ໃນຍຸກທີ່ການສື່ສານມີຄວາມສະດວກສະບາຍ ບັນດາມິດສາຊີບທັງຫຼາຍຈຶ່ງມັກອາໄສຊ່ອງທາງດັ່ງກ່າວເພື່ອຫຼອກລວງເຫຍື່ອ. ດັ້ງນັ້ນ, ການກໍາເນີດ SMS OTP ຂຶ້ນມາ ຈຶ່ງຊ່ວຍເພີ່ມຄວາມປອດໄພໃນທຸກໆທຸລະກຳຂອງທ່ານໄດ້ໃນລະດັບໜຶ່ງ ແຕ່ເນື່ອງຈາກຜູ້ບໍ່ຫວັງດີເຫຼົ່ານີ້ກໍ່ພະຍາຍາມຫາວິທີພັດທະນາກົນໂກງແບບບໍ່ຈົບບໍ່ສິ້ນ ຈຶ່ງຢາກນຳເອົາການເຕືອນໄພຍຕ່າງໆມາບອກໃຫ້ທຸກທ່ານຮັບຮູ້ ໃນກໍລະນີທີ່ທ່ານໄດ້ຮັບຂໍ້ຄວາມໂດຍບໍ່ຮູ້ແຫຼ່ງທີ່ມາ.
SMS OTP ແມ່ນຫຍັງ?
ລະຫັດ OTP ຫຼື One Time Password ຄືຊຸດລະຫັດຜ່ານທີ່ໃຊ້ງານພຽງເທື່ອດຽວ ມີຂຶ້ນເພື່ອຄວາມປອດໄພໃນການເຮັດທຸລະກໍາອອນລາຍ ອາດຈະຖືກສົ່ງຜ່ານອີເມວ ຫຼື ຂໍ້ຄວາມ ຂອງເບີໂທລະສັບ ອາດຈະເປັນຕົວເລກລ້ວນໆ ຫຼື ມີຕົວອັກສອນເພີ່ມຕື່ມ ເພື່ອໃຫ້ຜູ້ໃຊ້ງານນຳລະຫັດ OTP ໄປຢືນຢັນຕົວຕົນ ວ່າທ່ານເປັນຄົນທີ່ເຮັດທຸລະກໍາອອນລາຍໃນຕອນນັ້ນ.
ປະໂຫຍດຂອງ OTP
ປະໂຫຍດສຳຄັນຂອງ OTP ແມ່ນເພື່ອໃຫ້ຜູ້ໃຊ້ບໍລິການທຸກຄົນມີຄວາມປອດໄພໃນການນໍາໃຊ້ລະບົບອອນລາຍຕ່າງໆ ໂດຍສະເພາະລະບົບທີ່ເປັນທຸລະກໍາທາງການເງິນອອນລາຍ (Online Banking), ໃຊ້ໃນການຢືນຢັນວ່າສິ່ງທີ່ກຳລັງເກີດຂຶ້ນກັບບັນຊີ ຫຼື ຂໍ້ມູນສະເພາະຕ່າງໆ ໃນລະບົບ ເປັນການດໍາເນີນການຂອງເຈົ້າຂອງບັນຊີນັ້ນຈິງ ບໍ່ແມ່ນຜູ້ບໍ່ຫວັງດີທີ່ກໍາລັງພະຍາຍາມນໍາໃຊ້ລະບົບເພື່ອດຳເນີນການສິ່ງໃດໜຶ່ງ.
ຈະມີລະຫັດ OTP ສົ່ງມາເນື່ອງຈາກການໃຊ້ງານຫຍັງແດ່?
ລະຫັດ OTP (ໂດຍທົ່ວໄປຈະເປັນ OTP 6 ຫຼັກ) ທີ່ສົ່ງມາເຂົ້າໃນອີເມວ ຫຼື ເບີໂທລະສັບຂອງທ່ານເພື່ອຢືນຢັນຕົວຕົນ. ດັ່ງນັ້ນ, ການທີ່ຈະຂໍລະຫັດ OTP ໄດ້ ຕ້ອງຜ່ານການໃຊ້ງານທຸລະກໍາອອນລາຍຕ່າາງໆດັ່ງຕໍ່ໄປນີ້:
ມີລະຫັດ OTP ສົ່ງມາ ເມື່ອຈະຊື້ເຄື່ອງອອນລາຍດ້ວຍບັດເຄຣດິດ;
ມີລະຫັດ OTP ສົ່ງມາ ເມື່ອຈະເຂົ້າເຮັດທຸລະກໍາອອນລາຍ (Internet Banking ຫຼື Mobile Banking);
ມີລະຫັດ OTP ສົ່ງມາ ເມື່ອຈະເຂົ້າໃຊ້ງານແອັບພິເຄຊັ່ນ.
ສ່ວນຫຼາຍຈະຂໍລະຫັດ OTP ໃຫ້ສົ່ງຜ່ານເບີໂທລະສັບຫຼາຍກວ່າອີເມວ ເພາະສະດວກກວ່າ ແລະ ເບີມືຖືສ່ວນຕົວກໍ່ຖືກຜູກໄວ້ກັບແອັບພິເຄຊັ່ນຫຼາກຫຼາຍ.
ຕົວຢ່າງຂໍ້ຄວາມທີ່ສົ່ງລະຫັດ OTP ມາໃຫ້
ລະຫັດ OTP ມີອາຍຸຈັກມື້ ລືມລິຫັດ OTP ຄວນເຮັດແນວໃດ?
ລະຫັດ OTP ມີອາຍຸບໍ່ຮອດໜຶ່ງມື້ ເພາະສາມາດໃຊ້ລະຫັດ OTP ໄດ້ພຽງແຕ່ 3-5 ນາທີ ຫຼັງຈາກທີ່ໄດ້ຮັບຂໍ້ຄວາມແລ້ວ, ຫຼັງຈາກນັ້ນ ລະຫັດ OTP ຈະໝົດອາຍຸທັນທີ ຊ່ວຍໃຫ້ບໍ່ຕ້ອງຈົດຈຳລະຫັດຜ່ານ ໃຊ້ພຽງແຕ່ເທື່ອດຽວ ເພື່ອປ້ອງກັນການນຳລິຫັດ OTP ໄປໃຊ້ໂຈລະກຳຂໍ້ມູນຂອງເຈົ້າຂອງບັນຊີ.
ດັ່ງນັ້ນ, ຖ້າຫາກວ່າພາຍໃນ 3-5 ນາທີ ທ່ານປ້ອນລະຫັດ OTP ບໍ່ທັນ ສາມາດກົດຂໍລະຫັດ OTP ໄດ້ອີກຄັ້ງເພາະ 1 ລະຫັດໃຊ້ໄດ້ພຽງແຕ່ 1 ຄັ້ງເທົ່ານັ້ນ ທ່ານຈຶ່ງບໍ່ຕ້ອງຈົດຈໍາລະຫັດ OTP ຄືກັບລະຫັດອື່ນໆ ທີ່ຕ້ອງເຂົ້າໃຊ້ງານເປັນປະຈຳ ເພາະໃຊ້ພຽງແຕ່ເທື່ອດຽວ ກໍ່ເພື່ອປ້ອງກັນການຖືກໂຈລະກຳນັ້ນເອງ.
ເຕືອນໄພການໄດ້ຮັບຂໍ້ຄວາມ OTP ໂດຍບໍ່ຮູ້ແຫຼ່ງທີ່ມາ
ບາງຄັ້ງທ່ານອາດຈະໄດ້ຮັບຂໍ້ຄວາມ OTP ເທິງມືຖືຂອງຕົນເອງໂດຍບໍ່ຮູ້ວ່າມາຈາກໃສ ເພາະບໍ່ໄດ້ເຮັດທຸລະກໍາ ຫຼື ສະໝັກສະມາຊິກ ໃດໜຶ່ງ ຊຶ່ງສະແດງໃຫ້ເຫັນວ່າອາດຈະກຳລັງມີມິດສາຊີບພະຍາຍາມເຂົ້າສູ່ບັນຊີ ຫຼື ຂໍ້ມູນສ່ວນຕົວຂອງທ່ານ ເຮັດໃຫ້ມີການສົ່ງຂໍ້ຄວາມນີ້ເຂົ້າມາຈາກການທີ່ທ່ານໄດ້ລົງທະບຽນເບີໂທລະສັບເອົາໄວ້ ສິ່ງທີ່ຄວນເຮັດຫຼາຍທີ່ສຸດຄື ເຖິງແທ່ນວ່າແມ່ນໃຜມາສອບຖາມ ຫຼື ລໍ້ລວງ ດ້ວຍວິທີໃດກໍ່ຕາມ ຫ້າມບອກຕົວເລກ OTP ເຫຼົ່ານັ້ນເດັດຂາດ ເຖິງແມ່ນວ່າຈະເປັນຄົນຮູ້ຈັກກໍ່ຕາມ ໂດຍສະເພາະບັນດາແອັບພິເຄຊັ່ນ ຫຼື ເວັບໄຊທະນາຄານ, ສື່ສັງຄົມອອນລາຍ (Social Media), ການຄ້າອີເລັກໂຕຣນິກ (E-Commerce) ທັງຫຼາຍ ຫາກບໍ່ແມ່ນຕົນເອງທີ່ກຳລັງເຮັດທຸລະກຳກໍ່ຕ້ອງສົນໃຈ.
ມີລະຫັດ OTPສົ່ງມາ ຄວນເຮັດແນວໃດ ເພື່ອບໍ່ໃຫ້ຕົກເປັນເຫຍື່ອໂຈນອອນລາຍ
ວິທີປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອຂອງມິດສາຊີບອອນລາຍມີຄື:
ຖ້າມີລິ້ງແນບມາໃນກ່ອງຂໍ້ຄວາມ (SMS) ເຊັ່ນ: ໃຫ້ປ້ອນລະຫັດ OTP 6 ຫຼັກ, ບໍ່ຄວນຫຼົງເຊື່ອເດັດຂາດ ເພາະນີ້ຄືລິ້ງທີ່ຈະນຳໄປສູ່ການໂຈລະກຳຂໍ້ມູນອອນລາຍຂອງທ່ານ ໃຫ້ກົດລຶບໂດຍບໍ່ຕ້ອງສົນໃຈ;
ເມື່ອບໍ່ແນ່ໃຈວ່າບຸກຄົນທີ່ໂທມາເປັນທະນາຄານແທ້ບໍ່ ຫຼື ຮູ້ຕົວວ່າບໍ່ໄດ້ເຮັດທຸລະກຳລາຍຫຍັງໄວ້ ຢ່າໃຫ້ຂໍ້ມູນສ່ວນຕົວເດັດຂາດ ເພາະຂໍ້ມູນສ່ວນຕົວສາມາດນຳໄປຕໍ່ຍອດໃນການໂຈລະກຳຂໍ້ມູນໄດ້;
ຖ້າຫາກໃຊ້ທຸລະກຳອອນລາຍເປັນປະຈຳ ຄວນທີ່ຈະເປີດບໍລິການແຈ້ງເຕືອນ ເພື່ອກວດສອບຄວາມເຄື່ອນໄຫວຂອງບັນຊີຢູ່ຕະຫຼອດເວລາ ເຊັ່ນ: ເມື່ອມີການໂອນເງີນເຂົ້າ-ອອກ ລະບົບທຸລະກໍາອອນລາຍ (Mobile Banking) ກໍ່ຈະແຈ້ງເຕືອນ ຫຼື ຄຸນສົມບັດອື່ນໆ ທີ່ທະນາຄານນັ້ນມີ ເຊັ່ນ: ສົ່ງຂໍ້ຄວາມ (SMS) ແຈ້ງເຕືອນ, ອີເມວ ເປັນຕົ້ນ;
ເມື່ອຫຼົງເຊື່ອໄປແລ້ວວ່າບຸກຄົນທີ່ໂທມາຂໍເລກ OTP 6 ຫຼັກ ເປັນເຈົ້າຫນ້າທີ່ຈາກທະນາຄານ ໃຫ້ຮີບຕິດຕໍ່ເຈົ້າຫນ້າທີ່ທະນາຄານຕົວຈິງເພື່ອປ່ຽນລະຫັດ ຫຼື ປິດກັ້ນຂໍ້ມູນ ເພື່ອບໍ່ໃຫ້ມິດສາຊີບອອນລາຍສາມາດໂຈນກຳຂໍ້ມູນໄດ້ອີກ
ເອກະສານອ້າງອີງ:
https://www.thaibulksms.com/blog/post/receive-sms-otp-from-unknown-sources/
https://www.tidlor.com/th/article/lifestyle/what-is-otp-code
