ສໍາມະນາອອນລາຍໃນຫົວຂໍ້: ການນໍາໃຊ້ເຕັກໂນໂລຊີີເຂົ້າໃນການປ້ອງກັນ ແລະ ຕອບໂຕ້ໄພຄຸກຄາມທາງໄຊເບີ

 ກົມຄວາມປອດໄພໄຊເບີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ FORTINET ຈາກປະ ເທດໄທ ໄດ້ຈັດສໍາມະນາທາງໄກໃນຫົວຂໍ້: “ການນໍາໃຊ້ເຕັກໂນໂລຊີີເຂົ້າໃນການປ້ອງກັນ ແລະ ຕອບໂຕ້ໄພຄຸກຄາມທາງໄຊເບີ” ໃນວັນທີ 24 ມີນາ 2022 ທີ່ຜ່ານນີ້, ຊຶ່ງມີນັກສໍາມະນາກອນຕາງໜ້າຈາກ ບັນດາກົມ/ສູນ, ສະຖາບັນ ອ້ອມຂ້າງກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງໃນຂອບເຂດທົ່ວປະເທດ ແລະ ຜູ້ຮັບຜິດຊອບຂອງໜ່ວຍງານຮັກຄວາມປອດໄພທາງໄຊເບີ (CSIRT) ເຂົ້າຮ່ວມທັງໝົດ 70 ທ່ານ.

    ຈຸດປະສົງຂອງຈັດສໍາມະນາຄັ້ງນີ້ ແມ່ນເພື່ອເປັນການສົ່ງເສີມຄວາມຮູ້, ທັກສະ ກ່ຽວກັບ ວຽກງານຄວາມປອດໄພທາງໄຊເບີ. ແນ່ໃສ່ການປ້ອງກັນໄພຄຸກຄາມທາງໄຊເບີ ທີ່ອາດຈະເກີດຂຶ້ນຢູ່ພາຍໃນ ແລະ ການໂຈມຕີຈາກພາຍນອກ, ປ້ອງກັນການເຊື່ອມຕໍ່ເຕັກໂນໂລຊີທີ່ຄວມຄຸມລະບົບໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສໍາຄັນຂອງອົງການ ແລະ ພ້ອມທັງເປັນການສືບຕໍ່ຈາກການຈັດສໍາມະນາໃນຊ່ວງທ້າຍປີ 2021 ຜ່ານມາ.

    ການຈັດສໍາມະນາໃນຄັ້ງນີ້ ຜູ້ເຂົ້າໄດ້ແລກປ່ຽນຄວາມຮູ້ ສົນທະນາ ຖາມ-ຕອບ ແລະ ນອກຈາກນັ້ນ, ວິຊາການຂອງ ກົມຄວາມປອດໄພໄຊເບີ ກໍ່ໄດ້ຈໍາລອງເຫດການໂຈມຕີຕົວຈິງ ເພື່ອເປັນການເສີມສ້າງຄວາມຮູ້, ຄວາມເຂົ້າໃຈການນໍາ ໃຊ້ເຕັກໂນໂລຊີ ເຂົ້າໃນການຮັບມື, ການປ້ອງກັນ ແລະ ການວາງໂຄງຮ່າງພື້ນຖານສະຖາປັດຕະຍະກໍາຄວາມປອດໄພທາງອິນເຕີເນັດ ໃນການຫັນເປັນລັດຖະບານດີຈິຕອນ ອີກດ້ວຍ.

1,227 Views