AI ສາມາດລັກລະຫັດຜ່ານຈາກການຟັງສຽງກົດແປ້ນພິມທີ່ມີຄວາມຖືກຕ້ອງສູງເກືອບ 100%

ນັກ​ວິ​ໄຈ​ໄດ້​ຝຶກ​ AI ກ່ຽວກັບ​ສຽງ​ການ​ກົດ​ແປ້ນ​ພິມ ແລະ ​ຕິດ​ຕັ້ງ​ໃນໂທລະ​ສັບ​ທີ່​ຢູ່​ໃກ້​ໄມ​ໂຄ​ໂຟນ​ໃນ​ຕົວ ເມື່ອ​ທົດສອບ​ກັບ​ສຽງ​ກົດ​ແປ້ນ​ພິມ​ໃນ MacBook Pro ສາມາດ​ຖອດ​ລະ​ຫັດ​ດ້ວຍ​ຄວາມຖືກຕ້ອງສູງ​ເຖິງ 95% ເປັນ​ຄວາມ​ຖືກຕ້ອງສູງ​ສຸດ ​ທີ່​ນັກ​ວິ​ໄຈ​ເຄີຍ​ພົບ ໂດຍ​ບໍ່​ຕ້ອງ​ໃຊ້ large language model (LLM).

ໃນ​ການ​ໂຈມ​ຕີ​ນີ້ ​ແຮັກ​ເກີ ​ອາດ​ສົ່ງ​ມັນ​ແວ​ໄປ​ຕິດ​ຕັ້ງ​ໃນ​ໂທລະສັບ ຫລື​ ອຸປະກອນ​ອື່ນໆ ເພື່ອ​ລວບລວມ​ຂໍ້​ມູນ​ຈາກ​ການ​ກົດ​ແປ້ນ​ພິມ ແລະ ​ປ້ອນ​ລົງ​ໃນ AI ໂດຍ​ຟັງ​ຈາກ​ໄມ​ໂຄ​ໂຟນ​ ຂອງ​ອຸປະກອນ ນັກ​ວິໄ​ຈ​ໃຊ້ CoAtNet ຊຶ່ງ​ເປັນ​ຕົວ​ຈຳ​ແນກ​ພາບ AI ສຳລັບ​ການ​ໂຈມ​ຕີ ແລະ ​ຝຶກ​​ດ້ວຍ​ການ​ກົດ​ແປ້ນ​ພິມ​ໃນ​ແຕ່​ລະ​ແຖວ 25 ຄັ້ງ ໄລ່​ເທື່ອ​ລະ​ແຖວຈົ​ນ​ຄົບ 36 ປຸ່ມ​ ເທິງ​ແປ້ນ​ພິມ​ທີ່​ລວມ​ເຖິງ​ສັນຍະລັກ ແລະ ​ຕົວ​ເລກ​ຂອງ MacBook Pro ດ້ວຍ​ການ​ໃຊ້​ນິ້ວ ແລະ​ ນ້ຳ​ໜັກ​ມື ​ທີ່​ແຕກ​ຕ່າງ​ກັນ.

Bleeping Computer ລາຍ​ງານ​ວິທີ​ແກ້​ໄຂ​ ການ​ໂຈມ​ຕີ​ໃນ​ລັກສະນະ​ນີ້ ໂດຍ​ການ​ຫຼີກ​ລ່ຽງ​ການ​ພິມ​ລະຫັດ​ຜ່ານ ແລະ ​ໃຫ້​ໃຊ້​ປະໂຫຍດ​ຈາກ​ຄຸນສົມບັດ​ ຕ່າງໆ ເຊັ່ນ: Windows Hello ແລະ Touch ID ລວມ​ທັງ​ຍັງ​ສາມາດ​ລົງ​ທຶນ​ໃຊ້​ເຄື່ອງ​ມື​ການ​ຈັດການ​ລະ​ຫັດ​ຜ່ານ ຊຶ່ງ​ບໍ່​ພຽງ​ແຕ່​ຫຼີກ​ລ່ຽງໄ​ພ​ຄຸກ​ຄາມ​ ຈາກ​ການ​ພິມ​ລະ​ຫັດ​ຜ່ານ ​ເທົ່າ​ນັ້ນ ແຕ່​ຍັງ​ຊ່ວຍ​ໃຫ້​ຜູ້​ໃຊ້​ ​ສາມາດ​ໃຊ້​ລະ​ຫັດ​ຜ່ານ​ ແບບ​ສຸ່ມ​ສຳລັບ​ທຸກ​ບັນ​ຊີ​ ໄດ້​ອີກ​ດ້ວຍ.

ທີ່​ມາ : www.digitaltrends.com/computing/ai-can-steal-passwords-with-100-accuracy/?utm_source=flipboard&utm_content=KM1a4br%2Fmagazine%2FSecurity+Stuff

870 Views