ຜູ້ຊ່ຽວຊານດ້ານຄວາມປອດໄພ ຈາກ VMware Threat Analysis ໄດ້ອອກມາເຕືອນເຖິງແຣນຊຳແວ 8Base ທີ່ມີການໂຈມຕີເພີ່ມຂຶ້ນສູງຫລາຍໃນຊ່ວງເດືອນທີ່ຜ່ານມາ.
ແຣນຊຳແວ 8Base ຖືກກວດພົບ ເປັນເທື່ອທຳອິດ ເມື່ອເດືອນ ມີນາ ປີ 2022 ໃຊ້ເທັກນິກໂຈມຕີເຂົ້າລະຫັດຟາຍຂໍ້ມູນ ແລະ ໃຊ້ວິທີການ “name-and-shame” ກັບເຫຍື່ອ ເພື່ອຮຽກຮ້ອງຄ່າໄຖ່ ຫລ້າສຸດ VMware Threat Analysis Unit ໄດ້ອອກມາແຈ້ງເຕືອນເຖິງຈຳນວນການໂຈມຕີ ທີ່ເພີ່ມສູງຂຶ້ນໃນຊ່ວງເດືອນພຶດສະພາ ແລະ ເດືອນມິຖຸນາ ທີ່ຜ່ານມາ ມີການຕັ້ງເວັບໄຊ ເປັນຂອງຕົວເອງ ເພື່ອໃຊ້ເຜີຍແແຜ່ຂໍ້ມູນ ທີ່ໄດ້ມາ ແລະ ຂົ່ມຂູ່ເຫຍື່ອໃຫ້ຈ່າຍຄ່າໄຖ່ ຈາກການກວດສອບແລ້ວ 8Base ນັ້ນມີຄວາມຄ້າຍຄືກັບແຣນຊຳແວ RansomHouse ຊຶ່ງຢູ່ເບື້ອງຫຼັງການລັກຂໍ້ມູນຫລາຍກວ່າ 450GB ຈາກ AMD ເມື່ອຊ່ວງເດືອນມິຖຸນາປີທີ່ແລ້ວ ແລະ ຍັງມີຄວາມກ່ຽວຂ້ອງກັບ Phobos ກຸ່ມຜູ້ໃຫ້ບໍລິການ Ransomware-as-a-service ໂດຍມີການໃຊ້ເຄື່ອງມື SystemBC ເພື່ອສັ່ງການໂຈມຕີຄ້າຍຄືກັບກຸ່ມແຣນຊຳແວອື່ນໆ.
VMware ໄດ້ແນະນຳໃຫ້ຜູ້ເບິ່ງແຍງລະບົບ ທຳການກວດສອບຄວາມປອດໄພເຄືອຂ່າຍຢ່າງສະເໝີ ເນື່ອງຈາກ 8Base ນັ້ນ ມຸ້ງເປົ້າໂຈມຕີອົງກອນທຸກປະເພດ ແລະ ທຸກຂະໜາດຂອງອົງກອນ ຄວນມີການເນັ້ນຜູ້ໃຊ້ງານໃຫ້ມີຄວາມລະມັດລະວັງການໂຈມຕີແບບຟິດຊິງ ແລະ ມີການອັບເດດຄວາມປອດໄພ ຂອງຊອບແວ ທີ່ໃຊ້ງານຢ່າງສະເໝີ
ທີ່ມາ : siliconangle.com/2023/06/29/vmware-researchers-issue-alert-rising-8base-ransomware-activity/
