ມັນແວຕົວໃໝ່ທີ່ຊື່ວ່າ ‘LOBSHOT’ ຊຶ່ງເຜີຍແຜ່ຜ່ານທາງໂຄສະນາຂອງ Google ເຮັດໃຫ້ຜູ້ໂຈມຕີສາມາດເຂົ້າຄວບຄຸມອຸປະກອນ Windows ໄດ້ໂດຍການໃຊ້ hVNC.
ເມື່ອຕົ້ນປີທີ່ຜ່ານມາ BleepingComputer ແລະ ນັກວິໄຈດ້ານຄວາມປອດໄພໃນໂລກໄຊເບີຈຳນວນຫລາຍລາຍງານວ່າ ມີຜູ້ໂຈມຕີກຳລັງໃຊ້ໂຄສະນາໃນ Google ເພື່ອແຜ່ກະຈາຍມັນແວ ໃນຜົນການຄົ້ນຫາ ໂດຍໂຄສະນາເຫຼົ່ານີ້ແມ່ນຮຽນແບບເວັບໄຊ 7-ZIP, VLC, OBS, Notepad++, CCleaner, TradingView, Rufus ແລະ ແອັບພິເຄຊັນອື່ນໆ ອີກຫລາຍ.
ໂດຍມັນແວທີ່ຖືກນຳມາໃຊ້ຜ່ານໂຄສະນາດັ່ງກ່າວຄື: Gozi, RedLine, Vidar, Cobalt Strike, SectoRAT ແລະ Royal Ransomware ໂດຍນັກວິໄຈຈາກ Elastic Security Labs ເປີດເຜີຍການພົບໂທຣຈັນຕົວໃໝ່ຊື່ LOBSHOT ຊຶ່ງຖືກເຜີຍແຜ່ຜ່ານທາງ Google Ads ວ່າເປັນຊອບແວສຳລັບການເຂົ້າເຖິງຈາກໄລຍະໄກ ເຊັ່ນ AnyDesk ແຕ່ແທ້ຈິງແລ້ວ ເປັນການນຳໄປສູ່ AnyDesk ປອມທີ່ເວັບໄຊ amydeecke[.]website
ທີ່ມາ : bleepingcomputer

961 Views