ແຈ້ງເຕືອນ ພົບເຫັນການໂຈມຕີ LinkedIn accounts ຢ່າງແຜ່ຫຼາຍ

ແຈ້ງເຕືອນ ພົບເຫັນ​​ການ​ໂຈມ​ຕີ​ LinkedIn accounts ຢ່າງ​ແຜ່ຫຼາຍ

Cyberint ເປີດ​ເຜີຍ​ການ​ຄົ້ນ​ພົບ LinkedIn ກຳ​ລັງ​ຕົກ​ເປັນ​ເປົ້າ​ໝາຍ​ການ​ໂຈມ​ຕີ ສົ່ງ​ຜົນ​ໃຫ້​ຫຼາຍ​ບັນ​ຊີ ຖືກ Lock ບໍ່​ໃຫ້​ເຂົ້າ​ໃຊ້ ​ດ້ວຍ​ເຫດຜົນ​ດ້ານ​ຄວາມ​ປອດໄ​ພ ລວມເຖິງ​ພົບ​ການ​ຖືກ​ລັກ​ຂໍ້​ມູນ​ບັນ​ຊີ​ຜູ້​ໃຊ້​ງານ​ໂດຍ Hacker.

Hacker ໄດ້​ໃຊ້​ຂໍ້​ມູນ​ປະຈຳ​ຕົວ​ ທີ່​ຣົ່ວ​ໄຫຼ ​ຂອງ​ຜູ້​ໃຊ້​ງານ ທຳການ brute-force password ເພື່ອ​ເຂົ້າ​ເຖິງ​ບັນ​ຊີ LinkedIn ຈຳນວນ​ຫລາຍ ເມື່ອ Hacker ສາມາດ​ໂຈມ​ຕີ​ບັນ​ຊີ​ສຳ​ເລັດ ກໍ​ຈະ​ທຳການ​ປ່ຽນ​ທີ່​ຢູ່​ອີ​ເມວ​ທີ່​ກ່ຽວ​ຂ້ອງ​ເປັນ​ທີ່​ຢູ່​ອີ​ເມວ​ຈາກ​ບໍລິການ “rambler.ru” ແລະ​ ປ່ຽນລະ​ຫັດ​ຜ່ານ ​ຂອງ​ບັນ​ຊີ ປ້ອງ​ກັນ​ບໍ່​ໃຫ້​ເຈົ້າ​ຂອງ​ເດີມ​ສາມາດ​ເຂົ້າ​ເຖິງ​ບັນ​ຊີ ​ຂອງ​ຕົນ​ໄດ້ ແລະ ​ເປີດ​ໃຊ້ 2FA ຫຼັງ​ຈາກ​ລັກ​ບັນ​ຊີ​ສຳ​ເລັດ ເຮັດໃຫ້​ກະ​ບວນ​ການ​ກູ້​ຄືນ​ບັນ​ຊີ​ເຮັດ​ໄດ້​ຍາກ​ຂຶ້ນ ນອກ​ຈາກ​ນີ້​ ຍັງ​ພົ​ບວ່າ Hacker ໄດ້​ມີ​ການ​ຮຽກ​ຄ່າ​ໄຖ່​ບັນຊີ ເພື່ອ​ໃຫ້​ຜູ້​ໃຊ້​ງານ​ຈ່າຍ​ເງີນ​ແລກ​ກັບ​ການ​ກູ້​ຄືນ​ບັນ​ຊີ ​ທີ່​ຖືກ​ໂຈມ​ຕີ.

ດັ່ງ​ນັ້ນ, ​ຫາກ​ມີ​ການ​ໃຊ້​ງານ​ບັນ​ຊີ LinkedIn ຄວນ​ທີ່​ຈະ​ມີ​ການຕັ້ງ​ຄ່າ passwords ທີ່​ຄາດ​ເດົາ​ໄດ້​ຍາກ ແລະ ​ເປີດ​ໃຊ້​ງານ two-factor authentication ເພື່ອ​ຄວາມ​ປອດໄ​ພ ​ຂອງ​ບັນ​ຊີ ແລະ​ ປ້ອງ​ກັນ​ການ​ໂຈມ​ຕີ ​ຂອງ Hacker.

ທີ່​ມາ : www.bleepingcomputer.com/news/security/linkedin-accounts-hacked-in-widespread-hijacking-campaign/

665 Views