Fortigate ເປັນ Firewall ນິຍົມທີ່ມີລູກຄ້າຈຳນວນຫລາຍທົ່ວໂລກ ດ້ວຍເຫດນີ້ ຊ່ອງໂຫວ່ຮ້າຍແຮງຄວນມີຜົນກະທົບ ທີ່ຄົນຮ້າຍມັກສົນໃຈສະເໝີ ອີກທັງໃນຊ່ອງໂຫວ່ໃໝ່ນີ້ ຍັງຢູ່ໃນສ່ວນຂອງ SSL-VPN ຊຶ່ງລູກຄ້າສ່ວນຫລາຍມັກເປີດໃຊ້ງານ ເພື່ອຫວັງປ້ອງກັນການໂຈມຕີ ຜູ້ກ່ຽວຂ້ອງທຸກຝ່າຍ ຈຶ່ງພ້ອມໃຈກັນເຕືອນໃຫ້ຜູ້ໃຊ້ທຸກຄົົນທີ່ໄດ້ຮັບຜົນກະທົບເລັ່ງອັບເດດກ່ອນຄົນຮ້າຍຈະຫາທາງໂຈມຕີຕໍ່ໄປ.
ຊ່ອງໂຫວ່ ໝາຍເລກອ້າງອິງ CVE-2023-27997 ເປັນຊ່ອງໂຫວ່ Remote Code Execution ທີ່ເກິດຂື້ນໃນສ່ວນຂອງ SSL-VPN ທີ່ຄົນຮ້າຍສາມາດທຳການໂຈມຕີໄດ້ ເຖິງຈະມີການປ້ອງກັນດ້ວຍ MFA ກໍຕາມ ອັນນີ້ທີ່ຈິງລາຍລະອຽດດ້ານເລິກກວ່ານີ້ ຍັງບໍ່ໄດ້ຮັບການເປີດເຜີຍ ແຕ່ວ່າມີອັບເດດແກ້ໄຂໃຫ້ແລ້ວໃນ FortiOS ຮຸ່ນ 6.0.17, 6.2.15, 6.4.13, 7.0.12 ແລະ 7.2.5.
ການທີ່ມີອັບເດດອອກມາກ່ອນ ລາຍລະອຽດ ເປັນເລື່ອງທຳມະດາ ທີ່ຜູ້ຜະລິດສ່ວນໃຫຍ່ ຫວັງໃຫ້ລູກຄ້າໄດ້ຮັບການປ້ອງກັນກ່ອນ ແຮັກເກີຈະຮັບຮູ້ໄດ້ ໂດຍສະເພາະສິນຄ້າທີ່ນິຍົມຄື: Fortigate Firewall.
