ຝຶກອົບຮົມຄວາມປອດໄພຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍ ຮ່ວມກັບ ພະແນກ ຕສ ແຂວງ ອຸດົມໄຊ ຄັ້ງວັນທີ 09-10 ພຶດສະພາ 2024

ກົມຄວາມປອດໄພໄຊເບີ (ກຄຊ), ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໄດ້ຈັດຝຶກອົບຮົມໃນຫົວຂໍ້: “ຄວາມປອດໄພຂອງຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍ” ຮ່ວມກັບ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ອຸດົມໄຊ, ຂຶ້ນໃນຕອນເຊົ້າຂອງວັນທີ 9-10  ພຶດສະພາ 2024 ທີ່ຜ່ານມາ, ທີ່ຫ້ອງປະຊຸມຂອງ ພະແນກ ຕສ ແຂວງ ອຸດົມໄຊ, ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ສຸນນະລັດ ຄະນະພັກ ກະຊວງ ຕສ, ຫົວໜ້າກົມຄວາມປອດໄພໄຊເບີ ແລະ ທ່ານ ສົມບູນ ມະນີ ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກ ຕສ ແຂວງ ອຸດົມໄຊ, ມີຜູ້ເຂົ້າຮ່ວມຈາກບັນດາພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ (ຄະນະກໍາມະການຄຸ່ມຄອງອິນເຕີເນັດ ຂັ້ນແຂວງ) ເຂົ້າຮ່ວມ ຈໍານວນ 40 ທ່ານ ແລະ ຍັງມີບັນດາຫ້ອງວ່າເມືອງ ເຂົ້າຮ່ວມແບບອອນລາຍ ຈຳນວນ 14 ທ່ານ.

ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອເຜີຍແຜ່ວຽກງານການຮັກສາຄວາມປອດໄພຂໍ້ມູນຂ່າວສານ ຜ່ານສື່ສັງຄົມອອນລາຍ, ສ້າງຄວາມເຂົ້າໃຈໃນກົນໄກການຕອບໂຕ້ສື່ສັງຄົມອອນລາຍ ທົ່ວສັງຄົມ, ພ້ອມທັງເສີມສ້າງທັກສະ ແລະ ຄວາມອາດສາມາດໃຫ້ຂະແໜງການ ທີ່ກ່ຽວຂ້ອງ ໄດ້ຮຽນຮູ້ເຖິງໄພຄຸກຄາມທາງໄຊເບີ ທີ່ເກີດຂຶ້ນ ແລະ ຮັບມືໃຫ້ທັນກັບສະພາບການໃນປັດຈຸບັນ.

ໃນພິທີເປີດ ທ່ານ ຄໍາຫຼ້າ ສຸນນະລັດ ຫົວໜ້າກົມຄວາມປອດໄພໄຊເບີ ໄດ້ກ່າວວ່າ: ໃນປັດຈຸບັນ ເຕັກໂນໂລຊີສື່ສານ-ຂໍ້ມູນຂ່າວສານ ແມ່ນເປັນເຄື່ອງມືຫຼັກໃນການຂັບເຄື່ອນເສດຖະກິດມະຫາພາກ ຂອງປະເທດ ແລະ ຍັງຊ່ວຍເຊື່ອມໂຍງດ້ານຂໍ້ມູນຂ່າວ-ສານ ຂອງບັນດາປະເທດໃນອານຸພາກພື້ນ ແລະ ສາກົນ ເຂົ້າດ້ວຍກັນ, ສ້າງທຸກເງື່ອນໄຂຂໍ້ສະດວກໃຫ້ແກ່ຂະແໜງການຕ່າງໆ ໃນການເຄື່ອນໄຫວວຽກງານ ຂອງຕົນ ພ້ອມກັນນັ້ນຍັງໄດ້ຊ່ວຍຍົກສູງຄຸນນະພາບການດໍາລົງຊີວິດຂອງ ປະຊາຊົນລາວເຮົາ ໃຫ້ດີຂຶ້ນເທື່ອລະກ້າວ.

ແຕ່ໃນທາງກັບກັນ ເມື່ອມີການເຊື່ອມຈອດ ດ້ານຂໍ້ມູນ-ຂ່າວສານ ເຂົ້າດ້ວຍກັນ ແລະ ໃນເມື່ອທຸກຂະແໜງການໄດ້ຫັນເປັນອຸດສາຫະກໍາທັນສະໄໝ ດ້ວຍການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝແລ້ວ ບັນຫາການຖືກເຈາະລະບົບ ເພື່ອລັກເອົາຂໍ້ມູນ-ຂ່າວສານ, ການປອມແປງຂໍ້ມູນ, ການທໍາລາຍຂໍ້ມູນ ຕະຫຼອດເຖິງການດັກສະກັດເອົາຂໍ້ມູນ ແລະ ອື່ນໆ ລວມທັງການນໍາໃຊ້ ສື່ສັງຄົມອອນລາຍ ທີ່ບໍ່ຖືກຕ້ອງ ກໍ່ໃຫ້ເກີດຄວາມເສຍຫາຍ ແລະ ສ້າງຄວາມບໍ່ສະຫງົບ ໃຫ້ແກ່ສັງຄົມ ເປັນຕົ້ນແມ່ນ ໃສ່ຮ້າຍປ້າຍສີ, ມິ່ນປະໝາດ, ໃຊ້ຄໍາສັບທີ່ບໍ່ສຸພາບ, ການຕັດຕໍ່ຮູບພາບ ການນໍາໃຊ້ຂໍ້ມູນທີ່ມີລັກສະນະຄວາມຮຸນແຮງ, ຂໍ້ມູນທີ່ບໍ່ມີຄວາມຈິງ ແລະ ການນໍາເອົາຂໍ້ມູນຄອມພິວເຕີ ທີ່ເປັນການທໍາລາຍຄວາມໝັ້ນຄົງຂອງຊາດ ແລະ ອື່ນໆ ຊຶ່ງບັນຫາດັ່ງກ່າວ ທຸກຄົນໃນສັງຄົມ, ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ຕ້ອງມີສະຕິ ແລະ ຕ້ອງໄດ້ຊ່ວຍກັນເອົາໃຈໃສ່ປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວຢ່າງຈິງຈັງ.

ໂດຍ: ກົມຄວາມປອດໄພໄຊເບີ

174 Views