ເຕືອນມັນແວ AsyncRAT ສາຍພັນໃໝ່ ກຳລັງແຜ່ກະຈາຍຜ່ານຊອບແວລະເມີດລິຂະສິດ

ມັນ​ແວ AsyncRAT ສາຍ​ພັນ​ໃໝ່​ ທີ່​ຊື່​ວ່າ HotRat ກຳ​ລັງ​ແຜ່ກະ​ຈາຍ​ຜ່ານ​ຊອບ​ແວ ແລະ ​ເຄື່ອງມືທີ່ລະ​ເມີດ​ລິຂະ​ສິດ ​ເຊັ່ນ: ວິ​ດີ​ໂອ​ເກມ, ຊອບແວ​ແກ້​ໄຂ​ພາບ, ສຽງ ແລະ Microsoft Office.

Martin a Milánek ນັກ​ວິ​ໄຈ​ດ້ານ​ຄວາມ​ປອດໄ​ພ ​ຂອງ Avast ລະ​ບຸ​ວ່າ “ມັນ​ແວ HotRat ມີ​ຄວາມ​ສາມາດ​ຫຼາກ​ຫຼາຍ​ຮູບ​ແບບ ​ໃນ​ການ​ໂຈມ​ຕີ ລວມ​ເຖິງ​ການ​ລັກ​ຂໍ້​ມູນ​ການ​ເຂົ້າ​ສູ່​ລະບົບ ຂໍ້​ມູນ​ກະ​ເປົ໋າ​ເງີນ​ດິ​ຈິ​ຕອນ ການ​ຈັບ​ພາບ​ໜ້າ​ຈໍ ບັນ​ທຶກ​ການ​ກົດ​ແປ້ນ​ພິມ ການ​ຕິດ​ຕັ້ງ​ມັນ​ແວ​ເພິ່ມເຕິມ ແລະ​ ການ​ເຂົ້າ​ເຖິງ ຫລື​ ແກ້​ໄຂ​ຂໍ້​ມູນ​ໃນຄີບອດ”.

ການ​ໂຈມ​ຕີ​ນີ້​ ຈະ​ນຳ​ຊອບແວ​ຜິດ​ລິຂະ​ສິດ ແລະ ​ຊອບແວ​ທີ່​ມີ​ໃຫ້​ດາວ​ໂຫຼດ​ໃນ​ເວັບ​ໄຊ torrent ມາ​ລວມກັບ​ສະ​ຄ​ຣິ​ບ AutoHotkey ທີ່​ເປັນ​ອັນຕະລາຍ ຊຶ່ງ​ຈະ​ດຳ​ເນີນ​ການ​ແຜ່ກະ​ຈາຍ​ໂດຍ​ເລີ່ມ​ຕົ້ນ​ຈາກ​ການ​ປິດ​ໃຊ້​ງານການ​ປ້ອງ​ກັນ​ມັນ​ແວ​ໃນ​ເຄື່ອງ​ທີ່​ຖືກ​ໂຈມ​ຕີ ແລະ​ ເປີດ​ໃຊ້​ງານ​ເພ​ໂຫຼດ (Payload) ​ຂອງ HotRat ໂດຍ​ໃຊ້ Visual Basic Script loader.

ທີ່​ມາ : thehackernews.com/2023/07/hotrat-new-variant-of-asyncrat-malware.html

776 Views