ໜ່ວຍພັກກົມຄວາມປອດໄພໄຊເບີ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ໜ່ວຍພັກກົມຄວາມປອດໄພໄຊເບີ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີີ II ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ເປີດຂຶ້ນໃນຕົ້ນເດືອນເມສາ ປີ 2022 ທີ່ຜ່ານມາ, ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ຄໍາຂວັນ: ຍົກສູງຄວາມຮັບຜິດຊອບຕໍ່ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ກາຍເປັນກໍາລັງແຮງຂັບເຄື່ອນໃນການຫັນເປັນ ດິຈິຕ໋ອນ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ” ໂດຍການເປັນປະທານຂອງ ສະຫາຍ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນ ຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໃນກອງປະຊຸມໃນຄັ້ງນີ້ ສະຫາຍ ຄໍາຫຼ້າ ສູນນະລັດ, ເລຂາໜ່ວຍພັກ, ຫົວໜ້າກົມຄວາມປອດໄພໄຊເບີ ກໍ່ໄດ້ຖືກຄັດເລືອກເປັນຄະນະພັກກະຊວງກະຊວງເຕັກໂນໂລຊີ ແລະ ການສື່ສານ.


ຂໍ້ມູນເພີ່ມເຕີມ:

  1. ບົດຂ່າວ: ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປີດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II ຢ່າງເປັນທາງການ
https://mtc.gov.la/index.php?r=site/detail&id=828
  1. ບົດຂ່າວ: ຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ
https://mtc.gov.la/index.php?r=site/detail&id=829
1,895 Views