ກໍລະນີສຶກສາ SolarWinds, ການແຮັກ supply chain ຄັ້ງໃຫຍ່ ກະທົບ ກະຊວງການເງິນ ສະຫະລັດ ອາເມລິກາ ຖືກແຮັກເຊັ່ນກັນ

ກໍລະນີສຶກສາ SolarWinds, ການແຮັກ supply chain ຄັ້ງໃຫຍ່ ກະທົບ ກະຊວງການເງິນ ສະຫະລັດ ອາເມລິກາ ຖືກແຮັກເຊັ່ນກັນ

ຂ່າວ​ໃຫຍ່​ຂອງວົງ​ການ​ໄອ​ທີ​,​ SolarWinds ຜູ້ຜະລິດຊອບແວ SolarWinds Orion ຊຶ່ງເປັນຊອບແວກວດຈັບ (Monitor) ລະບົບເຄືອຂ່າຍ ໄດ້ຖືກແຮັກເກີ (Hacker) ຝັງມັນແວ (Malware) Orion ເຮັດ​ໃຫ້​ລູກ​ຄ້າຂອງ SolarWinds ຊຶ່ງ​ມີ​ໜ່ວຍ​ງານ​ລັດຖະບານ​ສະຫະລັດ ອາເມລິກາ ຫຼາຍ​ແຫ່ງ​ ເຊັ່ນ​: ກະ​ຊວງ​ການ​ເງິນ​, ກະ​ຊວງ​ການຄ້າ​ ຖືກແຮັກ​ເຊັ່ນກັນ​ ກາຍ​ເປັນ​ກໍລະນີ​ການ​ແຮັກ​ໜ່ວຍ​ງານ​ລັດຖະບານຄັ້ງ​ໃຫຍ່​ຂອງ​ສ​ະຫະລັດ​ ອາ​ເມ​ລິ​ກາ​.ກໍລະນີ​ຂອງ​ SolarWinds ເປັນ​ການ​ແຮັກ​ລະບົບ​  supply chain ຊຶ່ງ​ແຮັກ​ເກີ​ໄດ້​ເຈາະ​ເຂົ້າ​ລະບົບ​ພາຍ​ໃນ​ຂອງ​ບໍລິສັດ​ SolarWinds ໄດ້​ກ່ອນ​, ຈາກ​ນັ້ນ​ຈຶ່ງ​ປ່ຽນ​ໄບ​ນາ​ຣີ (Binary) ຂອງ​ SolarWinds Orion ເປັນ​ເວີ​ຊັ່ນ​ທີ່​ຖືກ​ແກ້​ໄຂ,​ ເມື່ອ​ SolarWinds ແຈກ​ຢາຍ​ຊອບແວ​ Orion ໄປໃຫ້ລູກ​ຄ້າ​ ເຮັດໃຫ້​ລູກ​ຄ້າ​ມີ​ຊ່ອງ​ໂຫວ່​ທີ່​ກວດ​ສອບ​ເອງ​ໄດ້​ຍາກ​.ຜູ້​ທີ່​ຄົ້ນ​ພົບ​ວ່າ​ SolarWinds ຖືກ​ແຮັກ​ຄື​ ​ FireEye ທີ່ຫາກໍ່ຖືກແຮັກໃນເມື່ອບໍ່ດົນມານີ້ ເປັນ​ລູກ​ຄ້າຂອງ​ SolarWinds ເຊັ່ນ​ກັນ​ ແລະ ​ເມື່ອ​ບໍລິສັດ​​ FireEye ຖືກແຮັກ​ ຈຶ່ງ​ກວດ​ສອບ​ວ່າ​ຈຸດ​ໂຫວ່​ເກີດຢູ່​ໃສ​ ແລະ​ ພົບ​ວ່າ​ມາ​ຈາກ​ SolarWinds ນັ້ນ​ເອງ​.SolarWinds ລະ​ບຸ​ວ່າ​ມີ​ລູກ​ຄ້າ​ທີ່​ໄດ້ຮັບ​ຜົນກ​ະ​ທົບ​ 18,000 ອົງກອນ​ ຈາກ​ຖານ​ລູກ​ຄ້າ​ທີ່​ໃຊ້​ຊອບແວ​ Orion ທັງ​ໝົດ​ 33,000 ອົງກອນ.

ຫຼ້າ​ສຸດ​ Microsoft ​ໄດ້​ອອກ​ອັບ​ເດດ​ໃຫ້​ Microsoft Defender ກວດ​ຈັບ​ໄຟ​ລ໌​ໄບ​ນາ​ຣີຂອງ​ SolarWinds ເວີ​ຊັ່ນ​ທີ່​ຖືກ​ເຈາະ​ແລ້ວ​ ຖ້າຫາກ​ Defender ພົບ​ໄບ​ນາ​ຣີ​ເວີ​​ຊັ່ນ​ນີ້​ຢູ່​ເທິງ​ເຄື່ອງ​ຈະ​ປິດກັ້ນ (Block) ​ການ​ເຮັດ​ວຽກທັນ​ທີ​ ເຖິງວ່າ​ Process ​ນັ້ນ​ກຳ​ລັງ​ເຮັດວຽກ​ຢູ່​ກໍ່​ຕາມ​ Microsoft ​ແນະ​ນຳ​ໃຫ້​ລູກ​ຄ້າ​ທີ່​ກວດ​ພົບ​ໄບ​ນາ​ຣີ​ໂຕ​ນີ້​ ຈໍາ​ກັດ​ວົງ​ການ​ເຊື່ອມ​ຕໍ່​ເຄື່ອງ​ນັ້ນ​ທັນ​ທີ​ ແລະ ​ສືບ​ຫາຊ່ອງ​ໂຫວ່​​ທັງໝົດຂອງ​ລະບົບ​​.

ເອກະສານອ້າງອີງ:

  1. https://www.csoonline.com/article/3601508/solarwinds-supply-chain-attack-explained-why-organizations-were-not-prepared.html
  2. https://www.techradar.com/news/solarwinds-suffers-massive-supply-chain-attack
  3. https://www.microsoft.com/security/blog/2020/12/15/ensuring-customers-are-protected-from-solorigate/
  4. https://www.blognone.com/node/120144

 Meesaisack  25 January 2021  858 reads  Print

1,612 Views