ໃນຕອນເຊົ້າຂອງວັນທີ 18 ພືດສະພາ 2023 ທີ່ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄຊສົມບູນ ໄດ້ມີພິທີເປີດຝຶກອົບຮົມ ໃນຫົວຂໍ້: ຄວາມປອດໄພ ໃນການນໍາໃຊ້ເຕັກໂນໂລຊີ-ຂໍ້ມູນຂ່າວສານ ໂດຍໃຫ້ກຽດການເຂົ້າຮ່ວມ ຂອງທ່ານ ຄໍາຫຼ້າ ສູນນະລັດ, ຫົວໜ້າ ກົມຄວາມປອດໄພໄຊເບີ ແລະ ທ່ານ ພູແກ້ວ ອິນທະວົງ, ຫົວໜ້າ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄຊສົມບູນ.

ໃນໂອກາດດັ່ງກ່າວ ທ່ານ ຄໍາຫຼ້າ ສູນນະລັດ, ຫົວໜ້າ ກົມຄວາມປອດໄພໄຊເບີ ໄດ້ກ່າວຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອສ້າງຄວາມອາດສາມາດ ໃຫ້ແກ່ພະນັກງານພາຍໃນພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄຊສົມບູນ ໄດ້ຮັບຮູ ແລະ ເຂົ້າໃຈ ກ່ຽວກັບວຽກງານຄວາມປອດໄພທາງໄຊເບີ, ການຄຸ້ມຄອງເດັກນ້ອຍຈາກສື່ສັງຄົມອອນລາຍ, ການຄົ້ນຫາຂໍ້ມູນ ແລະ ແກ້ໄຂບັນຫາທາງສື່ສັງຄົມອອນລາຍ, ສະຕິຕໍ່ການບໍ່ຖືກຫຼອງລວງທາງອອນລາຍ (Online Scam) ແລະ ເຕັກນິກການນໍາໃຊ້ ເຕັກໂນໂລຊີ-ຂໍ້ມູນຂ່າວສານ ໃຫ້ມີຄວາມປອດໄພ, ນັ້ນກໍ່ເພື່ອສ້າງໃຫ້ພະນັກງານພາຍໃນພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄຊສົມບູນ ມີຄວາມເຂັ້ມແຂງ ແລະ ສາມາດນໍາເອົາໄປເຜີຍແຜ່ຄວາມຮູ້ ໃຫ້ແກ່ພາກສ່ວນຕ່າງໆພາຍໃນແຂວງຂອງຕົນຮັບຮູ້ ເພື່ອຫຼຸດຜ່ອນຄວາມສ່ຽງຕ່າງໆ ຈາກການນໍາໃຊ້ເຕັກໂນໂລຊີ-ຂໍ້ມູນຂ່າວສານ.
ໃນໂອກາດດຽວກັນນີ້ ທ່ານ ພູແກ້ວ ອິນທະວົງ, ຫົວໜ້າ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄຊສົມບູນ ໄດ້ກ່າວຄວາມຂອບໃຈຕໍ່ຄົນະຮັບຜີດຊອບ ໃນການຈັດຝຶກອົບຮົມໃນຄັ້ງນີ້ ທີ່ໄດ້ເອົາໃຈໃສ່ຕໍ່ວຽກງານການເຜີຍແຜ່ຄວາມຮູ້ດ້ານຄວາມປອດໄພທາງໄຊເບີ ໃຫ້ແກ່ພະນັກງານພາຍໃນພະແນກ. ນອກຈາກນັ້ນ, ຍັງໄດ້ເນັ້ນໜັກໃຫ້ພະນັກງານຫຼັກແຫຼ່ງພາຍໃນພະແນກເອົາໃຈໃສ່ຕໍ່ການຝຶກອົບຮົມ ເພື່ອຈະໄດ້ນໍາເອົາຄວາມຮູ້ທີ່ໄດ້ຮັບມາ ໄປຜັນຂະຫຍາຍໃນວຽກງານຂອງຕົນໃຫ້ມີປະສິດທິພາບເພີ່ມຂຶ້ນ. ຊຶ່ງການຝຶກອົບຮົມຈະໄດ້ດໍາເນີນເປັນເວລາ 02 ວັນ.
