Toyota Financial Services (TFS) ເປັນບໍລິສັດໃນ Toyota Motor Corporation ຊຶ່ງເປັນອົງກອນລະດັບໂລກ ທີ່ດຳເນີນທຸລະກິດໃນຕະຫລາດການຂາຍລົດຂອງ Toyota ຫຼາຍກວ່າ 90% ເພື່ອໃຫ້ບໍລິການສິນເຊື່ອ ອອກມາປະກາດແຈ້ງເຕືອນລູກຄ້າເລື່ອງຂໍ້ມູນຣົ່ວໄຫຼ ຊຶ່ງສົ່ງຜົນກະທົບຕໍ່ຂໍ້ມູນສ່ວນບຸກຄົນ ແລະ ຂໍ້ມູນທາງການເງີນ
ເຫດການນີ້ເກີດຂຶ້ນໃນເດືອນທີ່ຜ່ານມາ ໂດຍບໍລິສັດຖືກເຂົ້າເຖິງລະບົບບາງສ່ວນໃນຢຸໂຣບ ແລະ ອັບຟຣິກາ ໂດຍບໍ່ໄດ້ຮັບອະນຸຍາດ ພາຍຫຼັງຈາກທີ່ Medusa ransomware ອ້າງວ່າໂຈມຕີພະແນກຜູ້ຜະລິດລົດຂອງຍີ່ປຸ່ນສໍາເລັດ ໂດຍຜູ້ໂຈມຕີໄດ້ຮຽກຄ່າໄຖ່ຈຳນວນ 8,000,000 ໂດລາ ເພື່ອລົບຂໍ້ມູນທີ່ລັກມາ ແລະ ໃຫ້ເວລາ Toyota 10 ມື້ໃນການຕິດຕໍ່ກັບ.
ໂດຍ Toyota ໃຫ້ຂໍ້ມູນກັບ BleepingComputer ເພິ່ມເຕິມວ່າ ເມື່ອຮູ້ເຖິງເຫດການດັ່ງກ່າວ ບໍລິສັດໄດ້ທຳການປິດລະບົບບາງລະບົບ ເພື່ອປິດຊ່ອງໂຫວ່ ເຮັດໃຫ້ສົ່ງຜົນກະທົບຕໍ່ການບໍລິການລູກຄ້າ.
ທັງນີ້ ສັນນິຖານວ່າ Toyota ຍັງບໍ່ໄດ້ມີການເຈລະຈາການຈ່າຍຄ່າໄຖ່ກັບຜູ້ໂຈມຕີ ເຮັດໃຫ້ຂະນະນີ້ ຂໍ້ມູນທັງໝົດຖືກປ່ອຍອອກມາໃນຕະຫຼາດມືດ ທີ່ Medusa.
ຂໍ້ມູນຣົ່ວໄຫຼປະກອບດ້ວຍຂໍ້ມູນດັ່ງຕໍ່ໄປນີ້:
ຊື່, ທີ່ຢູ່, ຂໍ້ມູນສັນຍາ, ລາຍລະອຽດການເຊົ່າຊື້, IBAN (ໝາຍເລກບັນຊີທະນາຄານລະຫວ່າງປະເທດ)
ໂດຍຂໍ້ມູນທີ່ຖືກລັກໄປພຽງພໍສຳລັບການນຳມາໃຊ້ໂຈມຕີແບບຟິດຊິ່ງ, ການຫລອກລວງ ແລະ ການເຮັດທຸລະກຳທາງການເງີນ ລວມເຖິງການລັກຂໍ້ມູນສ່ວນບຸກຄົນ.
ທີ່ມາ : bleepingcomputer
