Trend Micro ເບິ່ງໄກໄປເຖິງ 10 ປີ ເປີດເຜີຍໃຫ້ເຫັນວ່າໄພຄຸກຄາມທາງໄຊເບີ ປີ 2030 ໄປໄກຫຼາຍກວ່າທີ່ຄິດ

ເອ​ວາ​ ເສີນ​ ແລະ ​ຣິກ​ ເຟີ​ຣ໌​ກູ​ສັນ​

ອາຊະຍາກໍາ​ຄອມພິວເຕີ​ ປີ​ 2021 ວ່າ​ຮ້າຍແຮງ​ແລ້ວ​ ແຕ່​ອີກ​ 10 ປີ ​ຂ້າງ​ໜ້າ​ ໄພຄຸກຄາມທາງໄຊ​ເບີ​ຈະ​ຍິ່ງ​ຮ້າຍແຮງ​ຂຶ້ນຕື່ມ​ອີກ​ ເປັນ​ສັນຍາ​ນວ່າ​ທຸກ​ຄົນ​ທຸກ​ຝ່າຍ​ຄວນ​ປັບ​ຕົວ​ ເພື່ອ​ຮັບ​ມື​ກັບ​ໂລກ​ທີ່​ມີ​ສະຖານະການ​ດັ່ງກ່າວ.

ຣິກ​ ເຟີ​ຣ໌​ກູ​ສັນ​ (Rik Ferguson) ຮອງ​ປະ​ທານ​ຝ່າຍ​ວິ​ໄຈຄວາມ​ປອດໄ​ພຂອງ​ບໍລິສັດ​ Trend Micro​ ໃຊ້​ເວລາ​ 10 ນາ​ທີ​ໃນ​ງານ​ Trend Micro Perspectives 2021 ອະທິບາຍ​ພາບ​ລວມ​ ຂອງໄ​ພ​ໄຊ​ເບີ​ ​ປີ​ 2030 ໄດ້​ຢ່າງ​ຕື່ນຕາຕື່ນ​ໃຈ​ ຜ່ານເນື້ອ​ຫາ​ຈາກ​ໂຄງ​ການ​ວິ​ໄຈ​ຫຼ້າ​ສຸດ​ທີ່​ເຮັດ​ຂຶ້ນ​ມາ ​ເພື່ອ​ໃຫ້​ທຸກ​ອົງ​ກອນ ​ແລະ ​ທຸກ​ປະເທດ​ສາມາດ​ເບິ່ງ​ເຫັນ,​ ນໍາ​ທັນ​ ແລະ​ ວາງ​ແຜນ​ໃນ​ໄລຍະ​ຍາວ​ໄດ້​ທັນ​ການ.​

ໂຄງ​ການ​ນີ້​ມີ​ຊື່​ວ່າ​ Project 2030 ຊຶ່ງ​ເປັນ​ພາກ​ຕໍ່​ຫຼັງ​ຈາກ​ທີ່​ Trend Micro ​ເຄີຍສະແດງ​ລາຍ​ງານ​ Project 2020 ໃນ​ປີ​ 2012 ທີ່ຖືກຕ້ອງ​ຫຼາຍ​ເລື່ອງ​ມາ​ແລ້ວ​ ຄວາມ​ໜ້າສົນ​ໃຈ​ຂອງ​ໂຄງ​ການ​ໃໝ່​ຍັງ​ກ່ຽວ​ຂ້ອງ​ໂດຍ​ກົງ​ກັບ​ສະ​ຖິ​ຕິ​ ໃນ​ປີ​ 2020 ທີ່ Trend Micro ​ຊີ້​ໃຫ້ເຫັນວ່າ​ສຳ​ນັກ​ງານ​ FBI ​ຂອງ​ສະຫາລັດອາເມລິກາ​ໄດ້ຮັບ​ການ​ຮ້ອງ​ຮຽນ​ຫຼາຍກວ່າ​ 2,000 ເລື່ອງທຸກ​ມື້​ ກ່ຽວກັບ​ອາຊະຍາກໍາທາງ​ອິນ​ເຕີ​ເນັດ​.

ຈຳນວນ​ຂໍ​ຮ້ອງ​ຮຽນ​ທີ່​ເພີ່ມ​ຂຶ້ນ​ 69% ເມື່ອ​ທຽບ​ເປັນ​ລາຍ​ປີ​ ໂດຍ​ຄິດ​ເປັນ​ຄວາມ​ເສຍ​ຫາຍ​ທັງໝົດ​ເຖິງ​ 4,200 ລ້ານ​ດອນ​ລາ​ສະຫາລັດ​ ຫຼື ​ປະ​ມານຫຼາຍກວ່າ​ 93 ຕື້ຕື້ກີບ​ ສະ​ຖິ​ຕິ​ທັງ​ໝົດ​ມີ​ແນວ​ໂນ້ມ​ເພີ່ມ​ຂຶ້ນ​ອີກ​ຕໍ່​ເນື່ອງ​ຕະຫຼອດ​ 10 ປີນັບ​ຈາກ​ນີ້​.

ເອ​ວາ​ ເສີນ​ ຜູ້​ຮ່ວມ​ກໍ່​ຕັ້ງ​ ແລະ​ ປະ​ທານ​ເຈົ້າ​ຫນ້າທີ່​ບໍລິຫານ​ ​ Trend Micro ຢ້ຳ​ເຖິງ​ຄວາມ​ສຳຄັນ​ທີ່​ທຸກ​ຄົນ​ຈະ​ຕ້ອງ​ລະ​ວັງ​ຕົວ​ຢ່າງ​ເລັ່ງ​ດ່ວນ​ ໂດຍ​ບອກ​ວ່າ​ນາ​ທີ​ນີ້​ອາຊະຍາກອນ​ໄຊ​ເບີ​​ຍັງ​ໂຈມ​ຕີຫຼາຍ​ຂຶ້ນ​ ເພາະ​ໃນ​ປີ​ 2020 ຂະບວນ​ການມັນແວຮຽກຄ່າໄຖ່ (Ransomware) ​ເພີ່ມ​ຂຶ້ນ​ 34% ແລະ​ ພາກສ່ວນ​ທຸລະກິດ​ທີ່​ໄດ້ຮັບ​ຜົນ​ກະທົບ​ສູງ​ສຸດ​ຄື​ ລັດຖະບານ,​ ການ​ທະ​ນາ​ຄານ,​ ການ​ຜະລິດ,​ ການ​ເບິ່ງ​ແຍງ​ສຸຂະພາບ,​ ການ​ເງິນ​, ການສຶກສາ,​ ເຕັກ​ໂນ​ໂລ​ຊີ,​ ອາຫານ​ ແລະ ​ເຄື່ອງ​ດື່ມ​, ນໍ້າມັນ ​ແລະ​ ແກສ​ ລວມເຖິງ​ການ​ປະ​ກັນ​ໄພ ​ຕາມ​ລຳ​ດັບ​.

ນອກ​ຈາກ​ນີ້,​ ການ​ປ່ຽນ​ແປງ​ໂຄງ​ສ້າງ​ພື້ນ​ຖານ ​ແລະ ​ພຶດຕິກຳ​ຂອງ​ຜູ້​ໃຊ້​ລ້ວນແຕ່​ກຳ​ລັງ​ກໍ່​ໃຫ້​ເກີດໄ​ພ​ຄຸກ​ຄາມ​ທາງ​ໄຊ​ເບີ​​ ໂດຍ​ສະເພາະ​ການ​ໃຊ້​ຄລາວ (Cloud Computing) ​ທີ່​ອົງກອນ​ຄວນ​ຕ້ອງ​ໃຊ້​ເຄື່ອງ​ມື​ປ້ອງ​ກັນ​ທີ່​ອອກ​ແບບ​ມາ​ສະເພາະ​ທາງ ​ສຳລັບ​ສະ​ຖາ​ປັດ​ຕະຍາກໍາການ​ປະ​ມວນ​ຜົນ​ແບບ​ຄລາວ​.

ກະກຽມຍຸດທະສາດໄລຍະຍາວ

Project 2030 ທີ່​ ຣິກ​ ເຟີ​ຣ໌​ກູ​ສັນ ນໍາມາ​ເລົ່າ​ນັ້ນ ​ບໍ່​ໄດ້​ເນັ້ນ​ທຳນາຍ​ອະນາຄົດ​ຂອງ​ໄພຄຸກຄາມທາງ​ໄຊ​ເບີ​​ໃນ​ປະເທດ​ໃດ​ປະເທດ​ໜຶ່ງ​ ແຕ່​ໃຊ້​ວິທີ​ຄາດ​ການ​​ໃນ​ເມືອງ​ສົມ​ມ​ຸດ ນັ້ນ​ຄື​ເມືອງ​ນິວ​ຊານ​ໂຈ​ແບນ​ (New San Joban) ທີ່​ຈະ​ເປັນ​ພື້ນ​ທີ່ສົມມຸດ ​ຊຶ່ງ​ລວມສະຖານະການ​ຈາກ​ການ​ປະ​ເມີນ​ພື້ນ​ຖານໄ​ພຄຸກ​ຄາມ ​ແລະ​ ອາຊະຍາກອນ​ໄຊ​ເບີ​​ໃນ​ປັດຈຸບັນ​ ລວມ​ເຖິງ​ຄຸນສົມບັດ​ຫຼັກ​ອື່ນໆ​ຂອງ​ລະບົບ​ແວດ​ລ້ອມ​ສຳລັບ​ການ​ຮັກສາ​ຄວາມ​ປອດໄ​ພ​ທາງ​ໄຊ​ເບີ​.‘ເຮົາ​ໃຊ້​ຂໍ້​ມູນ​ຂອງ​ອົງ​ກອນ​ລະຫວ່າງ​ປະເທດ​ເຊັ່ນ: ​ຕຳຫຼວດ​ສາກົນ,​ ອົງ​ການ​ສະ​ຫະປະ​ຊາ​ຊາດ​, ລວມ​ເຖິງ​ໄພຄຸກຄາມທາງ​ໄຊ​ເບີ​ທີ່​ກ່ຽວ​ຂ້ອງ​ກັບ​ໂຄ​ວິດ​-19 ຂະຫຍາຍ​ໄປ​ນອກ​ເໜືອ​ຈາກ​ອາຊະຍາກໍາ​​ທາງ​ອິນ​ເຕີ​ເນັດ​ ທີ່​ມີ​ແຮງ​ຈູງ​ໃຈ​ທາງ​ການ​ເງິນ​ຮ່ວມ​ກັບ​ການ​ຄາດ​ການ​ໄລ​​ຍະ​ສັ້ນ​ ຂອງ​ອຸດສາຫະກຳ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​​ ເພື່ອ​ໃຫ້​ຮູ້ວ່າ​ນ້ຳ​ໜັກ​ຂອງ​ອຸດສາຫະກຳ​ໃນ​ປັດຈຸບັນ​ຢູ່​ບ່ອນໃດ​.

ຕົວ​ເລັ່ງ​ການ​ປ່ຽນ​ແປງ​ໂລກ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ໄລຍະ 10 ປີ​ນັບ​ຈາກ​ນີ້​

ຣິກ​ ບອກ​ວ່າ​ ການ​ປ່ຽນ​ແປງ​ຢ່າງ​ວ່ອງໄວ​ ແລະ​ ການ​ເລັ່ງ​ໃຊ້​ເຕັກ​ໂນ​ໂລ​ຊີເກີດ​ໃໝ່​ໃນ​ມື້​ນີ້​ ລ້ວນ​ເຊື່ອມ​ໂຍງ​ກັບ​ເຕັກ​ໂນ​ໂລ​ຊີ​ທີ່​ຈະ​ເປັນ​ກະ​ແສ​ຫຼັກ​ ໃນ​ປີ​ 2030 ທັງ​ລະບົບ​ປັນຍາ​ປະດິດ​ ຫຼື​ AI, ຄວາມ​ແຜ່​ຫຼາຍ​ຂອງ​ 5G ແລະ​ ອຸປະກອນ​ IoT ທີ່​ຈະ​ມີ​ຜົນ​ໂດຍ​ກົງ​ກັບ​ວິ​ຖີ​ຊີວິດ​ຂອງ​ຜູ້ຄົນ​ໃນ​ອີກ​ 10 ປີ​ຂ້າງ​ໜ້າ​, Trend Micro ​ຈຶ່ງ​ຈຳ​ລອງ​ສະຖານະການ​ຂອງ​ບຸກ​ຄົນ​ດ້ວຍ​ວິ​ໃສ​ທັດ​ຂອງ​ບໍລິສັດ​ຜ່ານ​ຜູ້ຍິງ​ທີ່​ຊື່ ​ເຣດ​ຊິນ​ລາ​ (Resila).

ເຣດ​ຊິນ​ລາ​ ແລະ ​ຄອບຄົວ​ອາໄສ​ຢູ່​ທີ່​ໃຈ​ກາງ​ເມືອງ​ ນາງ​ເຮັດວຽກ​ຈາກ​ບ້ານ​ ໃຊ້​ອຸປະກອນ​ສວມ​ໃສ່​ໄດ້​ເພື່ອ​ຕິດ​ຕາມ​ຂໍ້​ມູນ​ໂພສະ​ນາ​ການ​ ແລະ​ ໃຊ້​ບໍລິການຮ້ານ​ຄ້າຍ່ອຍ​ ລວມ​ເຖິງ​ບໍລິການ​ສຸຂະພາບ​ເຊັ່ນ​ດຽວ​ກັບ​ຫຼາຍ​ຄົນ​ໃນ​ເມືອງ​.

ພຶດຕິກຳ​ຂອງ​ຜູ້ຄົນ​ໃນ​ຍຸກ​ຂອງ​ເຣດ​ຊິນ​ລາ​ປ່ຽນ​ໄປ​ຈາກ​ຄົນ​ຍຸກ​ນີ້​ ເພາະ​ທຸກ​ຢ່າງ​ຈະ​ອຸດົມສົມບູນ​ດ້ວຍ​ເຊັນ​ເຊີ​ (Sensor) ​ທີ່​ເຊື່ອມ​ຕໍ່​ກັນ ​ເພື່ອ​ຈັດການ​ຂໍ້​ມູນ​ຕັ້ງ​ແຕ່​ເລື່ອງ​ອາຫານ​, ຮ້ານ​ຂາຍ​ເຄື່ອງແຫ້ງ​ອອນ​ລາຍ ລວມ​ເຖິງ​ປະສົບການ​ການ​ດື່ມ​ດ່ຳ​ກັບ​ອາຫານ​ຈາກ​ລະບົບ​ພິມ​ 3 ມິ​ຕິ​ທີ່​ຈະ​ເກີດ​ຂຶ້ນ​ທີ່​ບ້ານ.

ໄຮ​ເທັກ​ກວ່າ​ເກົ່າ​

ຢູ່ທີ່​ໂຮງຮຽນ​ ລູກ​ຂອງ​ເຣດ​ຊິນ​ລາ​ຈະ​ບໍ່​ຈຳ​ເປັນ​ຕ້ອງ​ຮຽນ​ຮູ້​ວິທີ​ເຮັດ​ ຫຼື ​ການ​ດຳ​ເນີນ​ການ​ ເພາະ​ການສຶກສາ​ໃນ​ອະນາຄົດ​ຈະ​​ເນັ້ນ​ໜັກໄປ​ທີ່​ການ​ປະ​ຍຸກ ​ຫຼື ​ແປຮູບ​ເປັນ​ຫຼັກ​ ຫຼາຍກວ່າ​ການ​ຮຽນ​ເພື່ອ​ໃຫ້​ໄດ້​ຄວາມ​ຮູ້ຄືກັບຍຸກ​ນີ້​.

ຍຸກ​ຂອງ​ເຣດ​ຊິນ​ລາ​ຈະ​ເດັ່ນ​ເລື່ອງ​ແອັບ​ພິ​ເຄ​ຊັ່ນ​ທາງ​ການ​ແພດ​ທີ່​ກ້າວ​ໜ້າ​ ມີ​ການ​ກ່າວ​ເຖິງ​ເຊວດິ​ຈິ​ຕອນທີ່​ມີ​ອາ​ຍຸ​ຍືນ​ກວ່າ​ຄວາມ​ຕາຍ​ຂອງ​ຄົນ​ເຮົາ​ ມະນຸດ​ດິ​ຈິ​ຕອນຍຸກ​ໜ້າ​ຈະ​ມີ​ອິດສະຫຼະ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​ ໂດຍ​ສະເພາະ​ເມື່ອ​ໂລກ​ທາງ​ກາຍະ​ພາບ ​ແລະ ​ໂລກ​ດິ​ຈິ​ຕອນເຂົ້າ​ໃກ້​ກັນ​ຫຼາຍ​ຂຶ້ນ​ ທຸກ​ຄົນ​ຈະ​ສາມາດ​ມີ​ສ່ວນ​ຮ່ວມ​ໃນ​ພຶດຕິກຳ​ທີ່​ບໍ່​ເໝາະ​ສົມ​ ລວມ​ເຖິງ​ພຶດຕິກຳ​ທາງ​ອາ​ຍາ​ທີ່​ອາດຈະ​ເຮັດໃຫ້​ເກີດ​ຄວາມ​ສູນເສຍ​ ນໍາ​ໄປ​ສູ່​ການ​ຮຽກ​ຮ້ອງ​ຢຽວ​ຢາ​ທາງ​ກົດໝາຍ​ທີ່​ເຂັ້ມ​ຂົ້ນ​ຂຶ້ນ​ເຣດ​ຊິນ​ລາ​ເຮັດວຽກ​ໃນ​ບໍລິສັດ​ພາກ​ການ​ຜະລິດ​ ຊຶ່ງ​ເປັນ​ພາກສ່ວນ​ທີ່​ງານ​ DevOps ຫຼື ​ທີມ​ພັດທະນາ​ ແລະ ​ທີມ​ປະຕິບັດການ​ຈະ​ຖືກ​ປ່ຽນ​ເປັນ​ຮູບ​ແບບ​ Design Operations (DesOps) ເພາະ​ຄວາມ​ຈຳ​ເປັນ​ຕ້ອງ​ປັບ​ແຕ່ງ​ສາຍ​ການ​ຜະລິດ​ຮູບ​ແບບ​ໃໝ່​.

ຈຸດ​ນີ້​ຣິກ​ມອງ​ວ່າ​ ການ​ແຜ່ລະ​ບາດຄັ້ງ​ໃຫຍ່​ຍັງ​ເຮັດໃຫ້​ອົງກອນ​ເຂົ້າ​ສູ່​ຫ່ວງ​ໂສ້​ອຸປະ​ທານ​ດ້ານ​ການ​ເບິ່ງ​ແຍງ​ສຸຂະພາບ​ຢ່າງ​ມີໃ​ນ​ສຳຄັນ​ ແລະ​ ມີ​ການ​ພັດທະນາ​ພັດສະດຸທີ່​ສ້ອມແປງຕົວ​ເອງ​ໄດ້​ ເພື່ອ​ໃຊ້​ໃນ​ງານ​ໂຄງ​ຂ່າຍ​ຕັ້ງ​ແຕ່​ສາຍ​ເຄ​ເບິນ​ໃນ​ກົ້ນ​ມະຫາ​ສະໝຸດ​ ໄປ​ຈົນ​ເຖິງ​ລະບົບ​ສື່​ສານ​ຜ່ານ​ດາວ​ທຽມ​ໃນ​ສຸດ​ຂອບ​ອາວະກາດ​.

‘ໂຄງ​ສ້າງ​ພື້ນ​ຖານ​ ສະພາບ​ແວດ​ລ້ອມ​ ແລະ​ ເຕັກ​ໂນ​ໂລ​ຊີການ​ດຳ​ເນີນ​ງານ​ລະ​ດັບ​ອົງ​ກອນ​ທັງ​ໝົດ​ທີ່​ເປັນ​ດິ​ຈິ​ຕອນ​ ລວມ​ເຖິງ​ການ​ເປີດ​ໃຊ້​ງານ​ເຄືືືືືອ​ຂ່າຍ​ 5G ສ່ວນ​ຕົວ​ ແມ່ນ​ຈະ​ຊ່ວຍ​ໃຫ້​ສາມາດ​ບຳ​ລຸງ​ຮັກສາ​ລະບົບ​ໃນການ​ປ້ອງ​ກັນ​ໄດ້​ຢ່າງ​ຖືກຕ້ອງ ແຕ່​ພື້ນ​ທີ່​ການ​ໂຈມ​ຕີ​ກໍ່​ຂະຫຍາຍ​ກວ້າງ​ຂຶ້ນ​ຢ່າງ​ເຫັນ​ໄດ້​ຊັດເຈນ​’ ຣິກ​ ໄດ້ກ່າວໄວ້​.

ໃນ​ຂະນະ​ທີ່​ໂລກ​ອະນາຄົດ​ຕ້ອງ​ການ​ລະບົບ​ຢືນຢັນ​ຕົວ​ຕົນ​ແບບ​ real-time​, ໄພການ​ໂຈລະ​ກຳ​ຊັບ​ສິນ​ທາງ​ປັນຍາ​ກໍ່ຈະຍັງ​ເປັນ​ບັນຫາ​ຕໍ່ໄປ​ຄືເກົ່າ​, ອາດ​ຈະນຳ​ໄປ​ສູ່​ການ​ກໍ່​ກວນ​ ຫຼື ​ໂຈມ​ຕີ​ດ້ວຍ​ຂໍ້​ມູນ​ ຊຶ່ງ​ໃນ​ກໍລະນີ​ທີ່​ຮ້າຍແຮງ​ທີ່ສຸດ​ ກໍ​່ອາດ​ຈະນຳ​ໄປ​ສູ່​ການທໍາ​ຮ້າຍ​ຮ່າງກາຍ​ໃນ​ໂລກ​ຄວາມ​ຈິງ​.

ສະຖານະການ​ເຫຼົ່າ​ນີ້​ສະ​ທ້ອນໃຫ້ເຫັນ​ຄວາມ​ກັງ​ວົນ​ຂອງ​ຫນ່ວຍ​ງານ​ລັດ​ໃນ​ນິວ​ຊານ​ໂຈ​ແບນ​ ທີ່​ຈະ​ຕ້ອງ​ສັງລວມ​ຂໍ້​ມູນ​ຈາກ​ແຫຼ່ງ​ຕ່າງ​ໆ​ ເພື່ອ​ປະໂຫຍດ​ດ້ານ​ສຸຂະພາບ ​ແລະ​ ຄວາມ​ເປັນ​ຢູ່​ທີ່​ດີ​ຂອງ​ພົນລະເມືອງ​ ເຖິງ​ແມ່ນວ່າ​ຈະ​ມີ​ການ​ວິ​ເຄາະ​ Big data ​ທີ່​ຈູງ​ໃຈ​ໃຫ້​ເກີດ​ພຶດຕິກຳ​ທີ່​ດີ​ໃນ​ເມືອງ​ອັດ​ສ​ະລິຍະ (Smart city)​ ແຕ່​ສັງຄົມ​ໃນ​ພາບ​ລວມ​ອາດຈະ​ມີ​ຄວາມບໍ່ສະເໝີພາບ​ສູງ​ເພາະ​ການ​ເປັນ​ສັງຄົມ​ຂາດ​ເງິນ​ສົດ​ ລວມ​ເຖິງ​ສະ​ກຸນ​ເງິນ​ດິ​ຈິ​ຕອນ​ທີ່​ມີໄວ້​ໄດ້​ແບບ​ບໍ່​ເປີດ​ເຜີຍ​ຕົວ​ຕົນ​ ຊຶ່ງຍັງ​ຕ້ອງ​ຕິດ​ຕາມ​ຜົນ​ກະທົບ​ຂອງ​ປະ​ເດັນ​ນີ້​ໃນ​ແງ່ໄ​ພຄຸກຄາມທາງ​ໄຊ​ເບີ​.ໃນ​ຍຸກ​ທີ່​ 5G ແຜ່ຫຼາຍ​ ໄພຄຸກຄາມ​ວິ​ດີ​ໂອປອມ​ ຫຼື ​ວິ​ດີ​ໂອ​ດັດ​ແປງ​ຈະ​ເກີດ​ຂຶ້ນ​ໃນ​ພາ​ວະ​ທີ່​ສາທາລະນະ​ຍອມ​ຮັບ​ເນື້ອຫາ​ທີ່​ສ້າງ​ໂດຍ​ AI ຫຼາຍ​ຂຶ້ນ​ ຍັງມີ​ສະພາບ​ແວດ​ລ້ອມ​ປະ​ເພດ​ AR ແລະ​ VR ທີ່​ຈະ​ມີ​ອິດທິພົນ​ຫຼາຍ​ຂຶ້ນ​ ທັງ​ໝົດ​ນີ້​ສົ່ງ​ຜົນໃຫ້​ອາຊະຍາກໍາທາງ​ໄຊ​ເບີ​​ໃນ​ຍຸກ​ໜ້າ​ແນບ​ນຽນ​ຫຼາຍ​ຂຶ້ນ​.

ດັ່ງ​ນັ້ນ​, ໄພຄຸກຄາມທາງໄຊ​ເບີ​​ ປີ​ 2030 ຈຶ່ງ​ຍັງມີ​ບາງ​ສ່ວນ​ທີ່​ຄຸ້ນ​ເຄີຍ​ກັນ​ດີ​ໃນ​ທຸກ​ມື້​ນີ້​ ເຊັ່ນ:​ ການ​ເຂົ້າ​ເຖິງ​ ຫຼື  ການ​ບຸກລຸກ​ໂດຍ​ບໍ່​ໄດ້ຮັບ​ອະນຸຍາດ​ ແລະ ​ການ​ຂັດຂວາງທາງ​ກົດໝາຍ​ ໂດຍ​ສະເພາະ​ການ​ຈັດການ,​ ການ​ເປີດ​ເຜີຍ​ ລວມ​ເຖິງ​ການ​ນຳ​ຂໍ້​ມູນ​ໄປ​ໃຊ້​ໃນ​ທາງ​ທີ່​ຜິດ​ ຫຼື ​ໂດຍ​ບໍ່​ໄດ້ຮັບ​ອະນຸຍາດ​ ຊຶ່ງ​ໄພຄຸກຄາມ​ເຫຼົ່າ​ນີ້​ອາດ​ຈະເກີດ​ຂຶ້ນ​ພ້ອມ​ກັນ​ກໍ່ໄດ້​.

***ແນບນຽນ ​ແລະ​ ຫຼົບຫຼີກເກັ່ງ​

ໄພຄຸກຄາມທາງ​ໄຊ​ເບີ​​ໃນ​ ປີ​ 2030 ຈະ​ມີ​ຜົນ​ກະທົບ​ທີ່​ໃຫຍ່​ກວ່າ​ໄພຄຸກຄາມ​ໃນ​ຍຸກ​ 2020 ສ່ວນຫນຶ່ງ​ເປັນ​ເພາະ​ເຕັກ​ໂນ​ໂລ​ຊີ Machine learning ກ້າວ​ໜ້າເກີນ​ໄປ​ ເຕັກ​ນິກ​ການສ້າງ​ຄວາມ​ສັບ​ສົນ​ຈຶ່ງ​ພັດທະນາ​ຕົວ​ເອງ​ໃຫ້​ສູງ​ຂຶ້ນ​ຕາມ​ຄວາມ​ສາມາດ​ຂອງ​ AI ໄປ​ພ້ອມກັນ,​ ຈຸດ​ນີ້​ອາດຈະ​ເຮັດໃຫ້​ໄພຄຸກຄາມທາງ​ໄຊ​ເບີ​​ສາມາດ​ຮຽນ​ຮູ້​ ແລະ ​ຫຼົບ​ຫຼີກການ​ດັກ​ຈັບ​ໄດ້​ຢ່າງ​ວ່ອງໄວ​ ເຮັດໃຫ້​ການ​ລະ​ບຸ​ແຫຼ່ງ​ທີ່​ມາ​ຂອງ​ອາຊະຍາກອນ​ທາງໄຊ​ເບີ​​ເຮັດ​ໄດ້​ຍາກ​ຂຶ້ນ​ເຊັ່ນກັນ.

ເມື່ອ​ຖາມວ່າ​ວິໄ​ສ​ທັດ​ພາບ​ລວມໄ​ພຄຸກຄາມຄວາມປອດໄພທາງໄຊເບີ ​ໃນ​ 10 ປີ​ຂ້າງ​ຫນ້າທີ່ ​Trend Micro ​ປະເມີນ​ໄວ້​ ຈະ​ເຮັດໃຫ້​ເກີດ​ຜົນກະທົບຫຍັງ​ຫຼາຍ​ທີ່ສຸດ​ໃນ​ພູມິພາກ​ອາ​ຊຽນ​, Trend Micro ແນໃສ່ໄປທີ່ອົງກອນ​ ໂດຍ​ອະທິບາຍ​ວ່າ​ ໃນ​ອີກ​ 10 ປີ​ຈາກ​ນີ້​ ອົງ​ກອນ​ຫຼາຍກວ່າ​ 90% ຈະ​ປັບ​ລະບົບ​ເປັນ​ຄລາວ​​ ເທິງ​ພື້ນ​ຖານ​ທີ່​ຕ້ອງ​ຂັບ​ເຄື່ອນ​ທຸລະກິດ​ໃຫ້​ເຕີບໃຫຍ່ໂຕ​ທັນ​ກັບຍຸກ​ໃນ​ອະນາຄົດ​. ດັ່ງ​ນັ້ນ​, ເມື່ອ​ເຕັກ​ໂນ​ໂລຊີ​ເປັນ​ບົດ​ບາດ​ທີ່​ສຳຄັນ​ ອົງ​ກອນ​ຈຶ່ງ​ຕ້ອງ​ວາງ​ແຜນ​ລະບົບ​ຮັກສາ​ຄວາມ​ປອດ​ໄພ ​ຫຼື​ Security Platform ໃຫ້​ຮອບຄອບ​ ເພື່ອ​ປ້ອງ​ກັນໄ​ພ​ຄຸກ​ຄາມ​ທີ່​ຈະ​ເກີດ​ຂຶ້ນ​ຢ່າງ​ບໍ່​ທັນ​ຕັ້ງ​ຕົວ​ໄດ້​.

‘Security Platform ຈະ​ມີບົດ​ບາດ​ສຳຄັນ​ຫຼາຍຂຶ້ນ​ໃນ​ຍຸກ​ໜ້າ​ ບໍ່​ວ່າ​ຈະ​ເປັນ​ສຳລັບ​ອົງ​ກອນ​ທຸລະກິດ​ ຫຼື ສ່ວນ​ຕົວ​ຜູ້ບໍ​ລິໂພກ​, ຊຶ່ງ​ປັດຈຸບັນ​ Trend Micro ​ມີ​ການ​ພັດທະນາ​ໂຊ​ລູ​ຊັນ (Solution)​ Beyond Technology is Security Platform : VISION ONE’ Trend Micro ​ລະ​ບຸ​ໄວ້.

ສຳລັບ​ 3 ຕົວ​ເລັ່ງ​ທີ່​ເຮັດໃຫ້​ເກີດ​ການ​ເຕີບໃຫຍ່​ຂອງ​ຕະຫຼາດ​ຄວາມປອດໄພ ​ຕັ້ງ​ແຕ່ຕອນ​ນີ້​ເຖິງ​ 10 ປີ​ຂ້າງ​ໜ້າ​ຄື​ ພາ​ວະ​ທີ່​ມະນຸດ​ເປັນ​ຈຸດ​ເລີ່ມ​ຕົ້ນ​ ນໍາ​ເຕັກ​ໂນ​ໂລ​ຊີ​ມາ​ໃຊ້​ດຳ​ເນີນ​ຊີວິດ ​ແລະ​ ທຸລະກິດ​ຫຼາຍ​ຂຶ້ນ​ ລວມ​ເຖິງ​ການ​ເຮັດ​ວຽກ ​ຫຼື ​ກິດຈະກຳ​ອື່ນ​ທີ່​ສາມາດ​ເຮັດຢູ່​ໃສກໍ່ໄດ້​ຂໍ​ພຽງ​ມີ​ລະບົບ​ສື່​ສານ​ ແລະ ​ຄວາມ​ຢືດ​ຢຸ່ນ​ຂອງ​ການ​ນຳ​ເຄື່ອງ​ມື​ມາ​ໃຊ້​ງານ​ ເພື່ອ​ໃຫ້​ເກີດ​ຄວາມ​ງ່າຍ ​ແລະ​ ວ່ອງໄວ​.

ທັງ​ 3 ປັດ​ໄຈ ​ເນັ້ນ​ຢ້ຳ​ວ່າ​ຕະຫຼອດ​ໄລຍະ 10 ປີ​ນັບ​ຈາກ​ນີ້​ ສິ່ງ​ທີ່​ຕ້ອງ​ກຽມຄວາມ​ພ້ອມ ​ແລະ​ ວາງ​ແຜນ​ຮັບ​ມື​​ລະບົບ​ Security Platform ທີ່​ Trend Micro ​ແລະ​ ອີກ​ຫຼາຍ​ຜູ້ບໍລິການ​ຈໍາໜ່າຍ​​ຢູ່​ນັ້ນ​ເອງ​.

ເອກະສານອ້າງອີງ:

  1. https://mgronline.com/cyberbiz/detail/9640000061727
550 Views