Fortinet ຍອມ​ຮັບ​ຖືກ​ລັກ​ຂໍ້​ມູນ​ອອກ​ໄປ​ຈິງແທ້

Fortinet ໄດ້​ອອກ​ມາ​ຢືນຢັນ​ຂ່າວ​ທີ່​ມີກ​ຸ່ມ​ແຮັກ​ເກີ ​ສາມາດ​ເຂົ້າໄປ​ລັກ​ຂໍ້​ມູນ​ເທິງ Azure Sharepoint ຂອງ​ຕົນ​ໄດ້ ໂດຍ​ຢືນຢັນ​ວ່າ ​ມີ​ຜົນ​ກະທົບ​ກັບ​ລູກ​ຄ້າ ​ພຽງ​ແຕ່ບໍ່​ກາຍ 0.3% ເທົ່າ​ນັ້ນ ແລະ​ ຍັງ​ບໍ່​ມີ​ການ​ເປີດເຜີຍ​ເຖິງ​ເນື້ອຫາ​ຂໍ້​ມູນ​ທີ່​ຖືກ​ລັກ​ໄປ.

ກຸ່ມ​ແຮັກເກີ Fortibitch ໄດ້​ອ້າງ​ຄວາມ​ຮັບ​ຜິດຊອບ​ວ່າ ​ຕົນ​ສາມາດ​ລັກ​ຂໍ້​ມູນ​ຂອງ Fortinet ໄປ​ໄດ້​ເຖິງ 440 GB ຊຶ່ງ​ໄດ້​ມີ​ການ​ແບ່ງ​ປັນ​ກັບ​ກຸ່ມ​ແຮັກ​ເກີ​ອື່ນ​ຕໍ່​ໄດ້​ຜ່ານ​ທາງ S3 Bucket ໂດຍ​ແຮັກເກີໄດ້​ພະຍາຍາມ​ຂູ່​ໃຫ້ Fortinet ຈ່າຍ​ຄ່າ​ໄຖ່​ ແຕ່​ບໍ່​ສຳ​ເລັດ ​ຈຶ່ງ​ທຳການ​ເປີດເຜີຍ​ຂໍ້​ມູນ​ອອກ​ໄປ, ຫ​ລ້າ​ສຸດ Fortinet ໄດ້​ຢືນຢັນ​ວ່າ​ເຫດການ​ເກີດ​ຂຶ້ນເປັນ​ຈິງແທ້ ແຕ່​ສົ່ງ​ຜົນ​ກະທົບ​ກັບ​ລູກ​ຄ້າ​ນ້ອຍ​ຫລາຍ​ ບໍ່​ເກີນ 0.3% ແລະ ​ມີ​ການ​ແຈ້ງບອກກັບ​ລູກ​ຄ້າ​ໂດຍ​ກົງ​ແລ້ວ ຊຶ່ງ​ສາ​ເຫດ​ເກີດ​ທີ່ Shared Drive ເປັນເຄືອຂ່າຍພາຍນອກ​ ບໍ່​ແມ່ນ​ເຄີອ​ຂ່າຍ​ພາຍ​ໃນ ​ຂອງ​ບໍລິສັດ.

ທີ່​ມາ : https://www.bleepingcomputer.com/news/security/fortinet-confirms-data-breach-after-hacker-claims-to-steal-440gb-of-files/

493 Views