ແຈ້ງເຕືອນ Discord.io ຂໍ້ມູນຮົ່ວໄຫຼ ກະທົບຕໍ່ຜູ້ໃຊ້ງານກວ່າ 760,000 ລາຍ

Discord.io ບໍ່​ແມ່ນ​ເວັບ​ໄຊ​​ Discord ແຕ່​ເປັນ​ບໍລິການ​ ຂອງ​ຜູ້​ບໍ່​ຫວັງ​ດີ ​ທີ່​ອະນຸຍາດ​ໃຫ້​ເຈົ້າ​ຂອງ​ເ​ຊີເວີ​ ສ້າງ​ຄຳ​ເຊີ​ນທີ່​ກຳນົດ​ເອງ​ໄປຫາຊ່ອງ​ຂອງ​ຕົນ​ ແລະ ​ບໍລິການ​ສ່ວນ​ໃຫຍ່​ ສ້າງ​ຂຶ້ນ​ຈາກ​ເ​ຊີ​ເວີ​ Discord ຊຶ່ງ​ມີ​ສະມາຊິກ​ຫຼາຍກວ່າ​ 14,000 ລາຍ​ ໄດ້​ອອກ​ມາປະ​ກາດ​ເລື່ອງ​ຂໍ້​ມູນ​ ຂອງ​ສະມາຊິກ​ຈຳນວນ​ 760,000 ລາຍ ​ຮົ່ວ​ໄຫຼ​ອອກ​ສູ່​ສາທາລະນະ​  ແລະ​ ຖືກ​ນຳ​ໄປ​ປະ​ກາດ​ຂາຍ​ເທິງຟໍຣັມ (forum) ​ຕ່າງ​ໆ​.ເຫດການ​ນີ້​ເກີດ​ຂຶ້ນ​ ໃນວັນ​ອາທິດ ​ທີ​ 13 ສິງ​ຫາ​ 2023, ມີ​ບຸກ​ຄົນ​ຊື່​ວ່າ​ Akhirah ໄດ້​ເລີ່ມ​ຂາຍ​ຖານ​ຂໍ້​ມູນ​ຂອງ​ Discord.io ເທິງ​ຟໍ​ຣັມ​ Breached ແລະ​ ໄດ້​ເຜີຍແຜ່​ຂໍ້​ມູນ ​ທີ່​ລັກ​ມາ​ຈາກ​ຖານ​ຂໍ້​ມູນ​ 4 ລາຍ​ການ​ ຊຶ່ງ​ຖານ​ຂໍ້​ມູນ​ມີ​ຂໍ້​ມູນ​ກ່ຽວກັບ​ຜູ້​ໃຊ້​ງານ​ Discord.io ຈຳນວນ​ 760,000 ລາຍ​ ປະກອບ​ດ້ວຍ​ຂໍ້​ມູນ​ດັ່ງ​ຮູບ​ພາບ​ດ້ານ​ລຸ່ມ​.

ຂໍ້​ມູນ​ຮົ່ວ​ໄຫຼ​ທີ່​ສຳຄັນ ແມ່ນຊື່​ຜູ້​ໃຊ້ ​ຂອງ​ສະມາຊິກ​, ອີ​ເມວ​, ທີ່​ຢູ່​ສຳລັບ​ການ​ເອີ້ນ​ເກັບ​ເງີນ​, ລະ​ຫັດ​ຜ່ານ​, hash​ ແລະ​ Discord ID ຊຶ່ງ​ໃຜ​ກໍ່​ຕາມ ​ທີ່​ໃຊ້​ເ​ຊີ​ເວີ​ຮ່ວມ​ກັນ​ ຈະ​ສາມາດ​ເຂົ້າ​ເຖິງ​ຂໍ້​ມູນ​ນີ້​ໄດ້,​ ຜູ້​ບໍ່​ຫວັງ​ດີ ​ອາດຈະ​ເຊື່ອມ​ໂຍງ​ບັນ​ຊີ​ Discord ກັບ​ອີ​ເມວ ​ເພື່ອ​ເຂົ້າ​ເຖິງ​ຂໍ້​ມູນ​ໄດ້​ເຊັ່ນ​ກັນ.​

Discord.io ລະ​ບຸ​ວ່າ​ ໄດ້ຮັບ​ການ​ຕິດ​ຕໍ່​ຈາກ​ບຸກ​ຄົນ​ທີ່​ຢູ່​ເບື້ອງ​ຫຼັງ​ການ​ໂຈມ​ຕີ​ ໃ​ນ​ຄັ້ງ​ນີ້​ ແຕ່​ບໍ່​ໄດ້​ມີການ​ເປີດ​ເຜີຍ​ວ່າ ​ຜູ້​ໂຈມ​ຕີ ໃຊ້ວິທີການໃດ​ລັກ​ຂໍ້​ມູນ​. ຢ່າງໃດ​ກໍ່​ຕາມ,​ Bleeping Computer ໄດ້​ຕິດ​ຕໍ່​ Akharah ຜູ້​ຂາຍ​ຖານ​ຂໍ້​ມູນ​ Discord.io ຢືນຢັນ​ວ່າ​​ ບໍ່​ໄດ້​​ຕິດ​ຕໍ່ໄປ​ຫາ Discord.io​.

ເວ​ັ​ບ​ໄຊ​​ Discord.io ເປັນ​ໄດ​ເຣັກ​ທໍ​ຣີ (Directory) ​ທີ່​ຜູ້​ເຂົ້າ​ຊົມ​ສາມາດ​ຄົ້ນ​ຫາ​ເ​ຊີ​ເວີ​​ Discord ທີ່​ມີ​ເນື້ອຫາ​ແບບ​ສະເພາະ​ເຈາະ​ຈົງ​ ແລະ ​ໄດ້ຮັບ​ຄຳ​ເຊີນ​ໃຫ້​ເຂົ້າ​ຢ້ຽມຊົມ​ ລວມ​ເຖິງ​ອາດຈະ​ຕ້ອງ​ຊື້​ ແລະ​ ໃຊ້​ສະ​ກຸນ​ເງິນສະເໝືອນຈິງ  (​Virtual Currency) ຂອງ​ເວັບ​ໄຊ​​ Discord.io ເພື່ອ​ເຂົ້າ​ເຖິງ​ຄຳ​ເຊີນ.​ ເມື່ອ​ສ້າງ​ໂປຣ​ໄຟລ໌​​ເ​ຊີເວີ​​, Discord ຈະ​ມີ​ເງື່ອນ​ໄຂ​ການ​ໃຊ້​ງານ​ Discord.io ລະ​ບຸ​ໄວ້​ວ່າ ​ເນື້ອ​ຫາ​ທັງ​ໝົດ​ເປັນ​ຄວາມ​ຮັບ​ຜິດຊອບ​ ຂອງ​ສະມາຊິກ​ແຕ່​ພຽງ​ຜູ້​ດຽວ​ ສ່ວນ​ຜູ້​ດຳ​ເນີນ​ການ​ມີ​ສິດ​ທີ່​ຈະ​ລຶບ​ເນື້ອ​ຫາ​ ທີ່​ຜິດ​ກົດໝາຍ​ ຫຼື ​ຝ່າ​ຝືນ​ກົດລະບຽບ​ໄດ້​.

Bleeping Computer ລະ​ບຸ​ວ່າ​ ເຄີຍ​ເຫັນ​ເ​ຊີ​ເວີ​​ Discord ໃນ​ໄດ​ເຣັກ​ທໍ​ຣີ​ແລ້ວ​ ຊຶ່ງ​ມີ​ສື່​ທີ່​ຫຼາກ​ຫຼາຍ​ ເຊັນ:​ ອະ​ນິ​ເມະ​, ເກມ​, ເນື້ອຫາ​ສຳລັບ​ຜູ້ໃຫຍ່​ ແລະ ​ອື່ນ​ໆ​,​ Akhirah ລະ​ບຸ​ວ່າ​ ການ​ຂາຍ​ຖານ​ຂໍ້​ມູນ ​ບໍ່​ພຽງ​ແຕ່​​ສ້າງ​ລາຍ​ໄດ້​ເທົ່າ​ນັ້ນ​ ແຕ່​ກ່ຽວກັບ​​ Discord.io ຖືກ​ກ່າວ​ຫາ​ວ່າ ​ເຊື່ອມ​ໂຍງ​ກັບເນື້ອຫາ​ທີ່​ຜິດ​ກົດໝາຍ​ ແລະ​ ເປັນ​ອັນຕະລາຍ​ໃນ​ເລື່ອງ​ລາມົກອະນາຈານເດັກນ້ອຍ (pedophilia) ແລະ ​ເນື້ອຫາ​ທີ່​ຄ້າຍ​ຄືກັນ​ ແຮັກ​ເກີ​ໃຫ້​ຂໍ້​ມູນ​ກັບ​ Bleeping Computer ວ່າ​ ຖານ​ຂໍ້​ມູນ​ໄດ້ຮັບ​ຄວາມ​ສົນ​ໃຈ​ຫຼາຍ​ ໂດຍ​ສ່ວນ​ໃຫຍ່​ມາ​ຈາກ​ຜູ້​ທີ່​ຕ້ອງ​ການ​ໃຊ້​ຖານ​ຂໍ້​ມູນ​ນີ້​ໃນ​ການ​ກັ່ນແກ້ງ​ຜູ້​ອື່ນ​ທີ່​ມີ​ບັນຫາ​ກັບ​ຕົນເອງ,​ Akhirah ລະ​ບຸ​ວ່າ​ ລໍຖ້າ​ຜູ້​ໃຫ້​ບໍລິການ​ Discord.io ຕິດ​ຕໍ່​ມາ​ ເພື່ອ​ໃຫ້​ລຶບເນື້ອ​ຫາ​ທີ່​ຖືກ​ກ່າວ​ຫາ​ວ່າ ​ບໍ່​ເໝາະ​ສົມ​ອອກຈາກ​ເວັບ​ໄຊ​ ເພື່ອ​ແລກ​ປ່ຽນກັບ​ການ​ບໍ່​ຂາຍ​ ຫຼື ​ເປີດ​ເຜີຍ​ຖານ​ຂໍ້​ມູນ​ທີ່​ຖືກ​ລັກ​ມາ.​

ນອກ​ຈາກ​ນີ້​ Discord.io ໄດ້​ປະະ​ກາດ​ເທິງ​ເວັບ​ໄຊ​​ Discord ວ່າ​ ໄດ້​ປິດ​ໃຊ້​ງານ​ຊົ່ວ​ຄາວ​ ແລະ​ ຍົກ​ເລີກ​ການ​ເປັນ​ສະມາຊິກ​ແບບ​ຊຳ​ລະ​ເງີນ ​ທັງ​ໝົດ ​ເນື່ອງ​ຈາກ​ຂໍ້​ມູນ​ຮົ່ວ​ໄຫຼ​ ໂດຍ​ສາມາດ​ເບິ່ງ​ຂໍ້​ມູນ​ເພີ່ມຕື່ມ​ໄດ້​ທີ່​ຊ່ອງ​ທາງ​ #breah-notification ຊຶ່ງ​ຈະ​ມີ​ການ​ອັບ​ເດດ​ເພີ່ມຕື່ມ​ໄວ​ໆ​ນີ້.​ ຢ່າງໃດ​ກໍ​່ຕາມ,​ ເນື່ອງ​ຈາກ​ຂໍ້​ມູນ​ທີ່​ຮົ່ວ​ໄຫຼ ​ອາດຈະ​ຢູ່ໃນ​ມື​ຂອງ​ຜູ້​ບໍ່​ຫວັງ​ດີ​ ນອກ​ຈາກ​ນີ້ ​ຂໍ້​ມູນ​ທີ່​ຖືກ​ລັກ​ໄປ​ ສາມາດ​ໃຊ້​ສຳລັບ​ການ​ໂຈມ​ຕີ​ແບບ​ຟິດ​ຊິ່ງ​ (Phishing). ດັ່ງ​ນັ້ນ​, ຫາກ​ທ່ານ​ເປັນ​ສະມາຊິກ ​ຂອງ​ Discord.io ຄວນ​ລະ​ວັງ​ອີ​ເມວທີ່​ບໍ່​ຮູ້​ຈັກ​ ຫຼື ​ບໍ່​ໜ້າ​ເຊື່ອຖື​ ຊຶ່ງ​ອາດຈະ​ມີ​ການ​ລິ້ງ​​ໄປ​ຫາ​ຫນ້າເວັບ ທີ່​ຂໍ​ໃຫ້​ປ້ອນ​ລະຫັດ​ຜ່ານ​ ແລະ​ ຂໍ້​ມູນ​ອື່ນ​ໆ​ໄດ້​.

ເອກະສານອ້າງອີງ:

https://www.bleepingcomputer.com/news/security/discordio-confirms-breach-after-hacker-steals-data-of-760k-users/
https://www.i-secure.co.th/2023/08/discord-io-%e0%b8%82%e0%b9%89%e0%b8%ad%e0%b8%a1%e0%b8%b9%e0%b8%a5%e0%b8%a3%e0%b8%b1%e0%b9%88%e0%b8%a7%e0%b9%84%e0%b8%ab%e0%b8%a5-%e0%b8%81%e0%b8%a3%e0%b8%b0%e0%b8%97%e0%b8%9a%e0%b8%95%e0%b9%88/
 

662 Views