ພົບກົນໂກງທາງອິນເຕີເນັດແບບໃໝ່!!! ໂດຍມີເປົ້າໝາຍຜູ້ໃຊ້ ໃນບັນດາປະເທດອາຊີ ເພື່ອສ້າງຄວາມບໍ່ສະຫງົບ ໂດຍອາໃສຂ່າວແຜ່ນດິນໄຫວທີ່ ປະເທດຕວັກກີ ແລະ ປະເທດຊີເຣຍ

ອາຊະຍາກອນ​ທາງໄຊ​ເບີ​ຈະ​ສວຍໃຊ້​ໂອກາດ​ຈາກໄພພິບັດ​ຕ່າງ​ໆ​ທີ່ເກີດຂຶ້ນກັບ​ມະນຸດ​ ຫຼັງ​ຈາກ​ເກີດ​ແຜ່ນດິນ​ໄຫວຮຸນແຮງ​ 2 ຄັ້ງ ທີ່ປະເທດ​ຕວັກກີ​ ແລະ​ ປະເທດຊີ​ເຣຍ ​ເຮັດໃຫ້ມີຜູ້ເສຍຊີວິດ​ຫຼາຍ​ກວ່າຮ້ອຍ​ຄົນ ຊຶ່ງຫຼັງເກີດເຫດ​ບໍ່​ຮອດ 24 ຊົ່ວ​ໂມງ ອາຊະຍາກອນ​ທາງໄຊ​ເບີ​​ກໍ່​ບໍ່​ເຄີຍ​ຢຸດ​ຫຼອກລວງ​ຜູ້​ໃຊ້​ອິນ​ເຕີ​ເນັດ​ ແລະ ການຫຼອກລວງ​ຄັ້ງ​ຫຼ້າ​ສຸດ ​ທີ່​​ພົບ​ ໂດຍ​ Bitdefender Antispam Lab ສະແດງ​ໃຫ້​ເຫັນ​ວ່າ ​ພວກ​ເຂົາ​ພະຍາຍາມໃຊ້ຄວາມ​ໜ້າສົງສານ​.

ອາຊະຍາກອນ​ທາງໄຊ​ເບີ​ຈະ​ສວຍໃຊ້​ໂອກາດ​ຈາກໄພພິບັດ​ຕ່າງ​ໆ​ທີ່ເກີດຂຶ້ນກັບ​ມະນຸດ​ ຫຼັງ​ຈາກ​ເກີດ​ແຜ່ນດິນ​ໄຫວຮຸນແຮງ​ 2 ຄັ້ງ ທີ່ປະເທດ​ຕວັກກີ​ ແລະ​ ປະເທດຊີ​ເຣຍ ​ເຮັດໃຫ້ມີຜູ້ເສຍຊີວິດ​ຫຼາຍ​ກວ່າຮ້ອຍ​ຄົນ ຊຶ່ງຫຼັງເກີດເຫດ​ບໍ່​ຮອດ 24 ຊົ່ວ​ໂມງ ອາຊະຍາກອນ​ທາງໄຊ​ເບີ​​ກໍ່​ບໍ່​ເຄີຍ​ຢຸດ​ຫຼອກລວງ​ຜູ້​ໃຊ້​ອິນ​ເຕີ​ເນັດ​ ແລະ ການຫຼອກລວງ​ຄັ້ງ​ຫຼ້າ​ສຸດ ​ທີ່​​ພົບ​ ໂດຍ​ Bitdefender Antispam Lab ສະແດງ​ໃຫ້​ເຫັນ​ວ່າ ​ພວກ​ເຂົາ​ພະຍາຍາມໃຊ້ຄວາມ​ໜ້າສົງສານ​.

ອາຊະຍາກອນ​ທາງໄຊ​ເບີ​​ຫຼອກ​ລໍ້​ເຫຍື່ອ​ ຈາກ​ຄວາມ​ເຫັນໃຈຈາກ​ຄົນທົ່ວ​ໂລກ ​ທີ່​ຕ້ອງ​ການ​ບໍລິຈາກ​ເງິນ​ ເພື່ອ​ຊ່ວຍ​ເຫຼືອ​ຜູ້​ທີ່​ໄດ້ຮັບ​ຜົນ​ກະທົບຈາກໄພ​ພິບັດຄັ້ງ​ນີ້​ ເຖິງວ່າ​ຈໍານວນ​ຫຼາຍ​ພັນ​ຄົນ​ຈະ​ເສຍຊີວິດ ​ແລະ​ ອີກ​ເປັນ​ໝື່ນ​ຍັງ​ຢູ່​ລະຫວ່າງ​ການ​ຄົ້ນ​ຫາ​ຜູ້​ທີ່​ຕິດ​ຢູ່​​ພາຍໃນ​ອາ​ຄານ​  ໂດຍອາຊະຍາກອນ​ທາງໄຊ​ເບີ​ຈະໃຊ້ການ​ປອມເປັນ​ຕົວ​ແທນ​ຂອງ​ມູນ​ນິ​ທິ​ຂອງ ​ຢູ​ເຄຣນ​ ທີ່​ຮີບໂຮມເງິນ​ບໍລິຈາກ​ເພື່ອ​ໄປຊ່ວຍ​ເຫຼືອ​ຜູ້​ທີ່​ໄດ້ຮັບ​ຜົນ​ກະທົບ​.

ໃນອີເມວຂໍ້ຄວາມຈະລະບຸວ່າ “ເຮົາ​ກຳ​ລັງ​ດຳ​ເນີນ​ການ​ຊ່ວຍ​ເຫຼືອ​ປະຊາຊົນໃນປະເທດ​ຕວັກກີ​ ແລະ​ ປະເທດຊີ​ເຣຍ ​ທີ່​ໄດ້ຮັບ​ຜົນ​ກະທົບ​ຢ່າງ​ໜັກ​ຈາກ​ແຜ່ນດິນ​ໄຫວ​ໃນ​ຕອນ​ນີ້​ ຊຶ່ງ​ເຮັດໃຫ້​ຄອບຄົວ ​ແລະ ​ເດັກນ້ອຍ​ ຈໍານວນ​ຫຼາຍ​ຕ້ອງຫຼົງຖິ່ນຖານ ແລະ ​ບໍ່ມີ​ທີ່​ຢູ່​ອາໄສ​.

WLADIMIR FOUNDATION ໄດ້ດຳ​ເນີນ​ການ​ຊ່ວຍ​ເຫຼືອ​ດ້ວຍ​ຕົນເອງ​ໃນ​ພື້ນ​ທີ່ ​ເພື່ອ​ຊ່ວຍ​ເຫຼືອ​ຜູ້ຄົນເຫຼົ່ານັ້ນໃຫ້​ໄດ້​ຫຼາຍ​ທີ່ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້​… ພວກເຮົາ​ຂໍ​ຮຽກ​ຮ້ອງ​ໃຫ້​ທ່ານກະລຸນາ​ຊ່ວຍບໍລິຈາກ​ໃຫ້​ກັບ​ຜູ້ປະ​ສົບ​ໄພ​ເຫຼົ່າ​ນີ້​ດ້ວຍ”

ເນື່ອງ​ຈາກ​ອີ​ເມວ​ໂຈມ​ຕີ​ແບບ​ຟິດ​ຊິ່ງ​ (Phishing) ສ່ວນ​ຫຼາຍ​​ທີ່​ຢູ່​ IP ມາຈາກປະເທດ​ປະ​ກິດສະຖານ​ ໃນການສຶກສາ​ກຸມ​ຕົວ​ຢ່າງ​ທໍາອິດ ​ສ່ວນ​ຫຼາຍຈະ​ໂຈມ​ຕີ​ໂດຍ​ກຳນົດ​ເປົ້າ​ໝາຍ​ໄປ​ທີ່​ຜູ້​ຮັບ​ໃນ​ປະເທດເກົາ​ຫຼີ​ໃຕ້​ (49%), ປະເທດຫວຽດ​ນາມ​ (19%), ສ​ະຫະລັດອາ​ເມ​ລິ​ກາ​ ແລະ ​ປະເທດອິນ​ເດຍ​ (7%), ປະເທດເດນ​ມາ​ກ​ (3%), ປະເທດໄອ​​ແລນ​​ (2%), ປະເທດເຢຍລະມັນ ແລະ​ ປະເທດອັງກິດ (1%). ການ​ກວດ​ສອບ​​ລະ​ບຸ​ວ່າ​ ອາຊະຍາກອນ​ທາງໄຊ​ເບີ​ເຫຼົ່າ​ນີ້ຫຼອກ​ລໍ້ເຫຍື່ອ​ ໂດຍ​ການປອມ​ເປັນ​ອົງ​ກອນ ​ທີ່​ມີ​ຮາກ​ຖານ​ມາ​ຈາກ​ຢູ​ເຄຣນ.

ອົງ​ກອນ​ຫຼອກລວງ​ນີ້​​ ແຕ່​ກ່ອນກໍ່​ຕັ້ງ​ຂຶ້ນ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ທີ່ຕົ​ກ​ເປັນ​ເຫຍື່ອ​ຂອງ ​ຢູ​ເຄຣນ ​ທີ່ເຈັບ​ຊ້ຳ​ຈາກ​ສົງຄາມ​  ແຕ່ພາຍຫຼັງເຫດການແຜ່ນດິນໄຫວໄດ້​ປ່ຽນ​ເປົ້າໝາຍ​ຊົ່ວ​ຄາວ​ ມາເປັນການ​ຮັບ​ເງິນ​ບໍລິຈາກ​ເປັນ​ສ​ະກຸນ​ເງິນ​ດິ​ຈິ​ຕອນ​ແທນ. ​ເຖິງວ່າຈະ​ເອີ້ນ​ຕົນ​ເອງ​ວ່າ​ “ແພັດ​ຟອມ (Platform) ​ການລະ​ດົມ​ທຶນ​ອອນ​ລາຍ​ອັນ​ດັບ​ຕົ້ນ​ໆ​ ໃນ​ຢູ​ເຄຣນ​” ການ​ກວດສອບ​ເວັບ​ໄຊ​​ເບື້ອງຕົ້ນໄດ້ເປີດເຜີຍໃຫ້​ເຫັນ​ວ່າ​ກອງທັບ​ຢູ​ເຄຣນ​ໄດ້ຮັບ​ເງິນ​ບໍລິຈາກ​ພຽງແຕ່​ 4,000 ດອນ​ລາ​ ​ເທົ່າ​ນັ້ນ​. ຢ່າງໃດ​ກໍ​ຕາມ,​ ໜຶ່ງ​ໃນ​ກະ​ເປົ໋າ​ສະກຸນເງິນຄຣິບໂຕ (Crypto Currency) ​ເຊັ່ນ: Bitcoin ເປີດເຜີຍໃຫ້​ເຫັນທຸລະ​ກຳ​​ຕັ້ງ​ແຕ່​ເດືອນ​ ພຶດສະພາ​ 2021 ຊຶ່ງ​ມີ​ມູນ​ຄ່າ​ທັງໝົດ​ສູງ​ເຖິງ​ $100,000.

ຊື່​ຂອງ​ອົງກອນການ​ກຸສົນ ​ແລະ​ ກະ​ເປົ໋າ​ເງີນດິຈີຕອນ​ປອມ​ນີ້​ ເຄີຍ​ຖືກ​ໃຊ້​ໃນ​ Campaign ​ຫຼອກລວງກ່ອນ​ໜ້າ​ນີ້ ​ທີ່ໄດ້ຂໍຮັບ​ບໍລິຈາກ​ເພື່ອ​ປະຊາຊົນຢູ​ເຄຣນ​ທີ່​​ຫຼົງຖິ່ນຖານ ​ເນື່ອງ​ຈາກ​ສົງຄາມ​, ນັກ​ວິ​ເຄາະ​​ພົບ​ວ່າ​ ໃນວັນທີ​ 29 ທັນວາ​ 2022 ມີ​ການ​ຫຼອກລວງ​ໃນ​ລັກສະນະ​ດຽວ​ກັນເກີດ​ຂຶ້ນ​ ນີ້​ເປັນ​ພຽງ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ໂຈມ​ຕີ​ດ້ວຍ​ຂໍ້ຄວາມ​ທີ່​ຫຼອກລວງ​ ແລະ ບໍ່ມີມູນຄວາມຈິງ​ ທຸກ​ຄັ້ງ​ທີ່​ເກີດໄ​ພ​ພິບັດ​ທາງ​ທຳມະຊາດ​ ພວກ​ອາຊະຍາກອນ​ທາງໄຊ​ເບີ​​ຈະ​ພະຍາຍາມ​ໃຊ້​ປະໂຫຍດ​ຈາກ​ຄວາມ​ອ່ອນແອ ​ແລະ ​ຄວາມ​ຮູ້ສຶກ​ຂອງ​ຄົນ ​ໂດຍ​ຫຼອກ​ລໍ້​ຄວາມ​ເ​ຫັ​ນອົກ​ເຫັນ​ໃຈ​ຈາກ​ຜູ້ໃຊ້​ອອນ​ລາຍ ​ເພື່ອ​ລັກ​ເງິນ ​ແລະ​ ຂໍ້​ມູນ​ສ່ວນ​ຕົວທີ່ສໍາຄັນ​ ເຖິງແມ່ນວ່າ​ການ​ກະທຳ​ທີ່​ຊົ່ວ​ຮ້າຍ​ເຫຼົ່າ​ນີ້​ຈະ​ບໍ່​ແມ່ນ​ເລື່ອງ​ໃໝ່​ ແຕ່​ກໍ​່ສາມາດ​ປະ​ສົບ​ຄວາມ​ສຳ​ເລັດ​ຢ່າງ​ຫຼວງຫຼາຍ​ໃນ​ການ​ຮັບ​ເງິນ​ຈາກ​ຄົົນທີ່​ໄວ້​ໃຈ​ງ່າຍ ​ແລະ​ ເປັນ​ຜູ້​ມີ​ຈິດກຸສົນ.

Bitdefender Antispam Lab ແນະ​ນຳ​ໃຫ້​ລະ​ມັດ​ລະ​ວັງ​ກ່ອນທີ່ຈະ​​ບໍລິຈາກ​ ເພື່ອ​ການ​ກຸສົນ​ຜ່ານ​ທາງ​ເມວ​ທີ່​ບໍ່​ຮູ້​ຈັກ​ ຜູ້​ໃຊ້​ຄວນ​​ລະ​ມັດ​ລະ​ວັງ​ຫາກ​ພົບ​ເຫັນ​ການ​ສື່​ສານ​ ທີ່​ມີ​ການ​ປົກ​ປິດ​ ຫຼື ​ເບິ່ງ​ຄື​ວ່າ​ມາ​ຈາກ​ແຫຼ່ງ​ທີ່​ບໍ່​ໄດ້ຮັບ​ອະນຸຍາດ​ ຜູ້​ທີ່​ຕ້ອງ​ການ​ໃຫ້​ການຊ່ວຍ​ເຫຼືອ​ດ້ວຍ​ຕົນເອງ​ ຄວນ​ສຶກສາ​ກ່ຽວກັບ​ອົງ​ກອນ​ການ​ກຸສົນ ​ທີ່​ຖືກ​ຕ້ອງ​ຕາມກົດໝາຍ ແລະ ​ພົວພັນ​ໂດຍ​ກົງ​ ຜ່ານ​ວິທີ​ການ​ທີ່​ກຳນົດ ​ແລະ​ ຖືກ​ຕ້ອງ​ຕາມ​ກົດໝາຍ.

 

ເອກະສານອ້າງອີງ: https://www.bitdefender.co.th/post/online-criminals-utilize-new-internet-scam-to-manipulate-grief-in-earthquake-stricken-turkey-and-syria/

1,221 Views