CrowdStrike ປັບປຸງຜິດ​ພາດ ​ເຮັດໃຫ້ Windows ເກີດຈໍ​ຟ້າ ສົ່ງ​ຜົນ​ລະບົບ​ໄອ​ທີ​ຫລົ້ມ​ທົ່ວ​ໂລກ

CrowdStrike ລະບົບ​ເບິ່ງ​ແຍງ​ດ້ານ​ຄວາມ​ປອດໄ​ພ​ໄຊ​ເບີ ອົງກອນ ອອກປັບປຸງ​ຜິດ​ພາດ​ຈົນ​ມີ​ບັນຫາ ເຮັດໃຫ້ Windows ເກີດຈໍ​ຟ້າ ສົ່ງ​ຜົນ​ລະບົບ​ໄອ​ທີຫ​ລົ້ມ​ທົ່ວ​ໂລກ ​ຜົນ​ກະທົບ​ຕໍ່​ທ່ຽວ​ບິນ, ລະບົບ​ໂຮງໝໍ ​ແລະ ​ທະ​ນາ​ຄານ, CrowdStrike ລະ​ບຸ​ວ່າ ​ກຳ​ລັງ​ແກ້​ໄຂ​ບັນຫາ ແລະ​ ເຫດການ​ລະບົບຫ​ລົ້ມ​ເທື່ອ​ນີ້ ​ບໍ່​ໄດ້​ເກີດ​ຂຶ້ນ​ຈາກ​ການ​ໂຈມ​ຕີ​ທາງ​ລະບົບ​ໄຊ​ເບີ.

​          ລະບົບ​ເທັກ​ໂນ​ໂລ​ຊີ (ໄອ​ທີ) ຫລົ້ມ ໄດ້​ສົ່ງ​ຜົນ​ກະທົບ​ເປັນ​ວົງ​ກວ້າງ ​ໃນ​ຫຼາຍ​ພາກ​ສ່ວນ​ທົ່ວໂລກ ໂດຍ​ສາຍ​ການ​ບິນ​ທັງ​ໃນ​ຢຸ​ໂຣບ, ສ​ະຫະລັດ ແລະ ​ເອ​ເຊຍ ບໍ່​ສາມາດ​ທຳການ​ເຊັກ​ອິນ ​ແລະ ​ໃຫ້​ບໍລິການ​ຈອງ​ປີ້​ໄດ້ ສ່ວນ​ທີ່​ ອັອດ​ສະເຕີ​ເລຍ ລະບົບ​ໂທລະ​ຄົມມາ​ນາ​ຄົມ ​ໄດ້ຮັບ​ຜົນ​ກະທົບ​ ຢ່າງ​ໜັກ ຈົນ​ສື່​ບໍ່​ສາມາດ​ອອກ​ອາ​ກາດ​ໄດ້ ​ເປັນ​ເວລາ​ຫຼາຍ​ຊົ່ວ​ໂມງ.

ວິທີ​ການ​ແກ້​ໄຂ​ເບື້ອງ​ຕົ້ນ

  • ບູດ​ເຂົ້າ​ສູ່ Safe Mode (ຕາມ​ຄຳ​ແນະ​ນຳ​ຢ່າງ​ເປັນ​ທາງ​ການ​ຂອງ CrowdStrike) ຂັ້ນ​ຕອນ​ຕໍ່ໄປ​ນີ້ ​ເຮັດ​ໄດ້​ທຸກ​ກໍລະນີ ເຖິງວ່າ​ລະບົບ​ຈະ​ບໍ່​ມີ local admin account ໃນ​ເຄື່ອງ ​ແລະ ​ບໍ່​ມີ​ການ​ເຊື່ອມ​ຕໍ່​ອິນ​ເຕີເນັດ
  • ໃຫ້​ລະບົບ​ບູດ​ ແລະ crash 3 ເທື່ອ ຊຶ່ງ​ຈະ​ເຮັດໃຫ້​ເມ​ນູ​ປະກົດຂຶ້ນ
  • ກົດ Troubleshoot
  • ກົດ Advanced Options
  • ກົດ Command Prompt
  • ຫາກ​ລະບົບ​​ໄດ້ຮັບ​ການ​ປ້ອງ​ກັນ​ດ້ວຍ BitLocker ​ຕ້ອງ​ປ້ອນ​ລະ​ຫັດ​ການ​ກູ້​ຄືນ BitLocker
  • ຫາກ BitLocker ຖືກ​ຈັດການ​ຜ່ານ Microsoft Intune ສາມາດ​ຄົ້ນ​ຂໍ້​ມູນ​ໄດ້​ທີ່ https://myaccount.microsoft.com ພາຍໃຕ້​ເມ​ນູ “device” ກວດ​ສອບ​ໃຫ້​ແນ່​ໃຈ​ວ່າ ​ໄດ້​ຈັບ​ຄູ່​ຊື່​ຂອງ​ອຸປະກອນ​ ແລະ ID ຂອງ​ key
  • ຫາກ​ບໍ່​ສາມາດ​ຄົ້ນ​ຫາ​ຂໍ້​ມູນ​ໃນ Microsoft Intune ໄດ້​ ໃຫ້​ຕິດ​ຕໍ່​ ເພື່ອ​ຂໍ​ຮັບ Recovery Key BitLocker ຈາກ​ຜູ້​ເບິ່ງ​ແຍງ​ລະບົບ IT ຂອງ​ຫນ່ວຍ​ງານ
  • ໃນ​ໜ້າ​ຕ່າງ Command Prompt ໃຫ້​ພິມ​ຄຳ​ສັ່ງ​ຕໍ່ໄປ​ນີ້ ຕາມ​ດ້ວຍ​ປຸ່ມ Enter:
  • ຄຳ​ເຕືອນ: Command Prompt ເລີ່ມ​ຕົ້ນ​ທີ່​ໄດ​ຣ X:\ ກະລຸນາ​ຢ່າ​ລືມ​ປ່ຽນ​ເປັນ c:\ ໂດຍ​ພິມ​ຄຳ​ສັ່ງ​ເຫຼົ່າ​ນີ້​ຢ່າງ​ຖືກ​ຕ້ອງ
  • c:
  • cd windows
  • cd system32
  • cd drivers
  • cd crowdstrike
  • del C-00000291*
  • exit
  • ກົດ continue to Windows

ທີ່​ມາ : https://www.eye.security/blog/crowdstrike-falcon-blue-screen-issue-updates

597 Views