Sony ສືບສວນການຖືກແຮັກ ຫຼັງພົບແຮັກເກີອ້າງວ່າເຈາະໄດ້

ກ​່​ຸ​ມ​ຄົນ​ຮ້າຍ​ທີ່​ຊື່ RansomedVC ​ອ້າງ​ວ່າ ​ສາມາດ​ເຈາະ​ລະບົບ​ຂອງ Sony ໄດ້ ພ້ອມ​ກັບ​ເຜີຍແຜ່ຂໍ້​ມູນ​ບາງ​ສ່ວນ ຕໍ່​ມາ​ມີ​ແຮັກ​ເກີ​​ອີກກຸ່​ມ ​ອ້າງ​ວ່າ​ຕົນເປັນ​ຕົວ​ຈິງ ພ້ອມ​ຫຼັກ​ຖານ​ຫລາຍກວ່າ ໃນ​ຂະນະ​ທີ່ Sony ຍັງ​ກຳ​ລັງ​ກວດ​ສອບ​ຄຳ​ກ່າວ​ອ້າງ​ເຫຼົ່າ​ນັ້ນ​ຢູ່

RansomedVC ເປັນ​ຜູ້​ເລີ່ມ​ຕົ້ນ​ອ້າງ​ຄວາມ​ຮັບ​ຜິດຊອບ​ເຫດການ​ແຮັກ SONY.com ໂດຍ​ບອກວ່າ​ ຕົນ​ບໍ່​ຕ້ອງ​ການ​ຮຽກ​ຄ່າ​ໄຖ່​ຫຍັງ ຕ້ອງ​ການ​ຂາຍ​ຂໍ້​ມູນ​ຫລາຍກວ່າ ​ເພາະ Sony ຍັງ​ບໍ່​ຍອມ​ຈ່າຍ ຂໍ້​ສັງເກດ​ຄື​ແມ່ນ RansomedVC ຈະ​ອ້າງ​ວ່າ​ໄດ້ຮັບ​ຂໍ້​ມູນ​ຫລາຍ​ວ່າ 260 GB ແຕ່​ກັບ​ເຜີຍ​ຂໍ້​ມູນ ​ເພື່ອ​ຢືນຢັນ​ພຽງ 2 MB ທີ່​ປະກອບ​ດ້ວຍ PowerPoint, ໂຄ້​ດ Java ພາບ​ໜ້າ​ຈໍ​ຂອງ Eclipse IDE ແລະ ​ອື່ນ​ໆ

ເຫດການ​ເລີ່ມ​ຫຍຸ້ງ​ຂຶ້ນ​ ເມື່ອ​ມີ​ຄົນ​ຮ້າຍ​ອີກ​ກຸ່ມ​ທີ່​ຊື່ MajorNelson ອ້າງ​ວ່າ​ຕົນເປັນ​ຕົວ​ຈິງ ຊຶ່ງ RansomedVC ເປັນພຽງ​ພວກ Scammer ເທົ່າ​ນັ້ນ ໂດຍ MajorNelson ໄດ້​ຢືນຢັນ​ດ້ວຍ​ຂໍ້​ມູນ​ຂະໜາດ​ໃຫຍ່​ກວ່າ​ເຖິງ 3.14 GB ໂດຍ​ມີ​ຂໍ້​ມູນ Credential ຈຳນວນ​ຫລາຍ​ທີ່​ໃຊ້​ພາຍ​ໃນ ພ້ອມ​ກັບ​ໄຟ​ລ​໌​ອື່ນ​ໆ​ຫຼາຍ​ລາຍ​ການ

ຢ່າງໃດ​ກໍ​ດີ ​ບໍ່​ມີ​ໃຜ​ຢືນຢັນ​ເຫດການ​ໄດ້​ດີ​ໄປ​ກວ່າ SONY ຊຶ່ງ​ຫຼັງ​ຈາກ​ເກີດ​ເຫດ ທາງ​ໂຄ​ສົກ​ກໍ​ອອກ​ມາ​ຊີ້​ແຈງ​ວ່າ “ເຮົາ​ກຳ​ລັງ​ສືບ​ສວນ​ເຫດການ​ນີ້​ຢູ່ ຍັງ​ບໍ່​ໃຫ້​ຄວາມ​ເຫັນ​ໃດ​ໆ” ປະ​ເດັນ​ສຳຄັນ​ຄື​ ​ ນີ້​ບໍ່​ແມ່ນ​ການ​ຖືກ​ແຮັກ​ເທື່ອທຳອິດ

ທີ່​ມາ : www.bleepingcomputer.com/news/security/sony-investigates-cyberattack-as-hackers-fight-over-whos-responsible/

530 Views