ການແຂ່ງຂັນໂຕ້ວາທີ ໃນຫົວຂໍ້ ຄວາມປອດໄພ ເຕັກໂນໂລຊີດີຈີຕ໋ອນ

ໃນວັນທີ 21 ທັນວາ 2022, ໄດ້ມີການແຂ່ງຂັນໂຕ້ວາທີໃນຫົວຂໍ້ ຄວາມປອດໄພ ເຕັກໂນໂລຊີດີຈີຕ໋ອນ, ຊຶ່ງການ ແຂ່ງຂັນຄັ້ງນີ້ ຖືເປັນຄັ້ງທໍາອິດ ທີ່ກົມຄວາມປອດໄພໄຊເບີຈັດຂຶ້ນ ເພື່ອສົ່ງເສີມ ແລະ ປູກຈິດສໍານຶກ ໃຫ້ໄວໜຸ່ມຍຸກໃໝ່ ຮັບຮູ້ຄວາມປອດໄພເຕັກໂນໂລຊີດີຈີຕ໋ອນ, ທັກສະການແບ່ງຄວາມຮັບຜິດຊອບພາຍໃນທີມ ແລະ ທີ່ສໍາຄັນ ແມ່ນເປັນການເຜີຍແຜ່ໃຫ້ສັງຄົມ,​ ບັນດານັກຮຽນຮູ້, ນັກສຶກສາ, ຜູ້ປະກອບການດ້ານເຕັກໂນໂລຊີດີຈີຕ໋ອນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ເຖິງຄວາມສໍາຄັນ ຂອງຄວາມປອດໄພທາງໄຊເບີ ຕໍ່ກັບວຽກງານການຫັນເປັນອຸດສະຫະກໍາ ທັນສະໄໝ ແລະ ພັດທະນາ ເສດຖະກິດດີຈີຕ໋ອນ ຂອງ ສປປ ລາວ.

ການແຂ່ງຂັນຄັ້ງນີ້ ມີຜູ້ສະໝັກເຂົ້າຮ່ວມ ແຂ່ງຂັນທັງໝົດ 23 ທີມ, ໄດ້ຄັດເລືອກເອົາ 8 ທີມ ເຂົ້າແຂ່ງຂັນຮອບທຳອິດ ໃນວັນທີ 18 ທັນ 2022 ເພື່ອຄັດເລືອກເອົາ 4 ທີມ ມາແຂ່ງຂັນໃນຮອບຊີງຊະນະເລີດ, ກິດຈະກຳການແຂ່ງຂັນ ແມ່ນໄດ້ແບ່ງອອກເປັນ ສອງສາຍ ແຕ່ລະສາຍ ມີ 4 ທີມ ຊຶ່ງທີມໜື່ງເປັນຝ່າຍສະເໜີ ແລະ ອີກທີມເປັນຝ່າຍຄ້ານ ໂຕ້ຕອບໃນລະຍັດຕິ ທີ່ໄດ້ກຳໜົດໃຫ້ ເຫັນວ່າແຕ່ລະທີມ ໄດ້ນໍາສະເໜີໃນແງ່ຄວາມຄິດສ້າງສັນ, ມູນມອງຄວາມຄິດ ຂອງໄວໝຸ່ມຍຸກໃໝ່, ການຊອກຫາຂໍ້ມູນ ແລະນໍາສະເໜີຂໍ້ມູນທີ່ແຕກຕ່າງກັນ ໃນບັນຫາດຽວກັນ.

ຜ່ານການໂຕ້ວາທີ ໃນຫົວຂໍ້ ຄວາມປອດໄພເຕັກໂນໂລຊີດີຈີຕ໋ອນຄັ້ງນີ້ ຜົນປະກົດວ່າ ຝ່າຍຄ້ານ ເປັນຜູ້ຊະນະເລີດ ໃນຍັດຕິ ທີ່ວ່າ ສັງຄົມຂຶ້ນກັບເຕັກໂນໂລຊີ

– ອັນດັບທີ 1 ທີມ Cyberthon1​ ຮັບເງິນ​ລາງວັນ​ 5,000,000 ກີບ​ ພ້ອມໃບຍ້ອງຍໍ.​

– ອັນດັບທີ 2 ທີມ ພິຊິດໄຊ​ ຮັບເງິນ​ລາງວັນ​ 3,000,000 ກີບ​ ພ້ອມໃບຊົມເຊີຍ.​

– ອັນດັບທີ 3 ທີມ Wakanda ແລະ Fetus ຮັບເງິນ​ລາງວັນ​ທີມລະ 1,000,000 ກີບ​ ພ້ອມໃບຊົມເຊີຍ.

1,327 Views