ໜ່ວຍຊາວໜຸ່ມ ກົມຄວາມປອດໄພໄຊເບີ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ II

ໃນຕອນບ່າຍຂອງວັນທີ 13 ມີນາ 2024 ນີ້, ທີ່ ຫ້ອງປະຊຸມໃຫຍ່ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ເຂດສີສະເກດ), ໜ່ວຍຊາວໜຸ່ມກົມຄວາມປອດໄພໄຊເບີ (ກຄຊ), ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ດຳເນີນການໄຂກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນ, ຊຶ່ງໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ຄໍາຫຼ້າ ສູນນະລັດ ຄະນະພັກກະຊວງ, ເລຂາໜ່ວຍພັກ ກົມຄວາມປອດໄພໄຊເບີ, ສະຫາຍ ພວງປະເສີດ ແກ້ວສຸວັນ ຄະນະພັກກະຊວງ, ກໍາມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນ ປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຄຊປປລ ກຕສ), ມີເລຂາໜ່ວຍຊາວໜຸ່ມ, ຕາງໜ້າປະທານຮາກຖານກໍາມະບານ ແລະ ຫົວໜ້າໜ່ວຍສະຫະພັນແມ່ຍິງ, ມີບັນດາຮາກຖານ/ໜ່ວຍຊາວໜຸ່ມ ບັນດາກົມ/ທຽບເທົ່າ ແລະ ພ້ອມດ້ວຍບັນດາສະມາຊິກຊາວໜຸ່ມພາຍໃນກົມຄວາມປອດໄພໄຊເບີ ເຂົ້າຮ່ວມ ທັງໝົດ 45 ສະຫາຍ, ຍິງ 10 ສະຫາຍ.

ໃນກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຟັງບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາ, ສະຫຼຸບຕີລາຄາຜົນງານການເຄື່ອນໄຫວວຽກງານຂອງໜ່ວຍຊາວໜຸ່ມ ກຄຊ ໃນໄລຍະຜ່ານມາ (2019-2023) ແລະ ກໍານົດທິດທາງແຜນການໃນ 05 ປີຕໍ່ໜ້າ (2024-2028) ຊຶ່ງໄດ້ວາງມາດຕະການໃນການຈັດຕັ້ງປະຕິບັດໄວ້ຄື:  ເພີ່ມທະວີການເປັນເຈົ້າການ ໃນການນໍາພາ-ຊີ້ນໍາ ສຶກສາອົບຮົມວຽກງານການເມືອງ-ແນວຄິດ ດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອໃຫ້ແທດເໝາະກັບສະພາບການ, ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນກັບວຽກງານຍົກລະດັບວິຊາສະເພາະ ເປັນຕົ້ນແມ່ນ: ວຽກງານດ້ານຄວາມປອດໄພ ແລະ ສື່ສັງຄົມອອນລາຍ. ​ເອົາໃຈໃສ່ຄົ້ນຄວ້າ, ພັດທະນາສົ່ງເສີມການນໍາໃຊ້ ແລະ ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຄວາມປອດໄພ, ໃຫ້ແທດເໝາະກັບເງື່ອນໄຂການພັດທະນາເຕັກໂນໂລຊີ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ພ້ອມທັງຜັນຂະຫຍາຍຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໃຫ້ປາກົດຜົນເປັນຈິງເທື່ອລະກ້າວ, ສຸມໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃຫ້ຕິດພັນໄປກັບແຜນການເຄື່ອນໄຫວວຽກງານວິຊາສະເພາະຂອງໜ່ວຍ ເພື່ອຮັບປະກັນໄດ້ ປະສິດທິພາບ ແລະ ປະສິດທິຜົນສູງສຸດ. ໃນໂອກາດນີ້, ເພື່ອເປັນການຊົມເຊີຍຕໍ່ກັບຜົນງານໃນການປະຕິບັດໜ້າທີ່ໃນໄລຍະຜ່ານມາ ຍັງໄດ້ມີພິທີມອບ-ຮັບໃບຍ້ອງຍໍ ຂັ້ນຄະນະບໍລິຫານງານຊາວໜຸ່ມ ປປລ ກຕສ ໃຫ້ແກ່ຄະນະໜ່ວຍຊາວໜຸ່ມ ກຄຊ ຊຸດເກົ່າ.

ພ້ອມດຽວກັນນີ້, ບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມ ກຄຊ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 05 ສະຫາຍ, ຍິງ 01 ສະຫາຍ ແລະ ເລືອກໄດ້ 03 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະປະທານກອງປະຊຸມໃຫຍ່ ໄດ້ຕົກລົງເຫັນດີເລືອກເອົາ ຄະນະໜ່ວຍຊາວໜຸ່ມ ຄື: ສະຫາຍ ບຸນມີ ນັນທະປັນຍາ ເປັນເລຂາ, ສະຫາຍ ກັອກກີ ແກ້ວສິນຖາວອນ ເປັນຮອງເລຂາ  ແລະ ສະຫາຍ ນາງ ຄອນສະຫວັນ ສຸວັນນະຈັກ ເປັນກຳມະບານ ທັງເປັນປະທານກວດກາ.

ໃນໂອກາດນີ້, ສະຫາຍ ພວງປະເສີດ ແກ້ວສຸວັນ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ເຫັນດີເປັນເອກະພາບຕໍ່ການຕີລາຄາສະພາບການເຄື່ອນໄຫວຂອງຄະນະໜ່ວຍຊາວໜຸ່ມ ກຄຊ ໃນໄລຍະຜ່ານມາ ເເລະ ເຫັນດີເປັນເອກະພາບ ຕໍ່ບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາ ຂອງຄະນະໜ່ວຍຊາວໜຸ່ມ ຊຸດເກົ່າ ພ້ອມທັງຊົມເຊີຍຕໍ່ຜົນສໍາເລັດທີ່ຄະນະໜ່ວຍຍາດມາໄດ້ໃນໄລຍະຜ່ານມາ ຊຶ່ງເປັນຜົນງານອັນໃຫຍ່ຫຼວງ ແລະ ເປັນພື້ນຖານອັນສໍາຄັນໃຫ້ແກ່ການສືບຕໍ່ ຜັນຂະຫຍາຍເຂົ້າໃນຂົງເຂດວຽກງານຊາວໜຸ່ມ ກຄຊ ພາຍໃຕ້ຂໍ້ແຂ່ງຂັນ 4 ບຸກ ທີ່ຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະ. ພ້ອມທັງເນັ້ນໜັກໃຫ້ຄະນະໜ່ວຍຊາວໜຸ່ມ ກຄຊ ຊຸດໃໝ່ ສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຊາວໜຸ່ມ ກຄຊ ກໍຄື ຂອງ ຄະນະບໍລິຫານງານ ຊປປລ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ວາງອອກຢ່າງເຂັ້ມງວດ ແລະ ເຊີດຊູຄວາມເປັນເຈົ້າການ ແບບຢ່າງນໍາໜ້າໃນທຸກດ້ານ, ເພີ່ມທະວີຄວາມເປັນເອກະພາບ ຄວາມສາມັກຄີຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II, ທິດທາງແຜນການໃນ 5 ປີຕໍ່ໜ້າ ໃຫ້ບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

853 Views