ກຳມະບານຮາກຖານ ກົມຄວາມປອດໄພໄຊເບີ (ກຄຊ), ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນ ຂຶ້ນໃນຕອນບ່າຍຂອງວັນທີ 28 ມີນາ 2024, ທີ່ຫ້ອງປະຊຸມໃຫຍ່ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ (ເຂດສີສະເກດ). ໂດຍໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ຄໍາຫຼ້າ ສູນນະລັດ ຄະນະພັກກະຊວງ, ເລຂາໜ່ວຍພັກ ກົມຄວາມປອດໄພໄຊເບີ, ສະຫາຍ ຄໍາໄມ ແພງວົງສາ ຄະນະບໍລິຫານງານສະຫະພັນກຳມະບານກະຊວງ, ຮອງປະທານສະຫະພັນກໍາມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ອາເລັກໄຊ ສີພອນ ຮອງປະທານກຳມະບານຮາກຖານ ກຄຊ, ມີສະຫາຍເລຂາໜ່ວຍຊາວໜຸ່ມ, ປະທານສະຫະພັນແມ່ຍິງ, ມີແຂກຖືກເຊີນຈາກສະຫະພັນກໍາມະບານຮາກຖານຫ້ອງການ, ກົມ/ທຽບເທົ່າ ອ້ອມຂ້າງກະຊວງ ພ້ອມດ້ວຍສະມາຊິກກຳມະບານ ພາຍໃນ ກຄຊ ເຂົ້າຮ່ວມທັງໝົດ 35 ສະຫາຍ, ຍິງ 07 ສະຫາຍ.


ກອງປະຊຸມຄັ້ງນີ້, ສະຫາຍ ຮອງປະທານກໍາມະບານຮາກຖານ ກຄຊ ໄດ້ຂຶ້ນກ່າວເປີດພິທີ ພ້ອມທັງຜ່ານບົດສະຫຼຸບຕີລາຄາຜົນງານການເຄື່ອນໄຫວນໍາພາ ຈັດຕັ້ງປະຕິບັດວຽກງານ ໄລຍະປີ 2019-2023 ແລະ ທິດທາງແຜນການໃນຕໍ່ໜ້າ (2024-2028) ຂອງກຳມະບານຮາກຖານກົມຄວາມປອດໄພໄຊເບີ. ພ້ອມນັ້ນ, ສະຫາຍ ສຸເນດໂຕ ຊາພັກດີ ສະມາຊິກກຳມະບານຮາກຖານ ກຄຊ ໄດ້ຂຶ້ນຜ່ານບົດສໍາຫຼວດການນໍາພາ, ຫຼັງຈາກນັ້ນ ຄະນະກຳມະບານຮາກຖານ ກົມຄວາມປອດໄພໄຊເບີ ຊຸດເກົ່າກໍໄດ້ຂຶ້ນກ່າວອໍາລາໜ້າທີ່. ໃນວາລະກອງປະຊຸມ ຍັງໄດ້ຈັດພິທີມອບໃບຍ້ອງຍໍ ໃຫ້ແກ່ ຄະນະກຳມະບານ 5 ເປັນເຈົ້າ ໃຫ້ກຳມະບານຮາກຖານ ກຄຊ, ຊຶ່ງມີຜົນງານໃນການປະກອບສ່ວນເຄື່ອນໄຫວວຽກງານ 5 ເປັນເຈົ້າ ປະຈຳປີ 2023 ຂອງຮາກຖານກຳມະບານ ກຄຊ.

ໃນໂອກາດອັນສະຫງ່າລາສີນີ້, ສະຫາຍ ຄໍາຫຼ້າ ສູນນະລັດ ຄະນະພັກກະຊວງ, ເລຂາໜ່ວຍພັກ ກົມຄວາມປອດໄພໄຊເບີ ກໍໄດ້ມີຄໍາເຫັນສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ຂອງ ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ II ຂອງ ກຳມະບານຮາກຖານ ຄກຊ ຊຶ່ງເປັນການຢັ້ງຢືນ ເຖິງການປະຕິບັດກົດລະບຽບ ຂອງພັກ, ກົດໝາຍ ຂອງລັດ ແລະ ທັງເປັນການຕອບສະໜອງຄວາມມຸ້ງໝັ້ນປາຖະໜາ ຂອງສະມາຊິກກຳມະບານ ພາຍໃນ ກຄຊ, ທີ່ຈະໄດ້ມີການປັບປຸງການຈັດຕັ້ງກຳມະບານຮາກຖານ ແລະ ເລືອກຕັ້ງ ເອົາບຸກຄະລາກອນເຂົ້າມາເປັນຄະນະກໍາມະບານຮາກຖານ ຊຸດໃໝ່, ເພື່ອໃຫ້ຮັບປະກັນການປະຕິບັດໜ້າທີ່ວຽກງານ ໃນໄລຍະໃໝ່ ໃຫ້ມີຜົນສຳເລັດເປັນຢ່າງດີ.
ພາຍຫຼັງຮັບຟັງຄໍາເຫັນ, ບັນດາສະມາຊິກກໍາມະບານ ກຄຊ ກໍໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເລືອກເອົາຄະນະກໍາມະບານຮາກຖານຊຸດໃໝ່ ຊຶ່ງມີຜູ້ລົງສະໝັກເລືອກຕັ້ງ ຈໍານວນ 05 ສະຫາຍ ແລະ ເລືອກເອົາຄະນະກໍາມະບານຮາກຖານຊຸດໃໝ່ ຈຳນວນ 03 ສະຫາຍ. ໃນກອງປະຊຸມຄັ້ງປະຖົມມະລຶກຄົບຄະນະ ປະທານໄດ້ເຫັນດີເປັນເອກະສັນ ເລືອກເອົາ: ສະຫາຍ ສຸເນດໂຕ ຊາພັກດີ ເປັນປະທານ, ສະຫາຍ ອາເລັກໄຊ ສີພອນ ເປັນຮອງປະທານ, ທັງເປັນປະທານກວດກາ ແລະ ສະຫາຍ ພອນໄຊ ແກ້ວວິໄລວົງ ເປັນກຳມະການ.




ຕອນທ້າຍຂອງກອງປະຊຸມ, ສະຫາຍ ຄໍາໄມ ແພງວົງສາ ຮອງປະທານສະຫະພັນກຳມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ສະແດງຄວາມຊົມເຊີຍຜົນສໍາເລັດ ຂອງກອງປະຊຸມ ແລະ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ ຄັ້ງທີ II ຂອງກຳມະບານຮາກຖານ ກົມຄວາມປອດໄພໄຊເບີ ໃນທ່າມກາງບັນຍາກາດ ແຫ່ງຄວາມປິຕິຍິນດີ ຂອງສະມາຊິກກຳມະບານພາຍໃນ ກຄຊ, ເພື່ອສຸມຈິດສຸມໃຈໃສ່ອອກແຮງແຂ່ງຂັນກັນ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ກຕສ ແລະ ກອງປະຊຸມ ຄັ້ງທີ II ຂອງໜ່ວຍພັກກົມຄວາມປອດໄພໄຊເບີ, ໂດຍສະເພາະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງ ສະຫະພັນກຳມະບານ ກຕສ ໃຫ້ປາກົດຜົນເປັນຈິງ. ນອກຈາກນີ້, ສະຫາຍ ຍັງໄດ້ເນັ້ນໜັກໃຫ້ສະມາຊິກກຳມະບານທຸກສະຫາຍ ເອົາໃຈໃສ່ປະຕິບັດສອງໜ້າທີ່ຍຸດທະສາດ ຂອງຊາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມທັງເຄື່ອນໄຫວວຽກງານຕາມທິດທາງຂອງພັກ ແລະ ກົນໄກຂອງລັດ, ຄຽງຄູ່ໄປກັບການປະຕິບັດໜ້າທີ ເປັນເສນາທິການໃຫ້ຄະນະພັກກະຊວງ, ຄະນະໜ່ວຍພັກ, ຄະນະສະຫະພັນກຳມະບານກະຊວງ ເປັນເຈົ້າການເຕົ້າໂຮມຄວາມສາມັກຄີພາຍໃນ, ເປັນເຈົ້າການໃນການປະຕິບັດພາລະບົດບາດ ແລະ ໜ້າທີ່ຍຸດທະສາດຂອງພັກ-ລັດ ເຮັດບົດບາດໃນການເປັນຕົວແທນໃຊ້ສິດ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງອ້າຍນ້ອງສະມາຊິກກຳມະບານພາຍໃນກະຊວງ ກໍຄືສະມາຊິກກຳມະບານ ພາຍໃນ ກົມຄວາມປອດໄຊເບີ.



ກອງປະຊຸມໄດ້ປິດລົງ ໃນເວລາ 16:00 ໂມງ ຂອງມື້ດຽວກັນ.
ບົດຂ່າວ: ກຳມະບານຮາກຖານ ກຄຊ
