Google ເປີດໂຕ Secure AI Framework ຊ່ວຍແນະນຳແນວທາງການສ້າງ AI ຢ່າງປອດໄພ

Google ໄດ້​ເປີດ​ໂຕ Secure AI Framework (SAIF) ໃໝ່ ຊ່ວຍ​ແນະ​ນຳ​ການ​ພັດທະນາ​ລະບົບ AI ສຳລັບ​ໃຊ້​ງານ​ໃນ​ອົງກອນ​ຢ່າງ​ມີ​ຄວາມ​ປອດໄ​ພ​ ແລະ ​ປ້ອງ​ກັນ​ການ​ໂຈມ​ຕີ​ ທີ່​ອາດ​ເກີດ​ຂຶ້ນ​ໃນ​ຂັ້ນ​ຕອນ​ການ​ພັດທະນາ AI ໄດ້ ເຊັ່ນ: ການ​ປ້ອງ​ກັນ​ການ​ລັກ​ໂຄ້​ດ Neural Network, ການເຮັດ Data poisoning ກັບ Training Dataset ໂດຍ SAIF ປະກອບ​ດ້ວຍ Best Practice 6 ສ່ວນ​ຫຼັກ​ ທີ່​ກ່ຽວ​ຂ້ອງ​ກັບຂັ້ນ​ຕອນ​ການ​ພັດທະນາ AI ເຊັ່ນ: ການສ້າງ Security Foundation ທີ່​ແຂງ​ແຮງ​ສຳລັບ AI Ecosystem ເພື່ອ​ປົກ​ປ້ອງ System ແລະ Application ຈາກ​ການ​ໂຈມ​ຕີ​ຈາກ SQL Injection ລວມ​ເຖິງ​ການເຮັດ Input Sanitization ແລະ Limiting ເພື່ອ​ປ້ອງ​ກັນ​ການ​ໂຈມ​ຕີ​ປະ​ເພດ Prompt Injection, ການ​ເພີ່ມ​ລະບົບ Detection and Response ເພື່ອ​ປ້ອງ​ກັນ​ໄພ​ຄຸກ​ຄາມ ໂດຍ​ແນະ​ນຳ​ໃຫ້​ມີ​ການ​ກວດ​ສອບ Input ແລະ Output ຂອງ​ລະບົບ AI ດ້ວຍ​ການ​ໃຊ້ Threat Intelligence ແລະ ​ການ​ເພີ່ມ​ລະບົບ Automate Defense ເພື່ອ​ປ້ອງ​ກັນ​ໄພ​ຄຸກ​ຄາມ​ທີ່​ອາດ​ມີ​ການ​ໃຊ້​ງານ AI ເພື່ອ​ຍົກ​ລະດັບ​ການ​ໂຈມ​ຕີ.

Google ໄດ້​ແນະ​ນຳ​ໃຫ້​ທີມ Cybersecurity ຂອງ​ອົງ​ກອນ​ເຂົ້າ​ມາ​ມີ​ສ່ວນ​ຮ່ວມ​ໃນ​ໂຄງ​ການ AI ໂດຍ​ອາດ​ມີ​ການ​ກວດ​ສອບ​ການ​ໃຊ້​ງານ AI ຂອງ​ພະ​ນັກ​ງານ​ໃນ​ອົງ​ກອນ ເພື່ອ​ປະ​ເມີນ​ຄວາມ​ສ່ຽງ ແລະ​ ອາດ​ແນະ​ນຳ​ເຄື່ອງ​ມື​ຕ່າງ​ໆ​ ໃນ​ການ​ໃຊ້​ງານ​ລະບົບ AI ເພື່ອ​ສ້າງ​ເປັນ​ມາດຕະຖານ​​ຂອງ​ອົງກອນ.

ທີ່​ມາ : siliconangle.com/2023/06/08/google-releases-secure-ai-framework-help-companies-protect-ai-models-hacking/

972 Views