເຫດສຸກເສີນທາງໄຊເບີ ລະດັບອາຊຽນ 2022 (Cyber SEA Game 2022) ຊຶ່ງຈະຈັດຂຶ້ນເປັນຄັ້ງທີ 06” ໃນລະຫວ່າງ ວັນທີ 10-11 ພະຈິກ 2022 ທີ່ ບາງກອກ, ປະເທດໄທ, ໂດຍເອົາທີມທີ່ມີຄະແນນດີສຸດເຂົ້າໄປແຂ່ງຂັນຕໍ່ໄປ ຊຶ່ງແຕ່ລະທີມຈະຕ້ອງນຳໃຊ້ຄວາມຮູ້ຄວາມສາມາດດ້ານຄວາມປອດໄພທາງເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອຈະພິສູດ ແລະ ສະແດງທັກສະຄວາມຮູ້ທີ່ມີຢູ່ໃນການແກ້ໂຈດທີ່ທ້າທາຍໃນຮູບແບບ (Capture the flag (CTF)) ທຸກທີມຈະຕ້ອງພະຍາຍາມເຈາະລະບົບ ເພື່ອບຸກເຂົ້າໄປຍາດເອົາຂໍ້ມູນ ຫຼື ພື້ນທີ່ຂອງຄູ່ແຂ່ງອື່ນໆ, ໃນຂະນະດຽວກັນຕ້ອງພະຍາຍາມປ້ອງກັນພື້ນທີ່ຂອງຕົນ ບໍ່ໃຫ້ທີມອື່ນມາແຮັກຂໍ້ມູນ ຫຼື ພື້ນທີ່ຂອງຕົນເອງໄດ້, ຊຶ່ງເປັນການແຂ່ງຂັນທີ່ບໍ່ພຽງແຕ່ເປີດໂອກາດໃຫ້ທຸກທີມ ໄດ້ນຳໃຊ້ສັກກະຍາພາບດ້ານຄວາມສາມາດໃນການຮັບມືກັບຄວາມປອດໄພໄຊເບີແລ້ວ ແຕ່ຍັງເປັນການກະຕຸ້ນໃຫ້ເກີດການກຽມພ້ອມຮັບມືກັບໄພຄຸກຄາມທີ່ອາດຈະເກີດຂຶ້ນໄດ້ຕະຫຼອດເວລາອີກດ້ວຍ.
ຂຽນຂ່າວ ໂດຍ ກົມຄວາມປອດໄພທາງໄພໄຊເບີ
