ກົມຄວາມປອດໄພໄຊເບີ ແລະ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ

ໃນຕອນບ່າຍຂອງວັນທີ 26 ເມສາ 2022 ທີ່ຜ່ານມາ, ກົມຄວາມປອດໄພໄຊເບີ ຮ່ວມກັບ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນ ການຮ່ວມມື, ຄຸ້ມຄອງ ພັດທະນາ ແລະ ການສົ່ງເສີມການນຳໄຊ້ ໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃຫ້ມີຄວາມປອດໄພ ໂດຍການໃຫ້ກຽດເປັນປະທານຮ່ວມກອງປະຊຸມໂດຍ ທ່ານ ຄຳຫຼ້າ ສຸນນະລັດ, ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຄວາມປອດໄພໄຊເບີ ຮ່ວມກັບ ທ່ານ ມີນາໄຊ ພິລາວົງຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ມີບັນດາຄະນະກົມ, ຄະນະສູນ, ຄະນະພະແນກ ແລະ ວິຊາການ ຂອງທັງສອງພາກສ່ວນເຂົ້າຮ່ວມ.

    ໃນກອງປະຊຸມດັ່ງກ່າວ, ໄດ້ຍົກໃຫ້ເຫັນເຖິງສະພາບລວມຂອງກົມ, ສູນ ເພື່ອແລກປ່ຽນຮ່ວມກັນ ໂດຍສະເພາະແມ່ນ ການຮ່ວມມືດ້ານຄວາມປອດໄພທາງໄຊເບີ, ແນວທາງການປະຕິບັດວຽກ ຄຽງຄູ່ໄປກັບແຜນຍຸດທະສາດຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຊຶ່ງມີຈຸດປະສົງ ເພື່ອແລກປ່ຽນ ພາລະບົດບາດ, ການຄຸ້ມຄອງ, ການບໍລິການ, ລະບົບເຕັກນິກ ແລະ ຜະລິດຕະພັນທີ່ມີຂອງກົມຄວາມປອດໄພໄຊເບີ ແລະ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໂດຍເນັ້ນໃສ່ການຮ່ວມມື ແລະ ເຜີຍແຜ່ວຽກງານຕ່າງໆໃຫ້ພາກສ່ວນອື່ນໆໃນອານາຄົດ ອັນໃກ້ນີ້.

2,532 Views

Leave a Reply

Your email address will not be published. Required fields are marked *