ATM Skimming ໄພອັນຕະລາຍ!!! ເສຍຫາຍເຖິງຂັ້ນໝົດໂຕ

ໃນໄລຍະ​ນີ້​ມີ​ຂ່າວ​ກ່ຽວກັບ​ການ​ລັກ​ຂໍ້​ມູນ​ຈາກ​ບັດ​​ ATM ດ້ວຍ​ການລັກ​ຖອນ​ເງິນ​ອອກຈາກ​ບັນ​ຊີ​ຜ່ານ​ຕູ້​ ATM ເປັນຈໍານວນຫຼາຍ​ໆລ້ານກີບ ຈົນເຮັດໃຫ້​ຜູ້ຕົກເປັນເຫຍື່ອໄດ້ຮັບຜົນເສຍຫາຍຢ່າງຫຼວງຫຼາຍ ລວມເຖິງທະນາຄານທີ່ໃຫ້ບໍລິການເອງ.

ໃນໄລຍະ​ນີ້​ມີ​ຂ່າວ​ກ່ຽວກັບ​ການ​ລັກ​ຂໍ້​ມູນ​ຈາກ​ບັດ​​ ATM ດ້ວຍ​ການລັກ​ຖອນ​ເງິນ​ອອກຈາກ​ບັນ​ຊີ​ຜ່ານ​ຕູ້​ ATM ເປັນຈໍານວນຫຼາຍ​ໆລ້ານກີບ ຈົນເຮັດໃຫ້​ຜູ້ຕົກເປັນເຫຍື່ອໄດ້ຮັບຜົນເສຍຫາຍຢ່າງຫຼວງຫຼາຍ ລວມເຖິງທະນາຄານທີ່ໃຫ້ບໍລິການເອງ.

ໃນວັນທີ 10 ມີນາ 2023 ຜູ້ໃຊ້ເຟສບຸກທີ່ຊື່ວ່າ Viyalak Vongprachanh ໄດ້ອອກມາໂພສ ເຖິງເຫດການທີ່ຕົນເອງຕົກເປັນຜູ້ເສຍຫາຍຖືກລັກຖອນເງິນອອກຈາກບັນຊີໂດຍບໍ່ຮູ້ຕົວ ຫຼາຍກວ່າ 57 ລ້ານກີບ.

ຂໍ້ມູນອ້າງອີງຈາກຜູ້ໃຊ້ເຟສບຸກ: Viyalak Vongprachanh

ກ່ອນໜ້າເຫດການດັ່ງກ່າວນັ້ນ ທາງທະນາຄານການຄ້າຕ່າງປະເທດລາວ ກໍ່ໄດ້ອອກແຈ້ງການເຕືອນໄພກ່ຽວກັບກຸ່ມຄົນບໍ່ຫວັງດີພະຍາຍາມລັກລອບເອົາຂໍ້ມູນບັດ ໂດຍຜ່ານຕູ້ ATM  ແລະ ໄດ້ຮຽກຮ້ອງໃຫ້ລູກຄ້າຂອງທະນາຄານມີຄວາມລະມັດລະວັງໃນການນຳໃຊ້ຕູ້ ATM ຫຼາຍຂຶ້ນ ພ້ອມທັງເປັນຫູເປັນຕານໍາກັນໃນການແຈ້ງຄວາມຜິດປົກກະຕິທີ່ເກີດຂຶ້ນກັບຕູ້ ATM  ຜ່ານທາງສາຍດ່ວນ 1555 ຕະຫຼອດ 24 ຊົ່ວໂມງ.

 

ຂໍ້ມູນອ້າງອີງຈາກເຟສບຸກເພຈ: BCEL Bank

ເມືອມີເຫດການແບບນີ້ແລ້ວ ເຮົາມາຮູ້ຈັກກັບ​ ATM Skimming” ແລະ ​ວິທີ​ປ້ອງ​ກັນ​ຕົນ​ເອງ​ຈາກ​ການ​ລັກ​ຂໍ້​ມູນບັດ​ໃນ​ລັກສະນະ​ນີ້​ໄດ້ແນວໃດ. ໃນບົດຄວາມນີ້ຈະໄດ້ອະທິບາຍກ່ຽວກັບໄພຄຸກຄາມດັ່ງກ່າວ ເພື່ອໃຫ້ເປັນຄວາມຮູ້ ແລະ ເປັນແນວທາງໃນການປ້ອງກັນຕົນເອງບໍ່ໃຫ້ຕົກເປັນເຫຍື່ອຂອງ  ATM Skimming”.

ATM Skimming ຄື​ຮູບ​ແບບ​ການ​ດັກ​ຂໍ້​ມູນ​ ແລະ ​ດັກ​ລະຫັດ​ບັດ​​ ໂດຍ​ໃຊ້​ວິທີ​ການເຮັດ​ປຸ່ມ​ກົດ​ປອມ​ ແລະ​ ເຄື່ອງ​ອ່ານ​ບັດ​ປ​ອມ​ຕິດ​ທັບ​ກັບ​ອຸປະກອນ​ຂອງແທ້​ເທິງ​ເຄື່ອງ​ ເຄື່ອງ​ອ່ານ​ບັດ​ປອມ​ນີ້​ຈະ​ອ່ານ​ຂໍ້​ມູນ​ຈາກ​ແຖບ​ແມ່​ເຫຼັກ​ເທິງ​ບັດ​​ແລ້ວ​ຄັດ​ລອກ​ລົງ​ໃນ​ໜ່ວຍ​ຄວາມ​ຈຳ​ ຊຶ່ງ​ອຸປະກອນ​ນີ້​ຖືກ​ດັດ​ແປງ​ໃຫ້​ມີ​ຂະໜາດ​ນ້ອຍ ​ແລະ​ ໃກ້​ຄຽງ​ກັບ​ເຄື່ອງ​ອ່ານ​ບັດ​ຕົວຈິງ.

ຫຼັງ​ຈາກ​ທີ່​ອ່ານ​ຂໍ້​ມູນ​ໃນ​ບັດ​​ຊຶ່ງ​ເປັນ​ຂໍ້​ມູນ​ເລກ​ປະຈຳ​ຕົວ​ຂອງ​ບັດ​​ໄດ້​ແລ້ວ​ ກໍ​່ຈະ​ນຳ​ມາ​ເຮັດ​ບັດ​​ ATM ປອມ​ ຂັ້ນຕອນ​ຕໍ່ໄປ​ກໍ​່ຈະ​ເປັນ​ການ​ລັກ​ລະ​ຫັດຜ່ານ​ ໂດຍ​ການ​ໃຊ້​ກ້ອງ​ຮູ​ເຂັມ​ເພື່ອ​ລັກເບິ່ງລະ​ຫັດ​ຜ່ານ ຊຶ່ງ​ຈະ​ຕິດ​ຕັ້ງ​ໄວ້​ບໍລິເວນ​ໃກ້​ໆ​ ແປ້ນ​ໃສ່​ລະ​ຫັດ​ ເພື່ອ​ເບິ່ງ​ວ່າ​ເລກ​ລະຫັດ​ 6 ຕົວ​ ແມ່ນ​ຫຍັງ​. ວິທີ​ນີ້​ອາດຈະ​ບໍ່​ປະ​ສົບ​ຜົນສຳ​ເລັດ​ເນື່ອງ​ຈາກ​ຄົນ​ກົດ​ອາດ​ຈະເອົາ​ມື​ບັງ​ ຫຼື ​ມີ​ແສງ​ສະ​ທ້ອນ​ກໍ່​ຈະ​ເຮັດໃຫ້​ພາບ​ທີ່​ໄດ້​ບໍ່​ຊັດເຈນ​.

ດັ່ງ​ນັ້ນ​, ຈຶ່ງ​ມີ​ການ​ດັດ​ແປງ​ ຫຼື ​ພັດທະນາ​ຂຶ້ນ​ມາ​ອີກ​ ດ້ວຍ​ວິທີ​ການ​ດັກ​ຂໍ້​ມູນ​ການ​ກົດ​ລະ​ຫັດ​ ຫຼື ​ທີ່​ເອີ້ນວ່າ​ Key logger ຊຶ່ງ​ຈະຈື່​ການ​ກົດ​ແປ້ນ​ພິມ​ ແລະ​ ບັນ​ທຶກ​ໄວ້​ ໂດຍຜູ້ບໍ່ຫວັງດີ​​ຈະ​ນຳເອົາຊ໋ອບແວ​​ຕໍ່​ເຂົ້າ​ກັບ​ແປ້ນ​ຄີ​ບ​ອ​ດ​ປອມ​ ແລ້ວ​ນຳ​ມາ​ປິດທັບ​ຂອງແທ້​ ວິທີ​ນີ້​ຈະມີຄວາມ​ແມ່ນ​ຢຳ​ກວ່າ​ການ​ຕິດ​ກ້ອງ​ຮູເຂັມ (ສາມາດເບິ່ງຕົວຢ່າງ ແລະ ວິທີການປ້ອງກັນໄດ້ຈາກການແຈ້ງການເຕືອນໄພ ຂອງທະນາຄານການຄ້າຕ່າງປະເທດລາວ ຈາກຮູບຂ້າງເທິງ). ເມື່ອ​ຜູ້ບໍ່ຫວັງດີ​ໄດ້​ທັງ​ບັດ​ປອມ​ ແລະ ລະ​ຫັດ​ຜ່ານ​ ກໍ່​ຈະ​ນຳ​ໄປ​ກົດ​ເງິນ​ອອກຈາກ​ບັນຊີ​ໄດ້​ຢ່າງ​ສະດວກສະບາຍ​.

 

ທ່ານສາມາດອ່ານວິທີການປ້ອງກັນໄພຄຸກຄາມຂອງ ATM Skimming, ການນຳໃຊ້ລະບົບ Payment, E-Money ແລະ E-Banking ໃຫ້ມີຄວາມປອດໄພ ແລະ ການນຳໃຊ້ແອັບພິເຄຊັ່ນທ​ະນາ​ຄານ​ຜ່ານທາງອອນ​ລາຍ​ ໃຫ້​ປອດ​ໄພຈາກ​ການ​ຖືກ​ແຮັກ​ (Hack) ລັກ​ເງິນ​ ທີ່ເວັບໄຊ ລາວເຊີດ.

ເອກະສານອ້າງອີງ:

  1. https://www.facebook.com/viyalak.vongphachanh?eav=Afb83rWwWa1gBH_0J1G_xSZbiPA2vrLJ3WYgSyw7OCd6WNbI7kYcsYDCkahii8S8N3Q&paipv=0
  2. https://www.facebook.com/BCEL.Bank
  3. https://www.checkraka.com/money/article/111303
1,230 Views