Dell ແຈ້ງເຕືອນ​ຂໍ້​ມູນ​ຣົ່ວໄຫລ ອາດ​ກະທົບ​ລູກ​ຄ້າ 49 ລ້ານ​ຄົນ

Dell ປະ​ກາດ​ເຕືອນ​ເຫດ​ຂໍ້​ມູນ​ລູກ​ຄ້າ​ຈາກ Dell Portal ຣົ່ວ​ໄຫຼ ໂດຍ​ແຮັກ​ເກີ ​ຜູ້​ທຳການ​ໂຈມ​ຕີ ​ອ້າງ​ວ່າ ​ໄດ້​ລັກ​ຂໍ້​ມູນ​ ຂອງ​ລູກ​ຄ້າ ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຊື້​ສິນ​ຄ້າ​ຈາກ Dell ໄປ​ເຖິງ 49 ລ້ານ​ລາຍ.

Dell ເລີ່ມ​ສົ່ງ​ອີ​ເມວ​ເຕືອນ​ລູກ​ຄ້າ​ເຖິງ​ເຫດ​ຂໍ້​ມູນ​ຣົ່ວ​ໄຫລນີ້​ ໃນ​ວັນທີ 8 ພ​ຶດ​ສະພາ ​ທີ່​ຜ່ານມາ ໂດຍ​ກ່າວ​ວ່າ ​​ກຳ​ລັງ​ສືບ​ສວນ​ເຫດ​ການ​ເຈາະ​ຂໍ້​ມູນ​ດັ່ງ​ກ່າວ​ ຈາກ Dell Portal ຊຶ່ງ​ໃນ​ເບື້ອງ​ຕົ້ນ ຂໍ້​ມູນ​ທີ່​ຫຼຸດ​ອອກ​ໄປ​ນັ້ນ ​ລວມມີ ຊື່, ທີ່​ຢູ່ ແລະ ​ຂໍ້​ມູນ​ຜະລິດຕະພັນ​ ທີ່​ລູກ​ຄ້າ​ໄດ້​ຊື້​ໄປ​ຈາກ Dell ໄດ້​ຄື: ຮຸ່ນ, Service Tag, ຄຳ​ອະທິບາຍ​ຕົວ​ເຄື່ອງ, ວັນທີ​ ໃນ​ການ​ຊື້, ແລະ ​ຂໍ້​ມູນ​ໃນ​ການ​ຮັບ​ປະ​ກັນ.

ໂດຍ​ທາງ​ບໍລິສັດ​ ໄດ້​ເນັ້ນ​ວ່າ ​ຂໍ້​ມູນ​ທີ່​ຣົ່ວ​ອອກ​ໄປ​ດັ່ງ​ກ່າວ​ນັ້ນ ​ບໍ່​ມີ​ຂໍ້​ມູນ​ທາງ​ການ​ເງີນ, ຂໍ້​ມູນ​ກ່ຽວກັບ​ການ​ຊຳ​ລະ​ເງີນ ຫລື ​ເບີ​ໂທລະສັບ​ ຂອງ​ລູກ​ຄ້າ ​ແຕ່​ຢ່າງ​ໃດ ແລະ ​ໄດ້​ເຮັດວຽກ​ຮ່ວມ​ກັບ​ຫນ່ວຍ​ງານ​ບັງຄັບ​ໃຊ້​ກົດຫມາຍ​ ລວມ​ໄປ​ເຖິງ​ຄະນະ​ສືບ​ສວນ​ຈາກ​ພາຍນອກ​ ເພື່ອ​ກວດ​ສອບ​ເຫດ​ນີ້​ໂດຍ​ລະອຽດ.

ທາງ​ດ້ານ Dark Web ໄດ້​ມີ​ຜູ້​ໃຊ້​ນາມ Menelik ນຳ​ຂໍ້​ມູນ​ທີ່​ກ່າວ​ອ້າງ​ວ່າ ​ລັກ​ມາ​ຈາກ Dell ມາ​ວາງ​ຂາຍ​ໃນ​ວັນທີ 28 ເມ​ສາ ໂດຍ Menelik ກ່າວ​ວ່າ ​ເປັນ​ຂໍ້​ມູນ​ຂອງ​ລູກ​ຄ້າ ​ແລະ ​ຜະລິດຕະພັນ​ຕ່າງ​ໆ​ ທີ່​ຊື້​ຈາກ Dell ຕັ້ງ​ແຕ່​ປີ 2017 ເຖິງ 2024 ຊຶ່ງ​ມີ​ທັງ​ລູກ​ຄ້າ ​ບຸກ​ຄົນ ​ແລະ ​ອົງກອນ ​ ແລະ ​ອື່ນ​ໆ ແລະ ​ແມ່ນ​ຈະ​ບໍ່​ໄດ້​ມີ​ການ​ຢືນຢັນ​ຢ່າງ​ເປັນ​ທາງ​ກາ​ນວ່າ ​ເປັນ​ເຫດ​ຂໍ້​ມູນ​ຣົ່ວ​ໄຫລດຽວ​ກັບ​ທີ່ Dell ກ່າວເຖິງ​ໃນ​ອີ​ເມ​ວ​ແຈ້ງ​ເຕືອນ ລາຍ​ລະອຽດ​ຂອງ​ຂໍ້​ມູນ​ທີ່ Menelik ມີ​ນັ້ນ ​ກໍ​ກົງ​ຕາມ​ທີ່ Dell ໄດ້​ປະ​ກາດ​ອອກ​ມາ.

ທີ່​ມາ : https://www.bleepingcomputer.com/

81 Views