ສະຫະພັນກຳມະບານກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມຝຶກອົບຮົມ ວຽກງານກຳມະບານໃຫ້ຄະນະນຳ, ສະມາຊິກກຳມະບານສະຫະພັນກຳມະບານກະຊວງ ຕສ, ໃນວັນທີ 20-21 ມິຖຸນາ 2022, ໂດຍການເປັນປະທານ ຂອງ ສະຫາຍ ສຸດໃຈ ພິມມະສີ ປະທານສະຫະພັນກຳມະບານ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ນາງ ຈັນເພັດ ມະນີແສງ ຫົວໜ້າກົມຂະບວນການ ສູນກາງສະຫະພັນກຳມະບານລາວ, ພ້ອມນັ້ນກໍ່ມີຄະນະບໍລິຫານງານສະຫະພັນກຳມະບານກະຊວງ ຕສ, ປະທານ ແລະ ຄະນະຂອງສະຫະພັນ, ຮາກຖານ ແລະ ໜ່ວຍກຳມະບານ ບັນດາກົມ/ທຽບເທົ່າ ແລະ ບໍລິສັດ ພ້ອມດ້ວຍສະມາຊິກກຳມະບານເຂົ້າຮ່ວມຈຳນວນ 59 ສະຫາຍ ເປັນຍິງ 10 ສະຫາຍ.

ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນປະຕິບັດວຽກງານ ກໍາມະບານ ຕາມທິດທາງແຜນການປີ 2022, ເພື່ອເປັນການສ້າງຂະບວນການ, ສ້າງເງື່ອນໄຂໃຫ້ແກ່ການກະກຽມເປີດບັ້ນ ສ້າງຂະບວນການຂໍ້ແຂ່ງ 5 ເປັນເຈົ້າຂອງຮາກຖານຕ່າງໆ ພາຍໃນ ສະຫະພັນກໍາມະບານ ກຕສ ແລະ ເພື່ອເຮັດໃຫ້ ຄະນະປະທານຮາກຖານ, ໜ່ວຍ ແລະ ສະມາຊິກກໍາມະບານ ກໍາໄດ້ເນື້ອໃນ ໄດ້ຢ່າງຖືກຕ້ອງ ແລະ ນໍາເອົາໄປຈັດຕັ້ງປະຕິບັດໃຫ້ເປັນເອກະພາບ ພ້ອມທັງໃຫ້ມີປະສິດທິຜົນສູງສຸດ ເຊີ່ງຜ່ານການຝຶກອົບຮົມເຮັດໃຫ້ຜູ້ເຂົ້າຮ່ວມກໍາໄດ້ແໜ້ນ 04 ບັນຫາທີ່ສໍາຄັນ: ວຽກງານແຂ່ງຂັນ-ຍ້ອງຍໍ, ວຽກງານເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ, ວຽກງານຂະບວນການ, ວຽກງານຈັດຕັ້ງ-ພະນັກງານ ແລະ ວຽກງານການພົວພັນຕ່າງປະເທດ ໂດຍໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ຈັດແບ່ງເປັນກຸ່ມໃນການຄົ້ນຄວ້າ ແລະ ປະຕິບັດຕົວຈິງ, ມີການສົນທະນາ ປຶກສາຫາລື- ແລກປ່ຽນຄໍາຄິດເຫັນ ຂອງຜູ້ເຂົ້າຮ່ວມທັງໝົດ ເພື່ອໃຫ້ເຂົ້າເລິິກເຊີ່ງເຖິງວຽກງານດັ່ງກ່າວ.
- ວຽກຂະບວນການ: ນໍາສະເໜີ ວຽກງານແຂ່ງຂັນ-ຍ້ອງຍໍ, ສະເໜີເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ແບ່ງກຸ່ມຄົ້ນຄວ້າ ແລະ ປະຕິບັດຕົວຈິງ, ການສົນທະນາ ປຶກສາຫາລື-ແລກປ່ຽນຄໍາຄິດເຫັນ ແລະ ແນະນໍາການຈັດຕັ້ງປະຕິບັດ ວຽກຂະບວນການ ໃຫ້ມີຄຸນນະພາບ.

- ວຽກງານຈັດຕັ້ງ-ພະນັກງານ: ນຳສະເໜີສະພາບລວມກ່ຽວກັບ ວຽກງານຈັດຕັ້ງ-ພະນັກງານ, ໜ້າວຽກເຄື່ອນໄຫວຂອງສະຫະພັນກໍາມະບານກະຊວງ/ອົງການ, ໂຄງປະກອບບຸກຄະລາກອນ ຄະນະບໍລິຫານງານແຕ່ລະຂັ້ນ, ການຂະຫາຍການຈັດຕັ້ງ ແລະ ຂະຫຍາຍສໍາມະຊິກກໍາມະບານ.

- ວຽກການພົວພັນຕ່າງປະເທດ: ຄວາມຮູ້ພື້ນຖານວຽກພົວພັນຕ່າງປະເທດ, ຫຼັກການພົວພັນຕ່າງປະເທດ, ພິທີການແລະການທູດ ແລະ ຂັ້ນຕອນຂໍການຮ່ວມມືສອງຝ່າຍ (ຮຽກສ່ຽວ).

- ປຶກສາຫາລື-ແລກປ່ຽນຄໍາຄິດເຫັນ: ແລກປ່ຽນຄໍາຄິດຄໍາເຫັນວຽກງານແຕ່ລະດ້ານ.

ນອກຈາກນີ້ ຍັັງໄດ້ພ້ອມກັນຮັບຟັງການລາຍງານສະພາບການເຄື່ອນໄຫວໃນໄລຍະຜ່ານມາ, ທິດທາງແຜນການໃນຕໍ່ໜ້າໂດຍຫຍໍ້ຂອງສະຫະພັນ, ຮາກຖານ ແລະ ໜ່ວຍ ຕ່າງໆ ອ້ອມຂ້າງ ກະຊວງ ຕສ ແລະ ປຶກສາຫາລືໃຫ້ເປັນເອກະພາບກັນ.
