Google Chrome ລົບ extensions ອັນຕະລາຍ ທີ່ມີການຕິດຕັ້ງໄປແລ້ວຫຼາຍກວ່າ 75 ລ້ານເທື່ອ! ອອກຈາກ Web Store

Google Chrome ໄດ້​ລົບ extensions ທີ່​ເປັນ​ອັນຕະລາຍ 32 ລາຍ​ການ ອອກຈາກ Web Store ທີ່​ອາດ​ມີ​ການ​ປ່ຽນ​ແປງ​ຜົນ​ການ​ຄົ້ນ​ຫາ ແລະ ​ສະແດງ​ສະ​ແປມ ຫຼື ໂຄສະນາທີ່​ບໍ່​ຫວັງດີ ລວມ​​ມີຍ​ອດການ​ດາວ​ໂຫຼດ​ສູງ​ເຖິງ​ 75 ລ້ານ​ເທື່ອ!.

ນັກ​ວິ​ໄຈດ້ານ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ Wladimir Palant ວິ​ເຄາະ extension PDF Toolbox (ດາ​ວ​​ໂຫຼດ 2 ລ້ານ​ເທື່ອ) ຈາກ Web Store ແລະ ​ພົ​ບວ່າ​ມີ​ໂຄ້ດ​ປອມ​ແປງ​ເປັນ Wrapper API ຊຶ່ງໄດ້​ອະນຸຍາດ​ໃຫ້​ໂດ​ເມນ “serasearchtop[.]com” ສາມາດ​ນໍາໃຊ້ JavaScript injection ໃນ​ເວັບ​ໄຊ​ທີ່​ຜູ້​ໃຊ້​ງານ​ເຂົ້າໄດ້.

ໂດຍ​ມີ​ຄວາມ​ສາມາດ​ໃນ​ການ​ແຊກໂຄສະນາ​ລົງ​ໃນ​ໜ້າ​ເວັບ​ໄປ​ຈົນ​ເຖິງ​ການ​ລັກ​ຂໍ້​ມູນ​ທີ່​ມີ​ຄວາມ​ສຳຄັນ ແຕ່ Palant ກໍ່ຍັງ​ບໍ່​ພົບ​ພຶດຕິກຳ​ທີ່​ເປັນ​ອັນຕະລາຍ​ອື່ນໆ.

Palant ໄດ້​ອອກ​ແຈ້ງ​ເຕືອນ​ວ່າ​ໄດ້​ຄົ້ນ​ພົບ​ໂຄ້​ດ​ທີ່​ໜ້າສົງໄສ​ແບບ​ດຽວ​ກັນ​ໃນ Chrome extensions ອີກ 18 ລາຍ​ການ ຄື:

Autoskip for Youtube – ຜູ້​ໃຊ້​ງານ 9 ລ້ານ​ລາຍ
Soundboost – ຜູ້​ໃຊ້​ງານ 6.9 ລ້ານ​ລາຍ
Crystal Ad block – ຜູ້​ໃຊ້​ງານ 6.8 ລ້ານ​ລາຍ
Brisk VPN – ຜູ້​ໃຊ້​ງານ 5.6 ລ້ານ​ລາຍ
Clipboard Helper – ຜູ້​ໃຊ້​ງານ 3.5 ລ້ານ​ລາຍ
Maxi Refresher – ຜູ້​ໃຊ້​ງານ 3.5 ລ້ານ​ລາຍ


Avast
 ບໍລິສັດ​ດ້ານ​ຄວາມ​ປອດໄ​ພທາງ​ໄຊ​ເບີ​ລາຍ​ງານວ່າ extensions ນີ້​ໄປ​ຫາ Google ຫຼັງ​ຈາກ​ການຢືນຢັນ​ລັກສະນະ​ທີ່​ເປັນ​ອັນຕະລາຍແລ້ວ ແລະ​ ໄດ້ຂະຫຍາຍ​ລາຍ​ການອອກ​ເປັນ 32 ລາຍ​ການ ໂດຍລວມ​ແລ້ວ​ມີ​ການ​ຕິດ​ຕັ້ງ​ເຖິງ 75 ລ້ານ​ເທື່ອ, extensions ນີ້​ເປັນ adware ທີ່​ປ່ຽນ​ຜົນ​ການ​ຄົ້ນ​ຫາ ​ເພືອ​ສະແດງ​ລີ້ງ​ໂຄສະນາ ບາງເທື່ອ​ສະແດງ​ລີ້ງ​ທີ່​ເປັນ​ອັນຕະລາຍດ້ວຍ.

ໂຄສົກຂອງ Google Chrome ລະ​ບຸ​ວ່າ “extensions ທີ່​ຖືກ​ລາຍ​ງານ​ວ່າ​ເປັນ​ອັນຕະລາຍໄດ້​ຖືກ​ລົບ​ອອກຈາກ Web Store ແລ້ວ”.

ແຕ່​ການ​ລົບ extensions ອອກຈາກ Web Store ບໍ່​ໄດ້​ເປັນ​ການ​ປິດ​ໃຊ້​ງານ ຫຼື ​ຖອນ​ການ​ຕິດ​ຕັ້ງ extensions ຈາກບຣາວເຊີ​ໂດຍອັດ​ຕາໂນ​ມັ​ດ ດັ່ງ​ນັ້ນ​ຜູ້​ໃຊ້​ງານ​ຈຶ່ງ​ຈຳ​ເປັນ​ຕ້ອງ​ດຳ​ເນີນ​ການ​ຖອນ​ການ​ຕິດ​ຕັ້ງ​ດ້ວຍ​ຕົນເອງ.

ເອກະສານອ້າງອີງ:

https://www.i-secure.co.th/2023/06/google-chrome-%e0%b8%a5%e0%b8%9a-extensions-%e0%b8%ad%e0%b8%b1%e0%b8%99%e0%b8%95%e0%b8%a3%e0%b8%b2%e0%b8%a2%e0%b8%97%e0%b8%b5%e0%b9%88%e0%b8%a1%e0%b8%b5%e0%b8%81%e0%b8%b2%e0%b8%a3%e0%b8%95%e0%b8%b4/
https://palant.info/2023/05/31/more-malicious-extensions-in-chrome-web-store/
 

747 Views